Homeຂ່າວຕ່າງປະເທດທະຫານມຽນມາອອກປາບກຸ່ມປະທ້ວງ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ

ທະຫານມຽນມາອອກປາບກຸ່ມປະທ້ວງ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ

Published on

ກອງກຳລັງທະຫານມຽນມາກະຈາຍກຳລັງຕໍ່ຕ້ານກຸ່ມປະທ້ວງດ້ວຍການຂັບລົດພຸ່ງຊົນເຂົ້າໃສ່ຝູງຄົນຈຳນວນຫຼາຍ ທີ່ກຳລັງເດີນຂະບວນປະທ້ວງຕໍ່ຕ້ານລັດຖະປະຫານໃນຕອນເຊົ້າວັນທີ 5 ທັນວາຜ່ານມາ ທີ່ນະຄອນຢາງກຸງ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 5 ລາຍ ແລະຖືກຈັບກຸມຫຼາຍສິບຄົນ.

ຕາມການລາຍງານຂອງສຳນັກຂ່າວຣອຍເຕີ ຮູ້ວ່າ: ເກີດເຫດການປະທ້ວງໃນຕອນເຊົ້າຂອງວັນອາທິດ ທີ່ນະຄອນຢາງກຸງ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງມຽນມາ ເຊິ່ງກອງກຳລັງທະຫານໄດ້ໃຊ້ວິທີປາບປາມຢ່າງຮຸນແຮງ ດ້ວຍການຂັບລົດໄລ່ຕຳຝູງຊົນທີ່ກຳລັງເດີນຂະບວນປະທ້ວງ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ຢ່າງໜ້ອຍ 5 ຄົນ ແລະບາດເຈັບອີກຫຼາຍສິບລາຍ ແລະຈຳນວນໜຶ່ງກໍຖືກຈັບກຸມ ແຕ່ໃນຕອນບ່າຍຂອງວັນດຽວກັນກໍມີການປະທ້ວງເກີດຂຶ້ນອີກຄັ້ງ ເຖິງແມ່ນຈະເກີດຄວາມຮຸນແຮງໃນຊ່ວງຕອນເຊົ້າ ກໍຕາມ.

ການປະທ້ວງຕໍ່ຕ້ານກອງທັບໃນມຽນມາຍັງຄົງດຳເນີນຕໍ່ໄປ ເຖິງແມ່ນຈະມີການສັງຫານຜູ້ຄົນຫຼາຍກວ່າ 1,300 ຄົນ ນັບແຕ່ເລີ່ມເຮັດລັດຖະປະຫານໃນວັນທີ 1 ກຸມພາ 2021 ເປັນຕົ້ນມາ ເຊິ່ງການປະທ້ວງແມ່ນມີການຈັດຕັ້ງເປັນກຸ່ມກ້ອນແບບກະແຈກກະຈາຍ ທີ່ສະແດງຄວາມເຫັນຕໍ່ຕ້ານລຶບລ້າງລັດຖະບານທີ່ມາຈາກການເລືອກຕັ້ງ ເຊິ່ງນຳພາໂດຍ ອອງຊານ ຊູຈີ ແລະການກັບມາປົກຄອງປະເທດຂອງທະຫານ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...