spot_img
Homeຂ່າວພາຍ​ໃນລະບົບການສື່ສານ ແລະຄວບຄຸມທາງລົດໄຟລາວ-ຈີນແມ່ນລະບົບດຽວກັບຢູ່ປະເທດຈີນ

ລະບົບການສື່ສານ ແລະຄວບຄຸມທາງລົດໄຟລາວ-ຈີນແມ່ນລະບົບດຽວກັບຢູ່ປະເທດຈີນ

Published on

ລະບົບການສື່ສານທາງລົດໄຟທີ່ນຳໃຊ້ໃນໂຄງການລົດໄຟລາວ-ຈີນ ເປັນລະບົບສັນຍານຄຸນນະພາບສູງ ເພື່ອຄວບຄຸມການນຳໃຊ້ງານ ແລະຄວາມປອດໄພ ທັງເປັນລະບົບດຽວກັນທີ່ໃຊ້ໃນປະເທດຈີນ.

ທ່ານ ຖາງເວິນສີ, ວິສາວະກອນໃຫຍ່ດ້ານການສື່ສານສັນຍານການບໍລິການທາງລົດໄຟ ລາວ-ຈີນ ກ່າວວ່າ: ປັດຈຸບັນທາງບໍລິສັດໄດ້ສຳເລັດໃນການສ້າງລະບົບຄົມມະນາຄົມທາງລົດໄຟ ເຊິ່ງເປັນຫົວໃຈຂອງການຄວບຄຸມການແລ່ນລົດໄຟ ໂດຍເຄືອຂ່າຍສື່ສານ ແລະສາຍໄຟເບີໃຍແສງ ເພື່ອສົ່ງຂໍ້ມູນດິຈີຕອນ ໂດຍເຮັດໜ້າທີ່ຮັບ-ສົ່ງຂໍ້ມູນຕົວເລກ ເຊິ່ງຊ່ວຍໃຫ້ພະນັກງານຄວບຄຸມສາມາດຮັບຮູ້ໄດ້ເຖິງສະພາບການແລ່ນລົດ ລວມທັງຕຳແໜ່ງ ແລະສະຖານະການແລ່ນລົດຂອງຂະບວນລົດໄຟໄດ້ຕະຫຼອດເວລາ. ບົດບາດຕົ້ນຕໍຂອງລະບົບສັນຍານ ແມ່ນສັ່ງການປະຕິບັດງານ ແລະປ້ອງກັນຄວາມປອດໄພໃນການປະຕິບັດໜ້າທີ່ຂອງລົດໄຟ, ສ່ວນອຸປະກອນອື່ນໆຂອງລະບົບສັນຍານັ້ນ, ທາງບໍລິສັດໄດ້ນຳໃຊ້ຍີ່ຫໍ້ທີ່ີມີຊື່ສຽງ ແລະນຳໃຊ້ສະເພາະໃນທາງລົດໄຟຄວາມໄວສູງພາຍໃນປະເທດຈີນ.

ສຳລັບອຸປະກອນ ແລະສາຍເຄເບິ້ນທັງໝົດທີ່ເຊື່ອມຕໍ່ຕາມເສັ້ນທາງລົດໄຟສາຍນີ້ ມີທັງໝົດ 700 ຈຸດ ຖ້າຫາກມີການເຊື່ອມຕໍ່ຜິດພາດພຽງຈຸດດຽວ ກໍສາມາດເຮັດໃຫ້ເກີດອຸບັດເຫດຮຸນແຮງໄດ້.

ຂໍ້ມູນຈາກ: ໜັງສືພິມວຽງຈັນທາຍ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...