Homeຂ່າວຕ່າງປະເທດເອົານົມໂຕເອງໃຫ້ແມວກິນ ໂດຍບໍ່ສົນໃຈຄົນອື່ນ ພະນັກງານເຕືອນກໍບໍ່ຟັງ

ເອົານົມໂຕເອງໃຫ້ແມວກິນ ໂດຍບໍ່ສົນໃຈຄົນອື່ນ ພະນັກງານເຕືອນກໍບໍ່ຟັງ

Published on

ຕົກໃຈກັນໝົດເຄື່ອງບິນເມື່ອມີແມ່ຍິງຄົນໜຶ່ງເປີດນົມໂຕເອງໃຫ້ແມວກິນຢູ່ເທິງເຄື່ອງບິນແບບບໍ່ສົນໃຈສາຍຕາຂອງຄົນອື່ນ. ເຫດການດັ່ງກ່າວເກີດຂຶ້ນໃນຖ້ຽວບິນ DL1360 ຂອງເດລຕາແອ ເຊິ່ງເດິນທາງມາຈາກເມືອງຊິຣາຄິວ ເມືອງນິວຢອກ ເພື່ອເດີນທາງໄປເມືອງແອດແລນຕາໃນລັດຈໍເຈຍ.

ໃນການລາຍງານຂ່າວບໍ່ໄດ້ລະບຸວ່າທີ່ຊັດເຈນວ່າມີຫຍັງເກີດຂຶ້ນແດ່ໃນຖ້ຽວບິນ ແຕ່ໃນສື່ອອນລາຍກໍໄດ້ມີການຖ່າຍຮູບຕອນທີ່ກັບຕັນເຄື່ອງບິນໄດ້ຕິດຕໍ່ໄປຫາສະຖານີທີ່ຢູ່ພາກພື້ນດິນເພື່ອກຽມເອົາແມ່ຍິງຄົນດັ່ງກ່າວລົງຈາກເຄື່ອງບິນ ເນື່ອງຈາກແມ່ຍິງຄົນນັ້ນບໍ່ຍອມເອົາແມວໃສ່ກົງຂັງໄວ້ຕາມກົດລະບຽບ.

ລ່າສຸດທາງສາຍການບິນຍັງບໍ່ໄດ້ອອກມາຊີ້ແຈງໃນປະເດັນດັ່ງກ່າວນີ້ ແຕ່ວ່າຮູບພາບທີ່ຖືກຖ່າຍເທິງເຄື່ອງບິນໄດ້ແຜ່ກະຈາຍໄປທົ່ວສື່ອອນລາຍ, ຢ່າງໃດກໍຕາມ ທາງດ້ານຜູ້ຊ່ຽວຊານດ້ານການບິນຄົນໜຶ່ງໄດ້ອອກມາຢືນຢັນແລ້ວວ່າຂ່າວນີ້ເປັນເລື່ອງຈິງ ແລະ ທາງສາຍການບິນເດລຕ້າເອງກໍໄດ້ປັບກົດລະບຽບໃຫ້ມີຄວາມເຂັ້ມງວດຫຼາຍຂຶ້ນ ຫຼັງຈາກທີ່ຜູ້ໂດຍສານໄດ້ມີການນໍາເອົາສັດລ້ຽງຂຶ້ນເຄື່ອງບິນນໍາເພິ່ມຂຶ້ນເຖິງ 84% ໃນປີທີ່ຜ່ານມາ ໂດຍຜູ້ໂດຍສານທີ່ໄດ້ຮັບອະນຸຍາດໃຫ້ນໍາສັດລ້ຽງຂະໜາດນ້ອຍຂຶ້ນເຄື່ອງບິນໄດ້ເຊັ່ນ: ໝາ, ແມວ ສາມາດນໍາຂຶ້ນເຄື່ອງໄດ້ແຕ່ຕ້ອງໃສ່ໄວ້ໃນກົງຂັງ ແລະ ວາງໄວ້ກ້ອງບ່ອນນັ່ງຕະຫຼອດການເດີນທາງ

ແຫຼ່ງຂ່າວ: mgronline

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...