spot_img
Homeຂ່າວພາຍ​ໃນທາງການກຽມທົດລອງເປີດຮຽນຄືນຢູ່ນະຄອນຫຼວງວຽງຈັນອາທິດໜ້າ

ທາງການກຽມທົດລອງເປີດຮຽນຄືນຢູ່ນະຄອນຫຼວງວຽງຈັນອາທິດໜ້າ

Published on

ທາງການຈະດຳເນີນການເຮັດທົດລອງເປີດຮຽນຄືນໃນສະຖານການສຶກສາ ທີ່ຢູ່ໃນເຂດທີ່ຍັງບໍ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ພາຍໃນນະຄອນຫຼວງວຽງຈັນໃນວັນທີ 27 ທັນວາ 2021 ເປັນຕົ້ນໄປ ໂດຍຈະມີການສະຫຼຸບຖອດຖອນບົດຮຽນໃນລະຫວ່າງວັນທີ 4-7 ມັງກອນ 2022.

ກະຊວງສຶກສາທິການ ແລະກິລາ ໄດ້ອອກແຈ້ງການ ໃນວັນທີ 17 ທັນວາ 2021 ກ່ຽວກັບການປະຕິບັດມາດຕະການ ແລະຂໍ້ແນະນຳປະເມີນສະຖານການສຶກສາ ທີ່ຈະເປີດຮຽນຄືນຢູ່ເຂດທີ່ມີການລະບາດຂອງພະຍາດໂຄວິດ-19 ໂດຍກຳນົດໄລຍະເວລາການເຮັດທົດລອງເປີດຮຽນຄືນຢູ່ນະຄອນຫຼວງວຽງຈັນ ແມ່ນຈະເລີ່ມໃນວັນທີ 27 ທັນວາ 2021 ໂດຍສະເພາະເຂດທີ່ຍັງບໍ່ມີການລະບາດພາຍໃນຊຸມຊົນ ຂະນະທີ່ບັນດາແຂວງຕ່າງໆ ແມ່ນຈະດຳເນີນການເຮັດທົດລອງເປີດຮຽນຄືນນັບແຕ່ວັນທີ 10 ມັງກອນ 2022 ເປັນຕົ້ນໄປ.

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງສຶກສາທິການ ແລະກິລາ ໄດ້ຮ່ວມກັບກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະອົງການອຸຍນີເຊບ ສ້າງ 10 ມາດຕະການ ແລະ 40 ຂໍ້ແນະນຳໃນການເປີດຮຽນຄືນ ໃນສະຖານການສຶກສາທີ່ປອດໄພ ໃນເຂດທີ່ມີການລະບາດຂອງພະຍາດໂຄວິດ ແລະໄດ້ຮັບອະນຸມັດນຳໃຊ້ຢ່າງເປັນທາງການຈາກຄະນະສະເພາະກິດຂັ້ນສູນກາງ.

ສຳລັບສູນການສຶກສາ, ສະຖານການສຶກສາກ່ອນໄວຮຽນ, ປະຖົງສຶກສາ ແລະມັດທະຍົມຕອນຕົ້ນທັງພາກລັດ ແລະເອກະຊົນ ທີ່ຂຶ້ນກັບເມືອງໃດ ແມ່ນໃຫ້ເມືອງນັ້ນເປັນຜູ້ປະເມີນ, ຂະນະທີ່ມັດທະຍົມສຶກສາຕອນປາຍ ລວມທັງການສຶກສານອກໂຮງຮຽນ, ການສຶກສາຄູ, ອາຊີວະສຶກສາ, ສຶກສາຊັ້ນສູງ ຫຼື ອື່ນໆ ທີ່ຂຶ້ນກັບແຂວງ ຫຼື ນະຄອນຫຼວງ ແມ່ນມອບໃຫ້ຂັ້ນແຂວງ ຫຼື ນະຄອນຫຼວງເປັນຜູ້ປະເມີນ ແລະສະເໜີຄະນະສະເພາະກິດອະນຸມັດເປັນແຕ່ລະກໍລະນີ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...