Homeຂ່າວຕ່າງປະເທດWHO ອອກເຕືອນສາຍພັນໂອໄມຄຣອນແຜ່ລະບາດໄວກວ່າສາຍພັນອື່ນ!

WHO ອອກເຕືອນສາຍພັນໂອໄມຄຣອນແຜ່ລະບາດໄວກວ່າສາຍພັນອື່ນ!

Published on

ເວັບໄຊ Channel News Asia: ອັງການອະນາໄມໂລກ (WHO) ກ່າວໃນວັນທີ 20 ທັນວາ 2021 ວ່າ ໄວຣັສໂຄໂຣນ່າສາຍພັນໂອໄມຄຣອນ ມີກຳລັງການແຜ່ລະບາດໄວກວ່າສາຍພັນເດລຕ້າ ແມ່ນແຕ່ຄົນທີ່ສັກວັກຊີນຄົບແລ້ວ ລວມທັງຜູ້ທີ່ຫາຍປ່ວຍຈາກພະຍາດໂຄວິດກໍສາມາດຕິດເຊື້ອດັ່ງກ່າວໄດ້.

ທ່ານ ນາງ ໂຊເມຍ ສະວາມີນາຕັນ, ຫົວໜ້າຝ່າຍວິທະຍາສາດ ຂອງ WHO ສາຍພັນໂອໄມຄຣອນມີຄວາມສາມາດໃນການຫຼົບຫຼີກການຕອບສະໜອງທາງພູມຄຸມກັນບາງຢ່າງໄດ້ດີ ຂະນະນີ້ມີຫຼັກຖານສຳຄັນທີ່ສອດຄ່ອງກັນກ່ຽວກັບຄວາມໄວຂອງການລະບາດຂອງໂອໄມຄຣອນທີ່ມີອັດຕາສູງກວ່າເດລຕ້າ ພ້ອມມີແນວໂນ້ມທີ່ຜູ້ໄດ້ຮັບວັກຊີນຄົບ ຫຼື ຜູ້ທີ່ຫາຍປ່ວຍຈາກພະຍາດໂຄວິດ ມີໂອກາດຕິດເຊື້ອໄດ້.

ຢ່າງໃດກໍຕາມ, ເຈົ້າໜ້າທີ່ອົງການອະນາໄມໂລກກ່າວວ່າ ການສັກວັກຊີນເພື່ອສ້າງພູມຄຸ້ມກັນໃນຮູບແບບອື່ນໆ ອາດສາມາດປ້ອງກັນການຕິດເຊື້ອສາຍພັນດັ່ງກ່າວໄດ້.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...