Homeຂ່າວຕ່າງປະເທດຊ່ຽວຊານຊີ້ "ໂອໄມຄຣອນ" ຈະເປັນຕົວແປຫຼັກໃນສະຫະພາບເອີຣົບຊ່ວງກາງເດືອນໜ້າ

ຊ່ຽວຊານຊີ້ “ໂອໄມຄຣອນ” ຈະເປັນຕົວແປຫຼັກໃນສະຫະພາບເອີຣົບຊ່ວງກາງເດືອນໜ້າ

Published on

ເວັບໄຊ BRUSSELS (AP) ລາຍງານ: ໂອໄມຄຣອນ ຄາດວ່າຈະກາຍເປັນສາຍພັນທີ່ໂດດເດັ່ນຂອງໄວຣັສໂຄໂຣນ່າ ໃນ 27 ປະເທດສະຫະພາບເອີຣົບໃນຊ່ວງກາງເດືອນມັງກອນທີ່ຈະມາເຖິງນີ້ທ ຂະນະທີ່ຜູ້ນຳຫຼາຍຝ່າຍຕ່າງກໍເປັນຫ່ວງວ່າ ອັດຕາການຕິດເຊື້ອທີ່ເພີ່ມຂຶ້ນຈຳນວນຫຼາຍ ຈະເຮັດໃຫ້ເອີຣົບຖືກປົກຄຸມໄປດ້ວຍຄວາມມືດມົນ ໃນຊ່ວງເທສະການສັນພັກ.

ຫົວໜ້າອົງການອະນາໄມໂລກກ່າວວ່າ ປັດຈຸບັນມີ 77 ປະເທດໄດ້ລາຍງານກໍລະນີພົບເຊື້ອໂຄວິດສາຍພັນ ໂອໄມຄຣອນ ເຊິ່ງຄວາມຈິງຕົວແປດັ່ງກ່າວໜ້າຈະມີຢູ່ໃນຫຼາຍປະເທດ ແຕ່ຍັງກວດບໍ່ພົບ ຂະນະທີ່ຈຳນວນຜູ້ຕິດເຊື້ອໃນເອີຣົບຍັງເພີ່ມຫຼາຍຂຶ້ນເມື່ອລະດູໜາວຫຍັບໃກ້ເຂົ້າມາ ແລະຕົວແປເດລຕ້າກໍຍັງແຜ່ລະບາດເປັນວົງກວ້າງ ເຊິ່ງໄດ້ກະຕຸ້ນໃຫ້ລັດຖະບານເອີຣົບຫຼາຍແຫ່ງດຳເນີນການດ້ານສາທາລະນະສຸກ ເມື່ອອັດຕາການເສຍຊີວິດເພີ່ມຂຶ້ນໃນຊ່ວງລະດູໃບໄມ້ຫຼົ່ນ, ເຖິງຢ່າງນັ້ນກໍຕາມ ຍັງບໍ່ມີຊ່ຽວຊານຄົນໃດຮູ້ວ່າ ໂອໄມຄຣອນເປັນອັນຕະລາຍແກ່ຊີວິດຄືກັບໄວຣັສສາຍພັນອື່ນ ຫຼື ບໍ່.

ທ່ານ ນາງ ເອີຊູລາ ຟອນ ເດີ ລີເຢນ, ປະທານຄະນະກຳມາທິການເອີຣົບ ກ່າວວ່າ ສະຫະພາບເອີຣົບ ພ້ອມທີ່ຈະຕໍ່ສູ້ກັບໄວຣັສສາຍພັນໂອໄມຄຣອນ ເນື່ອງຈາກ 66.6% ຂອງປະຊາກອນ ໄດ້ຮັບການສີດວັກຊີນຄົບຖ້ວນ ອີກດ້ານໜຶ່ງ ສະຫະພາບເອີຣົບກໍມີ “ຈຸດແຂງ” ແລະ “ວິທີການ” ທີ່ຈະສາມາດເອົາຊະນະພະຍາດ ໂຄວິດ-19 ໄດ້.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...