Homeຂ່າວພາຍ​ໃນການທະຫານລາວທົດສອບປະສິດທິພາບເສື້ອປ້ອງກັນລູກປືນ

ການທະຫານລາວທົດສອບປະສິດທິພາບເສື້ອປ້ອງກັນລູກປືນ

Published on

ກົມວິທະຍາສາດ-ປະຫວັດສາດ ການທະຫານໄດ້ດຳເນີນການທົດສອບປະສິດທິພາບເສື້ອປ້ອງກັນລູກປືນ A762 ເພື່ອເປັນການຢັ້ງຢືນທາງດ້ານປະສິດທິພາບຂອງເສື້ອປ້ອງກັນລູກປືນລຸ້ນ A762 ເຊິ່ງມີປະສິດທິພາບໃນການປ້ອງກັນລູກປືນຂະໜາດ 7,62 ມມ ລົງມາ, ລວມທັງປືນ AKM, M 16 ແລະ ປືນສັ້ນເກືອບທຸກຊະນິດ.

ສະຫາຍພັນໂທ ສັນຕິ ຫຼ່ຽມຜີ, ຮອງຫົວໜ້າພະແນກວິທະຍາສາດກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ກ່າວວ່າ: ໂຄງການຄົ້ນຄວ້າເສື້ອປ້ອງກັນລູກປືນເເມ່ນໜຶ່ງໃນບັນດາໂຄງການຄົ້ນຄວ້າທີ່ກົມວິທະຍາສາດ- ປະຫວັດສາດການທະຫານ ໄດ້ມີການປະດິດສ້າງ ແລະໄດ້ຮັບອະນຸມັດຈາກກະຊວງປ້ອງກັນປະເທດ. ເຊິ່ງເສື້ອປ້ອງກັນ A762 ມີຂະໜາດ 25×30 ຊັງຕີແມັດ, ມີນໍ້າໜັກ 5,37 ກິ ໂລກຣາມ ທີ່ເປັນເສື້ອ ປ້ອງກັນໃນລຸ້ນດຽວກັບຂອງຕ່າງປະເທດຈະມີນໍ້າໜັກ 7,5 ກິໂກຣາມ ຂຶ້ນໄປ. ສໍາລັບການທົດລອງຍິງແມ່ນ ໄດ້ນໍາໃຊ້ຫຸ່ນຍົນຕິດປືນ AKM ເພື່ອຍິງເປົ້າໝາຍແທນຄົນ ຍິງໃນໄລຍະ 10 ແມັດ ເຊິ່ງເປັນໄລຍະຫ່າງທີ່ມີປະສິດທິພາບທີ່ສຸດ. ທັງນີ້ກໍເພື່ອຮັບປະກັນໃນການກະກຽມມອບຜະລິດຕະພັນເສື້ອປ້ອງກັນລູກປືນໃຫ້ແກ່ກະຊວງ ປ້ອງກັນປະເທດເພື່ອນໍາໄປມອບໃຫ້ກົມວິຊາສະເພາະໄດ້ນໍາໃຊ້ ເຂົ້າໃນວຽກງານຕົວຈິງຢ່າງມີ ປະສິດທິພາບສູງ.

ການທົດສອບປະສິດທິພາບເສື້ອປ້ອງກັນລູກປືນ A762 ໄດ້ຈັດຂຶ້ນໃນວັນທີ 3 ທັນວາ 2021, ທີ່ສະໝາມຍິງປືນສາກົນ 199 ກົມວິທະຍາສາດ- ປະຫວັດສາດ ການທະຫານ, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ, ປະທານສະພາວິທະຍາສາດຂັ້ນລາງຫົວໜ້າກົມ ວິທະຍາສາດປະຫວັດສາດ-ການ ທະ ຫານ, ມີຄະນະສະພາວິທ ຍາສາດຂັ້ນລາງ, ມີກົມສູ້ຮົບ, ກົມກຳລັງພົນ, ກົມອົບຮົມພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...