spot_img
Homeຂ່າວຕ່າງປະເທດສິງສອງໂຕຍ່າງເລາະຮອບສະໜາມບິນສິງກະໂປຫຼັງຫຼົບໜີອອກຈາກກົງຂັງ

ສິງສອງໂຕຍ່າງເລາະຮອບສະໜາມບິນສິງກະໂປຫຼັງຫຼົບໜີອອກຈາກກົງຂັງ

Published on

ເວັບໄຊ New York Post ລາຍງານ: ສິງໂຕຂະໜາດໃຫຍ່ 2 ໂຕ ພາກັນອອກມາຍ່າງເລາະຫຼິ້ນບໍລິເວນສະໜາມບິນຊາງງີ ຂອງສິງກະໂປຫຼັງຫຼົບໜີອອກຈາກກົງຂັງ ຂະນະຖືກນຳສົ່ງຕົວຂຶ້ນຍົນ ອັນໄດ້ສ້າງຄວາມຕື່ນຕົກໃຈແກ່ຜູ້ຄົນໃນສະໜາມບິນພໍສົມຄວນ.

ເພື່ອເປັນການລະງັບເຫດການອັນສົນລະວົນ ເຈົ້າໜ້າທີ່ໜ່ວຍງານສັດຕະວະແພດຈຳເປັນຕ້ອງໃຊ້ປືນບັນຈຸຢາກ່ອມປະສາດ ເພື່ອຍິງສິງໂຕຈຳນວນດັ່ງກ່າວ ກ່ອນຈະເຄື່ອນຍ້າຍພວກມັນເຂົ້າໄວ້ໃນຕູ້ຄອນເທນເນີຄືນໃໝ່.

ພະນັກງານສາຍການບິນຄົນໜຶ່ງກ່າວວ່າ: ຂະນະນີສິງໂຕກຸ່ມນັ້ນໄດ້ຮັບການດູແລພາຍໃຕ້ຄວາມປອດໄພ ໂດຍມີຕາຂ່າຍນີລະໄພອ້ອມຮອບຕູ້ຄອນເທນເນີຕະຫຼອດເວລາ ແລະການດຳເນີນງານຂອງສາຍການບິນກໍບໍ່ໄດ້ຢຸດສະຫງັກແຕ່ຢ່າງໃດ.

ຢ່າງໃດກໍຕາມ, ຍັງບໍ່ມີຂໍ້ມູນລະອຽດຊັດເຈນວ່າ ສິງໂຕເຫຼົ່ານັ້ນເດີນທາງມາຈາກໃສ ແລະຈະມຸ່ງໜ້າໄປປະເທດໃດແທ້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...