Homeຂ່າວຕ່າງປະເທດທ່ານ ໂຈ ໄບເດນ ອອກມາເຕືອນລັດເຊຍ ກ່ຽວກັບການບຸກເຂົ້າປະເທດຢູເຄນ

ທ່ານ ໂຈ ໄບເດນ ອອກມາເຕືອນລັດເຊຍ ກ່ຽວກັບການບຸກເຂົ້າປະເທດຢູເຄນ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ປະທານາທິບໍດີ ໂຈ ໄບເດນ ຂອງສະຫະລັດອາເມລິກາ ໄດ້ອອກມາເຕືອນວ່າ ເຂົາຈະບໍ່ຍອມຮັບເງື່ອນໄຂທີ່ລັດຖະບານລັດເຊຍກໍານົດ ແລະ ມີຄວາມກັງວົນຕໍ່ກັບປະເທດລັດເຊຍທີ່ວາງແຜນຈະບຸກໂຈມຕີປະເທດຢູເຄນໃນອີກບໍ່ດົນນີ້.

ໂດຍສື່ມວນຊົນຂອງສະຫະລັດໄດ້ລາຍງານວ່າ: ເຈົ້າໜ້າຜູ້ກວດກາຂ່າວ ຄາດວ່າ ການບຸກເຂົ້າປະເທດຢູເຄນນີ້ຈະເກີດຂຶ້ນໃນຊ່ວງຕົ້ນປີ 2022 ແລະ ທາງລັດເຊຍເອງກໍໄດ້ເປີດເຜີຍວ່າໄດ້ມີການເສີມກໍາລັງທະຫານຢູ່ບໍລິເວນເຂດແດນ ແລະ ໄດ້ມີການເຄື່ອນຍ້າຍກອງກໍາລັງມາແລ້ວ 94,000 ຄົນ.

ມີການຄາດການວ່າໃນອາທິດນີ້ຈະມີການສົນທະນາທາງໄກລະຫວ່າງປະທານາທິບໍດີ ປູຕິນ ຂອງລັດເຊຍ ກັບ ທ່ານ ໂຈ ໄບເດນ ປະທານາທິບໍດີຂອງສະຫະລັດ ເພື່ອຫຼຸດຜ່ອນຄວາມກົດດັນ. ເຖິງແມ່ນວ່າທ່ານ ໂຈ ໄບເດນ ຈະບໍ່ໄດ້ລະບຸເຖິງມາດຕະການທີ່ຊັດເຈນທີ່ສະຫະລັດວາງແຜນຈະດໍາເນີນການ ແຕ່ເຈົ້າໜ້າທີ່ທາງການຂອງຢູເຄນ ແລະ ສະຫະລັດ ໄດ້ອອກມາເຕືອນໃນອາທິດນີ້ວ່າ ກໍາລັງມີການປຶກສາຫາລືກ່ຽວກັບການຄວໍ້າບາດທາງເສດຖະກິດທີ່ຮຸນແຮງຕໍ່ກັບລັດເຊຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...