spot_img
Homeຂ່າວພາຍ​ໃນທ້າວ ຖະໜອມ ອ່ອນເກຕຸພົນ ຜູ້ດຳເນີນລາຍການ ຊ່ອງ NBT ອອກມາຂໍໂທດປະຊາຊົນລາວ

ທ້າວ ຖະໜອມ ອ່ອນເກຕຸພົນ ຜູ້ດຳເນີນລາຍການ ຊ່ອງ NBT ອອກມາຂໍໂທດປະຊາຊົນລາວ

Published on

ທ້າວ ຖະໜອມ ອ່ອນເກຕຸພົນ ຜູ້ດຳເນີນລາຍການ ຊ່ອງ NBT ອອກມາຂໍໂທດປະຊາຊົນລາວ ຈາກທີ່ເຄີຍນໍາສະເໜີຂ່າວວ່າ: ຄົນລາວບໍ່ມີປັນຍາຊື້ປີ້ລົດໄຟລາວ-ຈີນ ລວມທັງ ອ້າງວ່າ ລັດຖະບານລາວ ບໍ່ສາມາດຈ່າຍໜີ້ທີ່ກູ້ຢືມຈາກຈີນ ທີ່ເອົາມາລົງທຶນໃນໂຄງການເສັ້ນທາງລົດໄຟລາວ-ຈີນໄດ້.

ຂໍ້ມູນທີ່ຜູ້ກ່ຽວອອກມາຂໍໂທດ, ເຜີຍແຜ່ຜ່ານເວບໄຊ ຜູ້ຈັດການອອນລາຍ MGR ONLINE ໃນວັນທີ 21 ທັນວາ 2021ນີ້ ໂດຍອ້າງວ່າ ທ້າວ ຖະໜອມ ລາຍງານຂ່າວເພີ່ມຕື່ມໃນລາຍການ “ຟັງຊັດໆ ຖະໜອມຈັດໃຫ້” ໃນວັນທີ 20 ທັນວາ 2021 ມີຄວາມໝາຍແປເປັນພາສາລາວວ່າ: “ເວົ້າເຖິງລາວ ວັນກ່ອນ ຕ້ອງຂໍສາລະພາບວ່າ ພີ່ນ້ອງຄົນລາວເຕືອນ ທ້ວງຕິຂ້ອຍຫລາຍ ວ່າໃຫ້ຂໍ້ມູນຄາດເຄື່ອນ ກໍລະນີ ເລື່ອງລົດໄຟຟ້າຈີນ-ລາວ, ທ່ານຜູ້ຊົມເບິ່ງພາບໜ້ອຍໜຶ່ງນຳກັນວ່າ ລົດໄຟຟ້າຈີນ-ລາວ ນີ້ຈະມີຜູ້ໃຊ້ບໍລິການໜ້ອຍ ແລະ ຈະພົບບັນຫາ ຄວາມຈິງ ຄົນລາວບອກມາໃຫ້ຂໍ້ມູນມາເຕັມເລີຍທັງທ້ວງ ທັງຕຳນິ ຂ້ອຍຍິນດີຮັບຟັງແລ້ວຂໍອະໄພ ພໍແຕ່ໄປເບິ່ງຂໍ້ມູນຕົວຈິງ ເປີດມາແຕ່ວັນທີ 4 ທັນວາ ປະກົດວ່າ ທັງຄົນຈີນ ຄົນລາວ ຈອງຄິວ ເອີ້ນວ່າ ຕ້ອງເຂົ້າຄິວລຽນແຖວກວ່າຈະໄດ້ຂຶ້ນລົດໄຟ……”

ການນຳສະເໜີຂ່າວຂອງທ້າວ ຖະໜອມ ທີ່ວິເຄາະ ກ່ຽວກັບໂຄງການເສັ້ນທາງລົດໄຟລາວ-ຈີນ ທີ່ເປັນລັກສະນະບໍ່ສ້າງສັນ ເປັນການໝິ່ນປະໝາດ ຈຶ່ງຖືກວິພາກວິຈານຢ່າງຫລວງຫລາຍຈາກປະຊາຊົນລາວ, ສື່ມວນຊົນລາວ ແລະ ສື່ມວນຊົນໄທ ລວມທັງປະຊາຊົນໄທຈຳນວນໜຶ່ງ. ຍ້ອນທົນຕໍ່ແຮງກົດດັນຢ່າງຫລວງຫລາຍ ເໝືອນພາຍຸຖະຫລົ່ມ ຢ່າງຕໍ່ເນື່ອງ ຜູ້ກ່ຽວຈຶ່ງອອກມາຍອມຂໍໂທດຜ່ານທາງລາຍການ.

ຢ່າງໃດກໍຕາມ, ຕົ້ນເດືອນມັງກອນ ປີ2022 ນີ້ ສປປ ລາວ ກຽມເປີດຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ເປັນ 3 ໄລຍະ ໃນເຂດທ່ອງທ່ຽວສີຂຽວ ຂໍເຊີນນັກຂ່າວຕ່າງປະເທດມາສຳພັດດ້ວຍຕົນເອງວ່າ ປັດຈຸບັນ ສປປ ລາວ ມຸ່ງໜ້າພັດທະນາໄປຮອດໃສແລ້ວ ! ເພາະ “ສິບປາກວ່າ ບໍ່ທໍ່ຕາເຫັນ”.

ແຫຼ່ງຂ່າວ: ປະເທດລາວ Pathedlao

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...