spot_img
Homeຂ່າວພາຍ​ໃນລົດ​ໄຟຂົນ​ສົ່ງ​ສິນ​ຄ້າ​ສາ​ກົນຖ້ຽວ​ທຳ​ອິດຕາມທາງລົດ​ໄຟລາວ-ຈີນ​ເດີນ​ທາງຮອດຈຸດໝາຍສອງປະເທດ ​

ລົດ​ໄຟຂົນ​ສົ່ງ​ສິນ​ຄ້າ​ສາ​ກົນຖ້ຽວ​ທຳ​ອິດຕາມທາງລົດ​ໄຟລາວ-ຈີນ​ເດີນ​ທາງຮອດຈຸດໝາຍສອງປະເທດ ​

Published on

ລົດ​ໄຟຂົນ​ສົ່ງ​ສິນ​ຄ້າ​ສາ​ກົນສອງຂະບວນທຳ​ອິດຕາມທາງລົດ​ໄຟລາວ-ຈີນ​ ໄດ້ເດີນ​ທາງມາເຖິງຈຸດໝາຍທັງປະເທດ ​ລາວ ແລະ ຈີນ.

ຕາມການລາຍງານຂ່າວຂອງ CRI-FM93 ຮູ້ວ່າ: ລົດ​ໄຟຂົນ​ສົ່ງ​ສິນ​ຄ້າ​ສາ​ກົນຖ້ຽວ 21051 ທີ່​ເປັນຖ້ຽວ​ທຳ​ອິດຕາມທາງລົດ​ໄຟລາວ-ຈີນ ​​ທີ່​ອອກ​ເດີນ​ທາງ​ຈາກ​ນະ​ຄອນ​ຄຸນມິງ ​ໄດ້​ເດີນ​ທາງ​ຮອດນະ​ຄອນ​ຫຼວງວຽງ​ຈັນ​ ໃນ​ຕອນກາງຄືນຂອງວັນ​ທີ 4 ທັນ​ວາ. ຂະ​ນະ​ດຽວ​ກັນ, ​ລົດ​ໄຟ​​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ຖ້ຽວ 21052 ທີ່​ເປັນຖ້ຽວ​ທຳ​ອິດທີ່​ອອກ​ເດີນ​ທາງ​ຈາກນະ​ຄອນ​ຫຼວງວຽງ​ຈັນ​ ໃນ​ວັນ​ທີ 3 ທັນ​ວາ ​ ​ກໍ່ໄດ້​ເດີນ​ທາງ​ໄປ​ຮອດ​​ສະ​ຖາ​ນີບໍ່​ຫານ​ຂອງ​ຈີນ ໃນຕອນບ່າຍຂອງວັນ​ທີ 4 ທັນ​ວາ, ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ໄດ້​​ບັນ​ລຸການ​ຂົນ​ສົ່ງ​ຂ້າມ​ຊາດ​ຢ່າງ​ເປັນ​ທາງ​ການ.

ການ​ແລ່ນ​ລົດ​ໄຟ​​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນຕາມທາງລົດ​ໄຟລາວ-ຈີນ ຕະຫຼອດສາຍ ​ຈະ​ໃຊ້​ເວ​ລາ​ພຽງ​ແຕ່​ 30 ຊົ່ວ​ໂມງ​ເທົ່າ​ນັ້ນ, ຂະນະທີ່ການຂົນສົ່ງຕາມເສັ້ນທາງຫຼວງຈະໃຊ້ເວລາຫຼາຍກວ່າ 48 ຊົ່ວໂມງ. ຢ່າງໃດກໍຕາມ, ໄລຍະການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນເບື້ອງຕົ້ນ, ພາກ​ສ່ວນທາງ​ລົດ​ໄຟ​ຂອງ​ລາວ ແລະຈີນ ​ໄດ້​ວາງ​ແຜນ​ການ​ແລ່ນ​ລົດ ໂດຍຈະມີລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ 2 ຖ້ຽວຕໍ່ວັນ ພາຍ​ໃ​ຕ້​ສະ​ພາບ​ການ​ປ້ອງ​ກັນ ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ -19 ຄື​ລະ​ຫວ່າງ​ສະ​ຖາ​ນີຄຸ​ນ​​ມິງ​ແລະສະ​ຖາ​ນີ​ນະ​ຄອນ​ຫຼວງວຽງ​ຈັນ​ໃຕ້.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...