spot_img
Homeຂ່າວການພັດທະນາການຫວນຄືນຊ່ວງເວລາທີ່ຍິ່ງໃຫຍ່ຂອງທ່ານເທິງແອັບ Facebook ແລະ Instagram

ການຫວນຄືນຊ່ວງເວລາທີ່ຍິ່ງໃຫຍ່ຂອງທ່ານເທິງແອັບ Facebook ແລະ Instagram

Published on

ປີ 2021 ນີ້ຖືວ່າເປັນຍຸກສະໄໝຂອງການປ່ຽນແປງສຳລັບຫຼາຍໆຄົນໃນທົ່ວໂລກ. ພວກເຮົາໄດ້ເຮັດວຽກຮ່ວມກັນ ໃນການຊອກຫາຊ່ອງທາງໃໝ່ໆເພື່ອເຮັດໃຫ້ຜູ້ຄົນໄດ້ເຊື່ອມຕໍ່ກັນ, ຄົ້ນພົບຊຸມຊົນໃໝ່ໆ ແລະ ສະເຫຼີມສະຫຼອງ ທຸກໆໄຊຊະນະ. ນີ້ແມ່ນວິທີທີ່ທ່ານສາມາດສະຫຼຸບ ແລະ ຫວນຄືນຊ່ວງເວລາທີ່ຍິ່ງໃຫຍ່ຂອງທ່ານເທິງແອັບ Facebook ແລະ Instagram

Facebook Year Together

ໂດຍຕັ້ງແຕ່ ວັນທີ 9 ຂອງເດືອນທັນວາ ເປັນຕົ້ນໄປ, ຜູ້ນຳໃຊ້ແອັບ Facebook ສາມາດເຫັນປະສົບການສ່ວນຕົວຂອງພວກເຂົາໄດ້ທາງ Newsfeed ແລະ ແບ່ງປັນກັບໝູ່ເພື່ອນ ແລະ ຊຸມຊົນຂອງພວກເຂົາໄດ້.

“Year Together” ຈະແບ່ງປັນເຫດການສຳຄັນທີ່ສ້າງແຮງບັນດານໃຈໃຫ້ພວກເຮົາໄດ້ມາຢູ່ນຳກັນ ແລະ ຄົ້ນພົບຈຸດເລີ່ມຕົ້ນໃໝ່ໆ. ມັນແມ່ນປະສົບການສ່ວນຕົວຈາກແອັບ Facebook ທີ່ສະທ້ອນເຖິງ ຊ່ວງເວລາຕ່າງໆທີ່ມີຄວາມໝາຍສຳລັບທ່ານ ແລະ ເຮັດໃຫ້ມັນເປັນປີທີ່ດີຂຶ້ນ ໝູ່ເພື່ອນ, ຄວາມຮູ້ສຶກ, ສະຖານທີ່, ແລະ ຜູ້ຄົນ. Year Together ແມ່ນການເດີນທາງຂອງທ່ານເອງຜ່ານປີ 2021 ທີ່ທ່ານສາມາດແບ່ງປັນໄດ້, ສ້າງແຮງບັນດານໃຈໃຫ້ຕົວທ່ານເອງ ແລະ ໝູ່ເພື່ອນຂອງທ່ານ ເພື່ອໃຫ້ເຫັນວ່າທ່ານມາໄດ້ໄກປານໃດແລ້ວ.

