spot_img
Homeຂ່າວພາຍ​ໃນເງື່ອນໄຂການເປີດເຂດທ່ອງທ່ຽວສີຂຽວເພື່ອການທ່ອງທ່ຽວທີ່ປອດໄພຈາກໂຄວິດ-19

ເງື່ອນໄຂການເປີດເຂດທ່ອງທ່ຽວສີຂຽວເພື່ອການທ່ອງທ່ຽວທີ່ປອດໄພຈາກໂຄວິດ-19

Published on

ຄະນະສະເພາະກິດ ຮັບຮອງເອົາແຜນການເປີດເຂດທ່ອງທ່ຽວສີຂຽວ ປອດໄພຈາກພະຍາດ ໂຄວິດ-19

ໃນວັນທີ 29 ພະຈິກ ຜ່ານມາ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງໂຄວິດ-19 ໄດ້ຕົກລົງຮັບຮອງເອົາແຜນປະຕິບັດງານຕົວຈິງ ສໍາລັບການເປີດເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ໃນ ສປປ ລາວ ພາຍໃນຕົ້ນປີໜ້າ (ເດືອນມັງກອນ 2022).

ໂດຍມີຈຸດປະສົງ ເພື່ອເປັນທິດທາງໃຫ້ແກ່ບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ໃນການກະກຽມ ແລະ ປະສານສົມທົບເຮັດວຽກຮ່ວມກັນ ເພື່ອເປີດເຂດທ່ອງທ່ຽວສີຂຽວ ແນໃສ່ການທ່ອງທ່ຽວທີ່ປອດໄພ ໃນໄລຍະການລະບາດຂອງໂຄວິດ-19 ແລະ ປະກອບສ່ວນໃນການຟື້ນຟູເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ ແລະ ເພື່ອສ້າງລາຍຮັບຈາກການທ່ອງທ່ຽວ ໃຫ້ແກ່ປະຊາຊົນ, ຜູ້ປະກອບການ ກໍຄື ລາຍຮັບຂອງປະເທດ.

ສຳລັບເງື່ອນໄຂຂອງການເປີດເຂດທ່ອງທ່ຽວສີຂຽວ ຄື:

  • ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ສາມາດເຂົ້າມາໃນເຂດທ່ອງທ່ຽວສີຂຽວ ຕ້ອງໄດ້ຮັບການສັກວັກຊິນຄົບໂດສ ຢ່າງໜ້ອຍ 14 ວັນກ່ອນການເດີນທາງ;
  • ນັກທ່ອງທ່ຽວຕ່າງປະເທດ ຕ້ອງສະໝັກບັດຜ່ານເຂດທ່ອງທ່ຽວສີຂຽວ ໂດຍປະກອບຂໍ້ມູນ (UpLoad) ຕ່າງໆໃສ່ແບບຟອມອອນລາຍ ຈາກເວັບໄຊທາງການ eVisa;
  • ຕ້ອງກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT PCR ຢ່າງໜ້ອຍ 72 ຊົ່ວໂມງ ກ່ອນເດີນທາງ ແລະ ຕ້ອງຖືກເກັບຕົວຢ່າງກວດຫາເຊື້ອອີກຄັ້ງ ເມື່ອມາຮອດ ສປປ ລາວ;
  • ຖືກແຍກປ່ຽວດ້ວຍຕົນເອງທີ່ໂຮງ ແຮມທີ່ກຳນົດໄວ້ 24 ຊົ່ວໂມງເພື່ອລໍຖ້າຜົນກວດ ຖ້າຫາໄດ້ຮັບຜົນກວດອອກມາເປັນລົບ ແມ່ນສາມາດເຄື່ອນໄຫວຢູ່ເຂດທ່ອງທ່ຽວສີຂຽວໄດ້. ພ້ອມກັນນີ້, ໃຫ້ດາວໂຫລດ app ຕິດຕາມຂໍ້ມູນຕິດຕໍ່ທີ່ນຳໃຊ້ສະດວກກັບລະຫັດ QR ໃນເວລາແຈ້ງເຂົ້າສະຖານທີ່ ທີ່ໄດ້ຮັບການອະນຸມັດແລ້ວ;
  • ສະແດງຫລັກຖານການສັກວັກຊິນ ກ່ອນການເຂົ້າເຂດທ່ອງທ່ຽວສີຂຽວ ເພື່ອຮັກສາຄວາມປອດໄພພາຍໃນເຂດ ສຳ ລັບທັງຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ ແຕ່ຈະບໍ່ໄດ້ກວດຫາເຊື້ອ ໂຄວິດ-19.
  • ເປົ້າໝາຍນັກທ່ອງທ່ຽວທີ່ອະນຸຍາດ ໂດຍອະນຸຍາດໃຫ້ນັກທ່ອງທ່ຽວທຸກສັນຊາດ ທີ່ໄດ້ຮັບວັກຊິນຄົບສາມາດເຂົ້າໄດ້ ໂດຍຜ່ານດ່ານສະໜາມບິນ, ຍົກເວັ້ນ ນັກທ່ອງທ່ຽວຈາກປະເທດ ທີ່ບໍ່ອະນຸມັດໃຫ້ເອົາວີຊາກັບດ່ານ (ຈົນກວ່າຈະມີການເປີດປະເທດແບບເຕັມສ່ວນ)

