Homeຂ່າວຕ່າງປະເທດໂກດັງສິນຄ້າອາເມຊອນຖະຫຼົ່ມຈູດຊະນວນຄືນເລື່ອງການຫ້າມໃຊ້ໂທລະສັບ

ໂກດັງສິນຄ້າອາເມຊອນຖະຫຼົ່ມຈູດຊະນວນຄືນເລື່ອງການຫ້າມໃຊ້ໂທລະສັບ

Published on

ໂກດັງສິນຄ້າຂອງບໍລິສັດອາເມຊອນ ເຊິ່ງເປັນບໍລິສັດຍັກໃຫຍ່ຂອງສະຫະລັດອາເມລິກາ ຖືກພະຍຸທໍນາໂດພັດຖະຫຼົ່ມໃນຄໍ່າຄືນວັນທີ 10 ທັນວາ 2021 ຜ່ານມາ ເຊິ່ງໄດ້ພາກຊີວິດຜູ້ຄົນໃນໂກດັງຢ່າງໜ້ອຍ 6 ຄົນ ໄດ້ເພີ່ມຄວາມວິຕົກກັງວົນໃນກຸ່ມພະນັກງານບໍລິສັດກ່ຽວກັບການກັບມາສັ່ງຫ້າມບໍ່ໃຫ້ນຳໃຊ້ໂທລະສັບມືຖືໃນພື້ນທີ່ເຮັດວຽກ.

ເວັບໄຊ Bloom Berge ລາຍງານ: ອາເມຊອນໄດ້ອອກກົດສັ່ງຫ້າມບໍ່ໃຫ້ພະນັກງານບໍລິສັດພົກພາໂທລະສັບໃນເຂດພື້ນທີ່ຄັງສິນຄ້າມາຫຼາຍປີແລ້ວ ເຊິ່ງຄົນງານຈຳຕ້ອງວາງໂທລະສັບຂອງພວກຕົນໄວ້ໃນລົດ ຫຼື ຕູ້ເກັບເຄື່ອງພະນັກງານ ກ່ອນຈະຜ່ານການກວດສອບຄວາມປອດໄພທີ່ມີເຄື່ອງຈັບໂລຫະ ຂະນະທີ່ບໍລິສັດໄດ້ຍົກເລີກມາດຕະການດັ່ງກ່າວຊົ່ວຄາວໃນຊ່ວງທີ່ມີການລະບາດໃຫຍ່ຂອງພະຍາດໂຄວິດ-19 ກ່ອນຈະກັບມາປະກາດໃຊ້ຂໍ້ຫ້າມດັ່ງກ່າວຄືນໃໝ່ອີກຄັ້ງວ່າງບໍ່ດົນຜ່ານມານີ້.

ພະນັກງານອາເມຊອນຈຳນວນໜຶ່ງເວົ້າວ່າ ພວກເຂົາຕ້ອງການເຂົ້າເຖິງຂໍ້ມູນ ເຊັ່ນ ການອັບເດດກ່ຽວກັບເຫດການສະພາບອາກາດທີ່ເປັນອັນຕະລາຍ ຜ່ານສະມາດໂຟນຂອງພວກຕົນໂດຍປັດສາຈາກການແຊກແຊງຂອງອາເມຊອນ. ທັງນີ້ສືບເນື່ອງມາຈາກເຫດການພະຍຸທໍນາໂດພັດຖະຫຼົ່ມໂກດັງສິນຄ້າອາເມຊອນ ໃນ ເອັດເວີດສວິນ, ລັດອິນລີນອຍ ເຊິ່ງຖືກພະຍຸພັດຖະຫຼົ່ມຈົນກາຍເປັນຊາກສະຫຼັກຫັກພັງ ເຮັດໃຫ້ມີຜູ້ເສຍຊີວິດໃນໂກດັງດັ່ງກ່າວ 6 ຄົນ.

ພະນັກງານອາເມຊອນຄົນໜຶ່ງກ່າວວ່າ ໂທລະສັບຍັງສາມາດຊ່ວຍໃຫ້ພວກເຂົາເຂົ້າເຖິງໜ່ວຍກູ້ໄພສຸກເສີນ ຫຼື ຄົນທີ່ຕົນຮັກ ໃນກໍລະນີເຫດການບໍ່ຄາດຝັນເກີດຂຶ້ນ ພ້ອມຢໍ້າວ່າ ຈະລາອອກຈາກອາເມຊອນ ຫາກພວກເຂົາບໍ່ກຳນົດນະໂຍບາຍໃຫ້ໃຊ້ໂທລະສັບມືຖື.

ຢ່າງໃດກໍຕາມ, ປັດຈຸບັນ ອາເມຊອນຍັງປະຕິເສດທີ່ຈະແກ້ໄຂຂໍ້ຂ້ອງໃຈຂອງພະນັກງານຕົນເລື່ອງນະໂຍບາຍການໃຊ້ໂທລະສັບມືຖືໃນພື້ນທີ່ໂກດັງສິນຄ້າ ໂດຍກ່າວພຽງແຕ່ວ່າ “ໜ້າທີ່ສຳຄັນໃນຂະນະນີ້ຄືການເລັ່ງໃຫ້ຄວາມຊ່ວຍເຫຼືອແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກພະຍຸທໍນາໂດ ແລະສະສະໜັບສະໜູນພະນັກງານທີ່ໄດ້ຮັບຜົນກະທົບໃນພື້ນທີ່ໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້.”

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...