Homeຂ່າວພາຍ​ໃນລາຍລະອຽດຂອງຜູ້ເສຍຊີວິດໃໝ່ ປະຈໍາວັນທີ 18 ທັນວາ 2021

ລາຍລະອຽດຂອງຜູ້ເສຍຊີວິດໃໝ່ ປະຈໍາວັນທີ 18 ທັນວາ 2021

Published on

ສະພາບການການຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາໃນປະຈຸບັນເຫັນວ່າມີການຕົວເລກການຕິດ ເຊື້ອໃນຊຸມຊົນເພີ່ມຂຶ້ນຫຼາຍຢ່າງຕໍ່ເນື່ອງ,ໃນມື້ວານ ວັນທີ 17 ທັນວາ 2021, ທົ່ວປະເທດ ໄດ້ເກັບ ຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງຫມົດ 6,472 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງຫມົດ 1,249 ຄົນ (ຕິດເຊື້ອພາຍໃນ ມີ 1,247 ຄົນ ແລະ ຕິດເຊື້ອນໍາເຂົ້າ 02 ຄົນ) ເຮັດ ໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 97,505 ຄົນ, ເສຍຊີວິດສະສົມ 268 ຄົນ (ໃນນີ້ເສຍຊີວິດໃຫມ່ 02 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 559 ຄົນ, ກໍາລັງປິ່ນປົວທັງຫມົດທົ່ວປະເທດ ແມ່ນ 12,773 ຄົນ (ແມ່ນ 13.09 % ແລະ ທີ່ຜູ້ ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 86.62% ຂອງຈໍານວນຜູ້ຕິດເຊື້ອສະສົມທັງຫມົດ)

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃຫມ່ ທັງຫມົດ 1,247 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລໍາດັບແຕ່ແຂວງຫຼາຍຫາຫນ້ອຍມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 540 ຄົນ ໃນ 208 ບ້ານ ແລະ 8 ເມືອງ
  2. ຫຼວງນ້ໍາທາ ມີ 126 ຄົນ
  3. ບໍ່ແກ້ວ ມີ 115 ຄົນ
  4. ອຸດົມໄຊ ມີ 64 ຄົນ
  5. ຄໍາມ່ວນ ມີ 59 ຄົນ
  6. ຫຼວງພະບາງ ມີ 56 ຄົນ
  7. ແຂວງວຽງຈັນ ມີ 49 ຄົນ
  8. ບໍລິຄໍາໄຊ ມີ 45 ຄົນ
  9. ສະຫວັນນະເຂດ ມີ 32 ຄົນ
  10. ຈໍາປາສັກ ມີ 29 ຄົນ
  11. ຜົ້ງສາລີ ມີ 28 ຄົນ
  12. ໄຊຍະບູລີ ມີ 26 ຄົນ
  13. ຊຽງຂວາງ ມີ 26 ຄົນ
  14. ໄຊສົມບູນ ມີ 24 ຄົນ
  15. ຫົວພັນ ມີ 12 ຄົນ
  16. ເຊກອງ ມີ 7 ຄົນ
  17. ສາລະວັນ ມີ 5 ຄົນ
  18. ອັດຕະປື ມີ 4 ຄົນ

ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນ ມີ 2 ຄົນ ຈາກ ແຂວງຈໍາປາສັກ ໄດ້ ເຂົ້າຈໍາກັດຢູ່ສູນຈໍາກັດບໍລິເວນ ກ່ອນກວດພົບເຊື້ອ ແລະ ສົ່ງໄປປິ່ນປົວຢູ່ຕາມສະຖານທີ່ປິ່ນປົວທີ່ ກໍານົດໄວ້.

ຂໍ້ມູນສໍາລັບຄົນທີ່ເສຍຊີວິດໃຫມ່ 02 ຄົນ:

1). ເພດຊາຍ, ອາຍຸ 26 ປີ, ອາຊີບ: ຫວ່າງງານ, ບ້ານ: ຫນອງບົວ, ເມືອງ ສິງ, ແຂວງຫຼວງນໍ້າທາ

  • ປະຫວັດພະຍາດປະຈໍາຕົວ: ພະຍາດຕັບແຂງ
  • ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19

2). ເພດຊາຍ, ອາຍຸ 81 ປີ, ບ້ານ ຫນອງບົວວຽງ, ເມືອງ ຫຼວງນ້ໍາທາ, ແຂວງ ຫຼວງນ້ໍາທາ

  • ປະຫວັດພະຍາດປະຈໍາຕົວ: ປອດອັກເສບ, ພະຍາດໄຂ່ຫຼັງ
  • ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...