Homeຂ່າວການພັດທະນາໄທກຽມນໍາລົດໄຟຈາກຍີ່ປຸ່ນ ມາຮອງຮັບນັກທ່ອງທ່ຽວຈາກການເປີດນໍາໃຊ້ລົດໄຟລາວ-ຈີນ

ໄທກຽມນໍາລົດໄຟຈາກຍີ່ປຸ່ນ ມາຮອງຮັບນັກທ່ອງທ່ຽວຈາກການເປີດນໍາໃຊ້ລົດໄຟລາວ-ຈີນ

Published on

ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ: ລົດໄຟ KIHA 183 ຈໍານວນ 17 ຄົນ ທີ່ປະເທດຍີ່ປຸ່ນມອບໃຫ້ກັບປະເທດໄທ ໄດ້ເດີນທາງມາຮອດປະເທດໄທແລ້ວ ໂດຍຈາກການກວດສອບສະພາບໃນເບື້ອງຕົ້ນແມ່ນຍັງຢູ່ໃນສະພາບດີ ແລະ ຄາດວ່າຈະສາມາດໃຊ້ງານໄດ້ອີກ 50 ປີ ເຊິ່ງຈະມີການປັບບາງສ່ວນຂອງລົດໄຟໃຫ້ສາມາດແລ່ນຢູ່ໃນລາງລົດໄຟຂອງປະເທດໄທໄດ້ ໂດຍໃຊ້ເວລາປະມານ 4 ເດືອນ

ໃນເບື້ອງຕົ້ນ ການລົດໄຟແຫ່ງປະເທດໄທ ຈະນໍາລົດໄຟ KIHA 183 ມາທົດລອງເປີດໃຊ້ບໍລິການໃນໄລຍະທາງທີ່ສັ້ນໂດຍຈະນໍາມາໃຊ້ໃນ 4 ເສັ້ນທາງຫຼັກຄື:

  1. ອຸດອນທານີ – ໜອງຄາຍ – ວຽງຈັນ ເພື່ອຮອງຮັບນັກທ່ອງທ່ຽວທີ່ມາຈາກການເປີດໃຫ້ບໍລິການຂອງລົດໄຟລາວ-ຈີນ ແລະ ປະຊາຊົນທີ່ເດີນທາງລະຫວ່າງ ສປປ ລາວ ແລະ ປະເທດໄທ
  2. ນະຄອນຣາດຊະສີມາ – ຂອນແກ່ນ ເພື່ອຮອງຮັບການໃຫ້ບໍລິການໃນຂອງທາງສາຍຄູ່ຂອນແກ່ນໃຫ້ມີສັກກະຍະພາບທາງດ້ານການເດີນທາງລະຫວ່າງແຂວງ ນະຄອນຣາດຊະສີມາ ກັບ ແຂວງ ຂອນແກ່ນ ທີ່ເປັນເມືອງຂະໜາດໃຫຍ່ ລວມໄປເຖິງການຂົນສົ່ງແບບຕໍ່ເນື່ອງຂອງລົດໄຟຄວາມໄວສູງ ບາງກອກ – ນະຄອນຣາດຊະສີມາ
  3. ບາງກອກ – ຫົວຫິນ – ສວນສົນປະດິພັທ ເພື່ອທົດແທນຂະບວນລົດໄຟນໍາທ່ຽວຊາຍລະເລສວນສົນປະດິພັທ ເຊິ່ງເປັນຂະບວນລົດໄຟນໍາທ່ຽວປະຈໍາປີທີ່ມີປະລິມານຜູ້ໃຊ້ບໍລິການສູງ ໂດຍມີຈຸດປະສົງເພື່ອພັດທະນາຄຸນນະພາບຂອງການເດີນທາງ, ການທ່ອງທ່ຽວ ແອລະ ການສ້າງປະສົບການທີ່ດີໃຫ້ກັບກຸ່ມລູກຄ້າໃໝ່ ແລະ ລູກຄ້າປະຈໍາ

ຂະບວນລົດທ່ອງທ່ຽວໃນພື້ນທີ່ພາກກາງ ແລະ ແຂວງທີ່ໃກ້ຄຽງ ເພື່ອສົ່ງເສີມການທ່ອງທ່ຽວໃນພື້ນທີ່ພາກກາງທີ່ຢູ່ບໍ່ໄກຈາກບາງກອກຕາມລະດູການ, ເທດສະການ ຫຼື ງານພິເສດທາງດ້ານການທ່ອງທ່ຽວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...