Homeຂ່າວພາຍ​ໃນເກົາຫຼີໃຕ້, ເກົາຫຼີເໜືອ ລວມເຖິງອາເມລິກາ ແລະ ຈີນ ເຫັນພ້ອມໃນຫຼັກການກຽມປະກາດຢຸດຕິສົງຄາມເກົາຫຼີ

ເກົາຫຼີໃຕ້, ເກົາຫຼີເໜືອ ລວມເຖິງອາເມລິກາ ແລະ ຈີນ ເຫັນພ້ອມໃນຫຼັກການກຽມປະກາດຢຸດຕິສົງຄາມເກົາຫຼີ

Published on

ເມື່ອວັນທີ 13 ທັນວາ ທີ່ຜ່ານມາ, ມຸນແຈອິນ ປະທານາທິບໍດີເກົາຫຼີໃຕ້ ເຜີຍວ່າ: ທາງການເກົາຫຼີໃຕ້, ເກົາຫຼີເໜືອ ລວມເຖິງອາເມລິກາ ແລະ ຈີນ ເຫັນພ້ອມໃນຫຼັກການ ກຽມປະກາດຍຸດຕິສົງຄາມເກົາຫຼີເໜືອຢ່າງເປັນທາງການ ຫຼັງຈາກທີ່ສົງຄາມເກົາຫຼີຊ່ວງປີ 1950-1953 ເປັນໜຶ່ງໃນສາເຫດສຳຄັນ ທີ່ເຮັດໃຫ້ຈຸດຢືນ ຂອງເກົາຫຼີເໜືອເປັນຝ່າຍກົງກັນຂ້າມ ກັບອາເມລິກາ ຕະຫຼອດ 70 ປີຜ່ານມາ.

ໃນສົງຄາມເກົາຫຼີຊ່ວງເວລານັ້ນ (ປີ 1953) ຢຸດຕິສົງຄາມດ້ວຍຂໍ້ຕົກລົງສະຫງົບເສິກຊ່ວງຄາວ ແລະ ຍັງບໍ່ເຄີຍມີການເຮັດສົນທິສັນຍາສັນຕິພາບແຕ່ຢ່າງໃດ ດັ່ງນັ້ນໃນທາງເທັກນິກແລ້ວຖືວ່າ ທັງເກົາຫຼີເໜືອ ແລະ ເກົາຫຼີໃຕ້ຍັງຄົງເປັນຄູ່ສົງຄາມກັນມາຕະຫຼອດ.

ຜູ້ນຳເກົາຫຼີໃຕ້ລະບຸວ່າ: ທາງການເກົາຫຼີເໜືອຈະຢຸດຕິການເປັນປໍລະປັກກັບອາເມລິກາກ່ອນ ເປັນເງື່ອນໄຂສຳຄັນ ກ່ອນທີ່ຈະເປີດທາງໄປສູ່ການເຈລະຈາຕ່າງໆໄດ້ ແລະ ຍ້ອນເຫດຜົນນີ້ ຈຶ່ງເປັນເຫດຜົນວ່າເປັນຫຍັງຍັງບໍ່ສາມາດຕັ້ງໂຕະເຈລະຈາຖະແຫຼງການ ຫຼື ເຮັດຄວາມຕົກລົງຮ່ວມກັນລະຫວ່າງທາງເກົາຫຼີໃຕ້ ແລະ ເກົາຫຼີເໜືອ ລວມເຖິງຖະແຫຼງການຮ່ວມລະຫວ່າງເກົາຫຼີເໜືອ ແລະ ອາເມລິກາໄດ້. ພ້ອມຫວັງວ່າທິດທາງຄວາມສຳພັນຂອງປະເທດຕ່າງໆ ເຫຼົ່ານີ້ຈະເປັນໄປຕາມທິດທາງທີ່ດີຂຶ້ນ.

ສຳລັບທາງການຈີນເຫັນພ້ອມຂໍ້ສະເໜີດັ່ງກ່າວ ຂະນະທີ່ເກົາຫຼີໃຕ້ ແລະ ອາເມລິກາ ຢູ່ໃນລະຫວ່າງການຮ່າງສົນທິສັນຍາສັນຕິພາບໃນຊ່ວງສຸດທ້າຍ ຂະນະທີ່ເກົາຫຼີເໜືອປະຕິເສດທີ່ຈະຮ່ວມເຈລະຈາ ຖ້າຫາກອາເມລິກາ ຍັງຄົງມີທ່າທີ ເປັນປໍລະປັກກັບເກົາຫຼີເໜືອຢູ່.

ຜ່ານມາ, ມີການຈັດຕັ້ງກອງປະຊຸມສຸດຍອດຜູ້ນຳລະຫວ່າງອາເມລິກສ ກັບເກົາຫຼີເໜືອ 3 ຄັ້ງ ໃນຊ່ວງປີ 2018-2019 ແຕ່ເບິ່ງຄືວ່າການປະຊຸມດັ່ງກ່າວບໍ່ປະສົບຜົນສຳເລັດເທົ່າທີ່ຄວນ ລວມເຖິງເກົາຫຼີເໜືອ ແລະ ເກົາຫຼີໃຕ້ 3 ຄັ້ງ ໃນປີ  2018 ທີ່ຜ່ານມາ.

ຂໍ້ມູນ: The Standard bangkokbiznews

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...