Homeຂ່າວພາຍ​ໃນ5 ວັນມີຜູ້ໂດຍສານຊື້ປີ້ລົດໄຟລາວ-ຈີນ ຫ້າພັນກວ່າຄົນ

5 ວັນມີຜູ້ໂດຍສານຊື້ປີ້ລົດໄຟລາວ-ຈີນ ຫ້າພັນກວ່າຄົນ

Published on

ລົດໄຟລາວ-ຈີນເລີ່ມເປີດບໍລິການໃຫ້ຜູ້ໂດຍສານສາມາດເດີນທາງພາຍໃນປະເທດ ເລີ່ມແຕ່ວັນທີ  4 ທັນວາ ມາຮອດວັນທີ 8 ທັນວາ ມີຜູ້ໂດຍສານຊື້ປີ້ລົດໄຟລາວ-ຈີນ 5,512 ຄົນ.

ທ່ານ ນາງຈູ່ ຫຍິງ ຫົງ, ຫົວໜ້າສະຖານີນະຄອນຫຼວງວຽງຈັນ ກ່າວຕໍ່ທີມງານນັກຂ່າວວິທະຍຸ CRI ໃນມື້ວານນີ້ວ່າ ປັດຈຸບັນນີ້ມີຜູ້ໂດຍສານທັງຄົນລາວ ແລະຕ່າງປະເທດມາໃຊ້ບໍລິການລົດໄຟລາວ-ຈີນແລ້ວຫ້າພັນກວ່າຄົນ ແລະຈຳນວນຜູ້ໂດຍສານຍັງຄົງຈະເພີ່ມຂຶ້ນເລື້ອຍໆ. ເຊິ່ງການໃຫ້ບໍລິການຜູ້ໂດຍສານພາຍໃນສຳລັບລົດໄຟລາວ-ຈີນ ແມ່ນ 2 ຖ້ຽວຕໍ່ວັນ ຄື ນະຄອນຫຼວງວຽງຈັນ-ບໍ່ເຕັນ 1 ຖ້ຽວ (ໄປ-ກັບ) ແລະ ນະຄອນຫຼວງວຽງຈັນ-ຫຼວງພະບາງ 1 ຖ້ຽວ (ໄປ-ກັບ).

“ພະນັກງານຢູ່ສະຖານີນະຄອນຫຼວງວຽງຈັນມີຄົນລາວທັງໝົດ 51 ຄົນ ເຊິງໄດ້ແບ່ງໜ້າວຽກກັນຫຼາຍໜ້າທີ ເຫັນວ່າພວກເຂົາສາມາດເຮັດຫຼ້ອນໜ້າທີ່ ແລະມີລະດັບວິຊາການພຽງພໍສາມາດຕອບສະໜອງຄວາມຕ້ອງການໄດ້.” ທ່ານ ນາງຈູ່ ຫຍິງ ຫົງ ກ່າວ.

ເບື້ອງຕົ້ນໄດ້ເປີດບໍລິການ 6 ສະຖານີທີ່ສາມາດຊື້ປີ້ໄດ້ ໄດ້ແກ່ ສະຖານີນະຄອນຫຼວງວຽງຈັນ, ໂພນໂຮງ, ວັງວຽງ, ຫຼວງພະບາງ, ເມືອງໄຊ ແຂວງອຸດົມໄຊ ແລະສະຖານີບໍ່ເຕັນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...