spot_img
Homeຂ່າວພາຍ​ໃນກອງປະຊຸມຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ

ກອງປະຊຸມຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ

Published on

ໃນວັນທີ 15 ທັນວາ 2021, ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມຄະນະຮັບຜິດຊອບກະກຽມການເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວນ ໂດຍໃຫ້ກຽດເປັນປະທານ ແລະ ກ່າວເປີດຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຮັບຜິດຊອບການເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ຊຶ່ງມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ຕະຫຼອດໄລຍະເກືອບ 2 ປີຜ່ານມາ ໄດ້ເຮັດໃຫ້ມີຜົນກະທົບໃຫຍ່ຫຼວງຕໍ່ການພັດທະນເສດຖະກິດ-ສັງຄົມຂອງປະເທດ, ໃນນັ້ນ, ຂະແໜງການທ່ອງທ່ຽວໄດ້ຮັບຜົນກະທົບຢ່າງໜັກຈາການລະບາດພະຍາດດັ່ງກ່າວ, ຜ່ານມາ ລັດຖະບານ ແລະ ພາກທຸລະກິດ ໄດ້ຮ່ວມກັນປະຄັບປະຄອງວຽກງານທ່ອງທ່ຽວເພື່ອໃຫ້ສາມາດຢູ່ລອດ ແລະ ຂ້າມຜ່ານວິກິດການໄປນໍາກັນ ເຖິງແມ່ນວ່າສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງບໍ່ມີທ່າອ່ຽງຫຼຸດລົງ ຫຼື ໝົດສິ້ນໄປ ແຕ່ກໍບໍ່ໄດ້ລົດລະຄວາມພະຍາຍາມທີ່ຈະສືບຕໍ່ຟື້ນຟູການທ່ອງ ທ່ຽວຢ່າງຕໍ່ເນື່ອງ ຍ້ອນວ່າການທ່ອງທ່ຽວມີທ່າເເຮງສູງທີ່ຈະຊ່ວຍຟື້ນຟູເສດຖະກິດຂອງປະເທດ ຍ້ອນມີຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ, ມີວັດທະນະທໍາທີ່ມີເອກະລັກໂດດເດັ່ນ ແລະ ມີສະຖານທີ່ທາງປະຫວັດສາດທີ່ໜ້າສົນໃຈ.

ຜົນການສໍາຫຼວດໄດ້ຢັ້ງຢືນວ່າພະຍາດໂຄວິດ-19 ມີຜົນກະທົບຮ້າຍແຮງຕໍ່ທຸລະກິດ ໃນຂະແໜງການທ່ອງທ່ຽວ ໂດຍມີອັດຕາຫຼຸດລົງຂອງລາຍຮັບສະເລ່ຍເກືອບຮອດ 65% ລະ ຫວ່າງປີ 2019-2020 ໃນນັ້ນ ທຸລະກິດບໍລິການນໍາທ່ຽວໄດ້ຮັບຜົນກະທົບສູງກວ່າໝູ່. ໃນໄລຍະການລະບາດຂອງພະຍາດໂຄວິດ-19 ພາກທຸລະກິດໄດ້ນໍາໃຊ້ມາດຕະການຕ່າງໆ ເພື່ອປະຄັບປະຄອງທຸລະກິດຂອງຕົນ ເຊັ່ນ:

ຫຼຸດຈໍານວນ ພະນັກງານລົງ 62%, ຫຼຸດຄ່າຈ້າງງານ 36%, ຫຼຸດຊົ່ວໂມງດໍາເນີນກິດຈະການ 37%, ບາງທຸລະກິດກໍຢຸດສະໜອງການບໍລິການບາງກິດຈະການຂອງຕົນ ແລະ ບາງທຸລະກິດກໍຈໍາເປັນໄດ້ເພີ່ມການກູ້ຢືມເງິນ 4,7% ຫົວໜ່ວຍທຸລະກິດຈໍານວນບໍ່ໜ້ອຍ ຕ້ອງປິດກິດຈະການຜູ້ປະ ກອບການຈໍານວນໜຶ່ງ ຕ້ອງຫັນຈາກທຸລະກິດການບໍລິການໄປສູ່ທຸລະກິດອື່ນ ເພື່ອສາມາດປະຄັບປະຄອງໃຫ້ທຸລະກິດຢູ່ລອດ, ເຖິງແມ່ນວ່າສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງບໍ່ມີທ່າອ່ຽງຫຼຸດລົງ ແຕ່ພວກເຮົາກໍບໍ່ໄດ້ລົດລະຄວາມພະຍາຍາມທີ່ຈະສືບຕໍ່ຟື້ນຟູການທ່ອງທ່ຽວ ເນື່ອງຈາກວ່າ ການທ່ອງທ່ຽວຍັງມີທ່າແຮງສູງ ທີ່ຈະຊ່ວຍຟື້ນຟູເສດຖະກິດຂອງປະເທດ, ລັດຖະບານ ໄດ້ວາງນະໂຍບາຍຕ່າງໆເພື່ອຊ່ວຍຟື້ນຟູການທ່ອງທ່ຽວໃນທ່າມກາງການລະບາດຂອງພະຍາດໂຄວິດ-19.

