Homeຂ່າວພາຍ​ໃນລາຍງານການຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 26 ພະຈິກ 2021

ລາຍງານການຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 26 ພະຈິກ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນທີ 25 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,627 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,510 ຄົນ (ຕິດເຊື້ອພາຍໃນ  1,509  ຄົນ ແລະ ກໍລະນີນຳເຂົ້າ 1 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,509 ຄົນ ຈາກ 18 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 856 ຄົນ ໃນ 204 ບ້ານ ແລະ 9 ເມືອງ
  2. ຫຼວງພະບາງ ມີ 134 ຄົນ ໃນ 43 ບ້ານ ແລະ 8 ເມືອງ
  3. ແຂວງວຽງຈັນ ມີ 107 ຄົນ ໃນ 31 ບ້ານ ແລະ 9 ເມືອງ
  4. ໄຊຍະບູລີ ມີ 74 ຄົນ ໃນ 12 ບ້ານ ແລະ 2 ເມືອງ
  5. ບໍ່ແກ້ວ ມີ 70 ຄົນ ໃນ 27 ບ້ານ ແລະ 4 ເມືອງ
  6. ສະຫວັນນະເຂດ ມີ 63 ຄົນ ໃນ 28 ບ້ານ ແລະ 5 ເມືອງ
  7. ຈຳປາສັກ ມີ 48 ຄົນ ໃນ 25 ບ້ານ ແລະ 3 ເມືອງ
  8. ອຸດົມໄຊ ມີ 42 ຄົນ ໃນ 13 ບ້ານ ແລະ 2 ເມືອງ
  9. ບໍລິຄຳໄຊ ມີ 36 ຄົນ ໃນ 4 ບ້ານ ແລະ 2 ເມືອງ
  10. ຫົວພັນ ມີ 21 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  11. ເຊກອງ ມີ 13 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  12. ສາລະວັນ ມີ 12 ຄົນ ໃນ 7 ບ້ານ ແລະ 3 ເມືອງ
  13. ຫຼວງນ້ຳທາ ມີ 11 ຄົນ, ໃນ 3 ບ້ານ ແລະ 1 ເມືອງ
  14. ຜົ້ງສາລີ ມີ 6 ຄົນ ໃນ 4 ບ້ານ ແລະ 4 ເມືອງ
  15. ຄຳມ່ວນ ມີ 5 ຄົນ ໃນ 14 ບ້ານ ແລະ 3 ເມືອງ
  16. ຊຽງຂວາງ ມີ 5 ຄົນ ໃນ 3 ບ້ານ ແລະ 1 ເມືອງ
  17. ໄຊສົມບູນ ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ
  18. ອັດຕະປື 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ແມ່ນມີ 1 ຄົນຈາກແຂວງບໍລິຄຳໄຊ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

  • ມາຮອດວັນທີ 25 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 68,832 ຄົນ, ເສຍຊີວິດສະສົມ 148 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 761ຄົນ ແລະ ກໍາລັງປິ່ນປົວ 10,981
  • ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:

1). ເພດຍິງ, ອາຍຸ 64 ປີ, ອາຊີບ: ແມ່ເຮືອນ, ບ້ານນາຂ່າ, ເມືອງນາຊາຍທອງ,  ນະຄອນຫລວງວຽງຈັນ.

– ມີພະຍາດປະຈຳຕົວ: ຄວາມດັນເລືອດສູງ

– ເລີ່ມວັນທີ 25 ພະຈິກ 2021:  ມີອາການຖອກທ້ອງ, ອິດເມື່ອຍ ແລະ ໝົດສະຕິ

  ໄປໂຮງໝໍເມືອງນາຊາຍທອງ ເກັບຕົວຢ່າງກວດເພື່ອຊອກພະຍາດໂຄວິດ-19 ພົບເຊື້ອ

  ໄດ້ຖືກນຳສົ່ງໄປໂຮງໝໍມິດຕະພາບເພື່ອປີ່ນປົວ ແຕ່ຄົນເຈັບໄດ້ເສຍສະຕິ ແພດໄດ້ແຍ່ທໍ່ຊ່ວຍຫາຍໃຈ ເພື່ອເຊີດຊູຄົນເຈັບ

