Homeຂ່າວຕ່າງປະເທດນໍເວອອກຂໍ້ຫ້າມບໍລິການເຄື່ອງດື່ມທີ່ມີທາດເຫຼົ້າຫວັງສະກັດສາຍພັນໂອໄມຄຣອນ

ນໍເວອອກຂໍ້ຫ້າມບໍລິການເຄື່ອງດື່ມທີ່ມີທາດເຫຼົ້າຫວັງສະກັດສາຍພັນໂອໄມຄຣອນ

Published on

ສຳນັກຂ່າວ ຣອຍເຕີ ລາຍງານ: ລັດຖະບານນໍເວ (Norway)ອອກຂໍ້ຫ້າມບໍ່ໃຫ້ມີການບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກຊະນິດຕາມຮ້ານບັນເທີງ ແລະຮ້ານອາຫານແຫ່ງຕ່າງໆພາຍໃນປະເທດ ຫວັງສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດສາຍພັນໂອໄມຄຣອນ.

ທ່ານ ໂຈນັສ ກາຣ໌ ສະຕໍເອເຣ, ນາຍົກລັດຖະມົນຕີນໍເວ ກ່າວວ່າ: ເປັນສິ່ງສຳຄັນ ແລະຈຳເປັນທີ່ສຸດທີ່ທຸກຄົນຈະຕ້ອງຮ່ວມມືກັນ ເພື່ອສະກັດກັ້ນການແຜ່ລະບາດຄັ້ງໃໝ່ຂອງໄວຣັສໂຄໂຣນ່າ ໂດຍສະເພາະກໍແມ່ນສາຍພັນໂອໄມຄຣອນ, ເຊິ່ງຂໍ້ຫ້າມດັ່ງກ່າວອາດຈະເຮັດໃຫ້ຫຼາຍຄົນຮູ້ສຶກຄືກັບວ່າ ກຳລັງຖືກປິດກັ້ນ ແຕ່ຈົ່ງເຂົ້າໃຈວ່າ ນີ້ແມ່ນການເສຍສະລະເພື່ອສັງຄົມ ກໍຄືເພື່ອຊີວິດຂອງພວກເຮົາເອງ.

ນອກຈາກນັ້ນ ລັດຖະບານນໍເວຍັງກຳນົດກົດເກນທີ່ເຂັ້ມງວດຂຶ້ນຕື່ມໃນບັນດາໂຮງຮຽນ ພ້ອມເລັ່ງສີດວັກຊີນ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃໝ່ ໃນການຄວບຄຸມ ແລະສະກັດກັ້ນພະຍາດໂຄວິດສາຍພັນໂອໄມຄຣອນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...