spot_img
Homeຂ່າວຕ່າງປະເທດທາງການມາເລເຊຍເລັ່ງຊ່ວຍປະຊາຊົນ 21 ພັນກວ່າຄົນໜີນໍ້າຖ້ວມ

ທາງການມາເລເຊຍເລັ່ງຊ່ວຍປະຊາຊົນ 21 ພັນກວ່າຄົນໜີນໍ້າຖ້ວມ

Published on

ສຳນັກຂ່າວຣອຍເຕີລາຍງານວັນທີ 19 ທັນວາ 2021 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ, ທະຫານ ແລະພະນັກງານດັບເພີ່ງຂອງມາເລເຊຍ ກວ່າ 66 ພັນຄົນໄດ້ລະດົມກຳລັງເຂົ້າຊ່ວຍເຫຼືອປະຊາຊົນຫຼາຍກວ່າ 21 ພັນຄົນ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນ 7 ລັດ ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ.

ທ່ານ ອິສມາອິນ ຊາບຣີ ຍັກກົບ, ນາຍົກລັດຖະມົນຕີ ມາເລເຊຍ ກ່າວວ່າ ເມືອງສະລັງງໍ ເຊິ່ງເປັນລັດທີ່ລໍ້າລວຍທີ່ສຸດຂອງມາເລເຊຍ ແມ່ນໜຶ່ງໃນເຫດການທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດ ຂະນະທີ່ມີຜູ້ໄດ້ຮັບຜົນກະທົບ 15 ພັນຄົນເຊິ່ງໄດ້ອົບພະຍົບໄປສູນບັນເທົາທຸກ 100 ກວ່າແຫ່ງ. ທ່ານກ່າວຕື່ມວ່າ ປະລິມານນໍ້າຝົນໃນຊ່ວງສອງສາມວັນທີ່ຜ່ານມາ ເທົ່າກັບຍອດລວມເປັນເວລາ 1 ເດືອນສຳລັບປະລິມານນໍ້າຝົນໃນພາວະປົກກະຕິ.

ຢ່າງໃດກໍຕາມ, ຍັງບໍ່ມີລາຍງານກ່ຽວກັບຈຳນວນຄວາມເສຍຫາຍ ຫຼື ຍອດຜູ້ເສຍຊີວິດຈາກເຫດການນໍ້າຖ້ວມຮຸນແຮງຄັ້ງນີ້ ພ້ອມກັນນັ້ນໃນຕອນແລງຂອງວັນທີ 19 ທັນວາ, ກົມອຸຕຸນິຍົມວິທະຍາຂອງມາເລເຊຍ ກໍໄດ້ອອກແຈ້ງການເຕືອນເລື່ອງຝົນຍັງຈະສືບຕໍ່ຕົກໜັກທົ່ວປະເທດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...