-  ຮອດວັນທີ 25 ພະຈິກ 2021ເວລາ 10:30 ຂອງ: ຄົນເຈັບ ໄດ້ເສຍຊີວິດ

 

  1. ເພດຍິງ, ອາຍຸ 72 ປີ, ບ້ານຄໍາຮຸ່ງ, ເມືອງໄຊທານີ, ນະຄອນຫລວງ ວຽງຈັນ

– ມີພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ, ນໍ້າຖ້ວມປອດ ແລະ ມີອາການຕິດເຊື້ອ.

– ສັກຢາວັກຊີນຄົບ

– ວັນທີ 20 ພະຈິກ 2021: ມີອາການໄອ, ອິດເມື່ອຍ, ຫາຍໃຈຝືດ ແລະ ນອນພຽງບໍ່ໄດ້

– ວັນທີ 23 ພະຈິກ 2021: ມາຮອດສຸກເສີນຂອງໂຮງໝໍມິດຕະພາບ ເກັບຕົວຢ່າງກວດເພື່ອຊອກພະຍາດໂຄວິດ-19 ຜົນກວດ ແມ່ນພົບເຊື້ອ ແລະ ໄດ້ເຂົ້ານອນຕິດຕາມ

– ວັນທີ 23-25 ພະຈິກ 2021, ເປັນເວລາ 03 ວັນ

– ວັນທີ 25 ພະຈິກ 2021ມາຮອດເວລາ 19:14 ນາທີ ຄົນເຈັບ ໄດ້ເສຍຊີວິດ

 

  1. ເພດຍິງ, ອາຍຸ 44 ປີ, ບ້ານຫ້ວຍກໍ້, ເມືອງຈອມເພັດ, ແຂວງຫຼວງພະບາງ

– ບໍ່ມີພະຍາດປະຈຳຕົວ ແລະ ບໍ່ໄດ້ສັກວັກຊີນ

– ວັນທີ 08 ພະຈິກ 2021: ຜົນກວດພົບເຊື້ອ ແລ້ວເຂົ້ານອນຕິດຕາມ ຢູສູນເຂື່ອນນ້ຳຂອງ ເມືອງຈອມເພັດ ແຂວງຫຼວງພະບາງ

– ວັນທີ 15 ພະຈິກ 2021: ໄດ້ນໍາສົ່ງຄົນເຈັບຈາກສູນເຂື່ອນນ້ຳຂອງ ເມືອງຈອມເພັດ ມາໂຮງໝໍແຂວງດ້ວຍອາການອິດເມື່ອຍ,  ມີອາການບວມຕາມແຂ່ງຂາ ແລະ ໃບໜ້າ.

  • ເວລາ 8:10 ນາທີ ຂອງວັນທີ 21 ພະຈິກ 2021: ຄົນເຈັບມີອາການອິດເມື່ອຍ
  • ຕໍ່ມາຄົນເຈັບມີອາການໜັກຂື້ນ ຈຶ່ງນຳສົ່ງເຂົ້າຫ້ອງ ICU ແລະ ເສຍຊີວິດໃນເວລາຕໍ່ມາ
  1. ເພດຍິງ, ອາຍຸ 51 ປີ, ບ້ານຫ້ວຍຫ້ອມ, ເມືອງສີໂຄດຕະບອງ, ນະຄອນຫລວງ

– ພະຍາດປະຈຳໂຕ: ເບົາຫວານ

– ໄດ້ສັກວັກຊີນສອງເຂັມຄົບ

– ເວລາ 23:30ໂມງຂອງວັນທີ 24 ພະຈິກ 2021: ມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ

– ມາຮອດເວລາ 21:05 ນາທີ ຂອງວັນທີ 25 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...