ທ່ານສາມາດສ້າງ Year Together ໄດ້ແນວໃດ: Year Together ຈະປະກົດຂຶ້ນໃນ Newsfeed ຂອງທ່ານໃນຮູບແບບຂອງຂໍ້ຄວາມຈາກ Facebook. ໃນເບື້ອງຕົ້ນ, ທ່ານຈະເຫັນຂໍ້ຄວາມ ທີ່ທ່ານສາມາດເລືອກກົດເຂົ້າໄປເບິ່ງ ຫຼື ເລື່ອນຜ່ານໄດ້. ນອກຈາກນີ້, ທ່ານຍັງສາມາດເຫັນປະສົບການ ຕ່າງໆຂອງໝູ່ເພື່ອນຂອງທ່ານ ຖ້າຫາກພວກເຂົາແບ່ງປັນເທິງ News Feed ຜ່ານຄໍາສັ່ງ “ທົດລອງມັນ”. ນອກຈາກນີ້, Year Together ຍັງສາມາດເປີດໃຊ້ງານໄດ້ເທິງ IOS, Android ແລະ ເທິງຄອມພິວເຕີຕັ້ງໂຕະອີກດ້ວຍ.

Instagram Playback

Playback ເທິງ Instagram ແມ່ນຊ່ອງທາງທີ່ຊ່ວຍໃຫ້ຜູ້ຄົນສາມາດ ຈົດຈຳຊ່ວງເວລາຕ່າງໆຂອງພວກເຂົາໄດ້, ຈາກຊ່ວງເວລານ້ອຍໆທີ່ພວກເຂົາອາດຈະລືມໄປແລ້ວ, ຈົນເຖິງສິ່ງທີ່ຍິ່ງໃຫຍ່ກວ່າທີ່ພວກເຂົາຈະບໍ່ມີວັນລືມ. ຟິວເຈີ້ນີ້ຈະຊ່ວຍໃຫ້ຜູ້ຄົນສາມາດເບິ່ງຍ້ອນຄືນ ແລະ ສະເຫຼີມສະຫຼອງໄດ້ກ່ອນປີໃໝ່ທີ່ກຳລັງຈະມາເຖິງ.

ນັບຕັ້ງແຕ່ຊ່ວງເວລາແຫ່ງຄວາມປະທັບໃຈຈົນເຖິງເລື່ອງລາວທົ່ວໆໄປໃນຊີວິດ, ຊ່ວງເວລາທີ່ທ່ານໄດ້ແບ່ງປັນຕະຫຼອດປີທີ່ຜ່ານມາເປັນສິ່ງທີ່ສະທ້ອນໃຫ້ເຫັນວ່າທ່ານໃຊ້ມັນແນວໃດແດ່, ໃຜທີ່ທ່ານແບ່ງປັນສິ່ງເຫຼົ່ານີ້ນຳ ລວມເຖິງທຸກສິ່ງທຸກຢ່າງທີ່ທ່ານໄດ້ຄົ້ນຫາ. Stories ຂອງທ່ານແມ່ນສະຖານທີ່ທີ່ທ່ານທົດລອງປະສົບການໃໝ່່ໆ ໃນຮູບຮ່າງ ແລະ ຂະໜາດຕ່າງໆ ທີ່ທ່ານເຫັນວ່າເໝາະສົມ. ແລະເນື່ອງຈາກໃກ້ຈະຮອດທ້າຍປີແລ້ວ, ມັນກໍເປັນຊ່ວງເວລາແຫ່ງການໄຕ່ຕອງ ແລະ ລະນຶກເຖິງການເດີນທາງຂອງທ່ານຕະຫຼອດປີທີ່ຜ່ານມາ.

ທ່ານສາມາດສ້າງ Playback ຂອງທ່ານໄດ້ແນວໃດ: Story ຂອງ Playback ປີ 2021 ຈະປະກົດຂຶ້ນເທິງ Instagram Feed ຂອງທ່ານ. ທ່ານສາມາດກົດໄປທີ່ ສະຕິກເກີ ປີ 2021 ເພື່ອເບິ່ງ Playback ຂອງທ່ານ ຫຼື ອີກຊ່ອງທາງໜຶ່ງແມ່ນທ່ານສາມາດຄົ້ນຫາ @Creator ແລະ ກົດເຂົ້າໄປທີ່ Story ສົ່ງທ້າຍປີ ແລະກົດໄປທີ່ສະຕິກເກີ ປີ 2021 ເພື່ອເບິ່ງ Playback ຂອງທ່ານ.

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...