ສ່ວນເງື່ອນໄຂກ່ອນອະນຸຍາດນັກທ່ອງທ່ຽວເຂົ້າມາ ສປປ ລາວ ເຊິ່ງນັກທ່ອງທ່ຽວ ຕ້ອງໄດ້ປະຕິບັດຕາມເງື່ອນໄຂດັ່ງນີ້:

  • ລົງທະບຽນບັດຜ່ານເຂດທ່ອງທ່ຽວສີຂຽວ ຜ່ານເວບໄຊ www.laoevisa.gov.la/greenzone,
  • ລົງທະບຽນ 7-30 ວັນກ່ອນການອອກເດີນທາງ, ອັບໂຫລດຫລັກຖານຂອງການສັກວັກຊິນ, ການຈອງໂຮງແຮມ ແລະ ລາຍການເດີນທາງ ສຳລັບການເດີນທາງທັງໝົດໃນແບບຟອມລົງທະບຽນ, ເອກະສານການອະ ນຸມັດ ຈະຖືກສົ່ງໃຫ້ເປົ້າໝາຍກ່ຽວຂ້ອງ ທັງການຈັດຕັ້ງ ຫລື ບຸກຄົນ ພາຍໃນ 48 ຊົ່ວໂມງ ຖ້າເອ ກະສານທັງໝົດທີ່ໄດ້ຮັບຖືກຕ້ອງ ແລະ ຄົບຖ້ວນ;
  • ພິມບັດຜ່ານເຂດທ່ອງທ່ຽວສີຂຽວ ກັບ ລະຫັດ bar code ເພື່ອສະແດງຢູ່ບ່ອນແຈ້ງປີ້ເດີນທາງອອກ ແລະ ເມື່ອເດີນທາງຮອດ ສປປ ລາວ;
  • ມີໃບຢັ້ງຢືນການກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT-PCR ຢ່າງໜ້ອຍ 72 ຊົ່ວໂມງກ່ອນເດີນທາງ;
  • ໃບຢັ້ງຢືນການສັກວັກຊິນ ຢ່າງໜ້ອຍ 14 ວັນ ເປັນພາສາອັງກິດ ກ່ອນການອອກເດີນທາງ ແລະ ບໍ່ຫລາຍກວ່າໜຶ່ງປີ (ຖ້າຫລາຍກວ່າໜຶ່ງປີ, ຕ້ອງໄດ້ສັກວັກຊິນກະຕຸ້ນຕື່ມ);
  • ກະກຽມຄ່າກວດຫາເຊື້ອ ດ້ວຍເຄື່ອງກວດ RT-PCR ເມື່ອມາຮອດ ສປປ ລາວ (65 ໂດລາສະຫະລັດ) ຫລື ຈ່າຍລ່ວງໜ້າສຳ ລັບການກວດກັບຫ້ອງທົດລອງທີ່ໄດ້ຮັບອະນຸຍາດ (www.tourismlaos.org/greenzone);
  • ຊື້ປະກັນໄພຈາກບໍລິສັດ ທີ່ໄດ້ຮັບການອະນຸມັດ ຫລື ກະກຽມສຳເນົາການປະກັນໄພທີ່ມີຢູ່ແລ້ວ;
  • ເດັກນ້ອຍອາຍຸ 5-18 ປີ ຕ້ອງກວດການເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT-PCR, ແຕ່ບໍ່ຈຳເປັນຕ້ອງໃຫ້ສັກວັກຊິນ. ສ່ວນເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ບໍ່ຈຳເປັນຕ້ອງກວດຫາເຊື້ອ ແລະ ສັກວັກຊິນ.

ແຫຼ່ງຂ່າວ: ປະເທດລາວ

 

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...