ໂດຍອີງໃສ່ຂໍ້ຕົກລົງຂອງທ່ານນາຍົກ ສະບັບເລກທີ 135/ນຍລົງວັນທີ 7 ທັນວາ 2011 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການກະກຽມເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວຈະໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງບັນດາຂະແໜງການທັງພາກລັດ ແລະ ພາກທຸລະກິດ ໃນການກະກຽມຄວາມພ້ອມເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ, ພ້ອມກັນນີ້ ຈະໄດ້ຮ່ວມກັນກໍານົດ ບັນດານິຕິກໍາ ລວມໄປເຖິງການກໍານົດລາຍລະອຽດບັນດາຂັ້ນຕອນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວທີ່ຈະເຂົ້າມາ ຕໍ່ກັບບັນດາມາດຕາການຮັກສາຄວາມປອດໄພຂອງ ສປປ ລາວ ຊຶ່ງເປັນປັດໄຈສໍາຄັນຕົ້ນຕໍໃນການດຶງດູດນັກທ່ອງທ່ຽວເຂົ້າປະເທດໃນສະພາບທີ່ມີການແຜ່ລະ ບາດຂອງພະຍາດໂຄວິດ-19, ສໍາລັບການເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວຈະໄດ້ມີການພິຈາລະນາລະອຽດຕາມສະພາບຕົວຈິງ ໂດຍເລີ່ມຈາກບັນດາແຂວງທີ່ມີທ່າແຮງດ້ານການທ່ອງທ່ຽວ ແລະ ໄດ້ກໍານົດເຂົ້າໃນເຂດການທ່ອງທ່ຽວສີຂຽວ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະເໜີຄວາມຄືບໜ້າໃນການກະກຽມເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວບາງຕອນວ່າ: ກະຊວງ ຖວທ ໄດ້ສືບຕໍ່ຈັດກອງປະຊຸມລະຫວ່າງພາກລັດ ແລະ ພາກທຸລະກິດຮ່ວມກັບບັນດາແຂວງທີ່ຢູ່ໃນເປົ້າໝາຍການທ່ອງທ່ຽວສີຂຽວ ຊຶ່ງປະກອບມີ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງຈໍາປາສັກ, ແຂວງຄໍາມ່ວນ, ແຂວງຊຽງຂວາງ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ. ຜ່ານການຮັບຟັງການລາຍງານຂອງບັນດາແຂວງ ຮັບຮູ້ໄດ້ວ່າບັນດາແຂວງໄດ້ມີການກະກຽມຄວາມພ້ອມເຊັ່ນ: ການເຮັດອະນາໄມ ປັບປຸງແຫຼ່ງທ່ອງທ່ຽວ ແລະ ວຽກງານອື່ນໆທີ່ຕິພັນກັບວຽກງານທ່ອງທ່ຽວ.

ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ສໍາລັບການກະຕຸ້ນ (Booster dose) ໃຫ້ກຸ່ມປະຊາກອນທົ່ວໄປທີ່ຢູ່ໃນພື້ນທີ່ເຂດທ່ອງທ່ຽວສີຂຽວ ແລະ ບັນດາແຂວງຕາມເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ໃຫ້ໄດ້ຮັບການສັກຢາວັກຊິນໃຫ້ຄົບຢ່າງໜ້ອຍ 5 ເດືອນຂຶ້ນໄປ.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...