Homeຂ່າວພາຍ​ໃນສໍາເລັດໄປດ້ວຍດີ ການສອບເສັງທາງໄກຄັ້ງທຳອິດຂອງ ມ.ຊ ໃນສົກສຶກສາ 2021-2022

ສໍາເລັດໄປດ້ວຍດີ ການສອບເສັງທາງໄກຄັ້ງທຳອິດຂອງ ມ.ຊ ໃນສົກສຶກສາ 2021-2022

Published on

ມະຫາວິທະຍາໄລແຫ່ງຊາດລາວ ຈັດການສອບເສັງຄັດເລືອກເອົານັກສຶກສາ ປະຈຳສົກສຶກສາ 2021-2022 ຜ່ານທາງລະບົບທາງໄກ (ອອນລາຍ) ຈັດຂຶ້ນໃນວັນທີ 25 ພະຈິກ 2021, ໂດຍມີຈຸດສູນລວມຄະນະກຳມະການຕັ້ງຢູ່ທີ່ສະໂມສອນຂອງສະຖາບັນຂົງຈື ມ.ຊ ໂດຍການໃຫ້ກຽດລົງຕິດຕາມການສອບເສັງຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມ.ຊ, ມີບັນດາທ່ານຮອງອະທິການບໍດີ, ບັນດາຄະນະກຳມະການຮັບຜິດຊອບການສອບເສັງຜ່ານທາງລະບົບອອນລາຍ ພ້ອມດ້ວຍບັນດາຄະນະກຳມະການທັງ 12 ຈຸດເຂົ້າຮ່ວມ.
ໃນສົກສຶກສາ 2021-2022 ນີ້ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ທາງ ມ.ຊ ຈຶ່ງໄດ້ຫັນປ່ຽນຈາກການສອບເສັງແບບເຊິ່ງໜ້າ ມາເປັນການສອບເສັງແບບທາງໄກ (ລະບົບອອນລາຍ) ໂດຍນຳໃຊ້ Google Platform (Gmail, Classroom, Meet and Chrome). ໃນການສອບເສັງຄັ້ງນີ້, ມ.ຊ ກໍໄດ້ວາງແຜນ ແລະ ກຽມຄວາມພ້ອມໃນທຸກໆດ້ານ ເປັນຕົ້ນແມ່ນການພັດທະນາໂປຣແກມເພື່ອຮັບຮອງໃຫ້ການສອບເສັງມີປະສິດຕິພາບ, ການແຕ່ງຕັ້ງອະນຸກຳມະການ, ຈັດຝຶກອົບຮົມດ້ານເຕັກນິກໄອທີໃຫ້ແຕ່ລະອະນຸກຳມະການ ຊຶ່ງໄດ້ຈັດການສອບເສັງທົດລອງເຖິງ 2 ຄັ້ງເພື່ອໃຫ້ນັກສອບເສັງມີຄວາມພ້ອມ ແລະ ເຂົ້າໃຈລະບົບການສອບເສັງແບບທາງໄກ. ການສອບເສັງຄັດເລືອກເອົານັກສຶກສາໃນສົກສຶກສາ 2021-2022 ໄດ້ແບ່ງອອກເປັນ 12 ຈຸດສອບເສັງ, ມີ 91 ຈຸ, ມີ 458 ຫ້ອງສອບເສັງ, ມີກຳມະການຍາມຫ້ອງສອບເສັງຈໍານວນ 458 ທ່ານ, ຫ້ອງ 1 ບັນຈຸນັກສອບເສັງຈຳນວນ 20 ຄົນ. ມີນັກຮຽນທີ່ມີໜ້າສອບເສັງຕົວຈິງຈຳນວນ 6.625 ຄົນ, ການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື ກຸ່ມ A ສອບເສັງວິຊາ ຄະນິດສາດ A, ຟີຊິກສາດ, ພາສາລາວ-ວັນນະຄະດີ, ເຄມີສາດ, ຊີວະສາດ ແລະ ພາສາອັງກິດ ມີຜູ້ສອບເສັງຕົວຈິງຈຳນວນ 2.378 ຄົນ ແລະ ກຸ່ມ B ສອບເສັງວິຊາຄະນິດສາດ B, ພາສາລາວ-ວັນນະຄະດີ, ພູມີສາດ, ປະຫວັດສາດ ແລະ ພາສາອັງກິດ; ມີຜູ້ສອບເສັງຕົວຈິງຈຳນວນ 4.249 ຄົນ, ການສອບເສັງແມ່ນຈັດຂຶ້ນພາຍໃນໜຶ່ງວັນ; ເລີ່ມຕອນເຊົ້າເວລາ 9:00 ໂມງ ເຖິງ 11:00 ໂມງ ແລະ ຕອນບ່າຍເວລາ 14:00 ໂມງເຖິງ 15:30 ນາທີ.
ທ່ານ ພຸດ ສິມມາລາວົງ ກໍໄດ້ມີຄຳເຫັນຕໍ່ການສອບເສັງແບບທາງໄກຂອງ ມ.ຊ ຊຶ່ງທ່ານໄດ້ກ່າວບາງຕອນວ່າ: ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບໃນຫຼາຍດ້ານ ໂດຍສະເພາະໃນຂົງເຂດວຽກງານການສຶກສາ, ຕາມທຳມະດາແລ້ວການສອບເສັງເຂົ້າ ມ.ຊ ແມ່ນຈະຈັດຂຶ້ນໃນໄລຍະເດືອນ ກໍລະກົດ ຫາ ເດືອນ ສິງຫາ ຂອງທຸກໆປີ ແຕ່ມາໃນສົກສຶກສານີ້ ຈຳເປັນຕ້ອງໄດ້ປັບປ່ຽນຮູບແບບການສອບເສັງຈາກການສອບເສັງແບບເຊິ່ງໜ້າ ມາເປັນການສອບເສັງແບບທາງໄກ (online) ຖືເປັນຄັ້ງທຳອິດຂອງມະຫາວິທະຍາໄລແຫ່ງຊາດ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກ ແຕ່ຄະນະນຳ ແລະ ພະນັກງານ, ຄູ-ອາຈານຂອງ ມ.ຊ ກໍໄດ້ສຸມທຸກກຳລັງແຮງເພື່ອຈັດການສອບເສັງຄັ້ງນີ້ເພື່ອໃຫ້ໄດ້ຮັບຜົນສຳເລັດ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກໃນການປັບປ່ຽນການສອບເສັງກໍຕາມ ແຕ່ທາງ ມ.ຊ ກໍມີການກະກຽມຄວາມພ້ອມທັງສາມາດຮັບປະກັນໄດ້ທັງຄວາມໂປ່ງໃສ ແລະ ຄຸນນະພາບ.
ສຳລັບຜົນການສອບເສັງ ຄາດວ່າ ຈະປະກາດຜົນໃຫ້ຊາບພາຍໃນ 2 ອາທິດ ຫຼັງຈາກການສອບເສັງ.
ແຫຼ່ງຂ່າວ: ມະຫາວິທະຍາໄລແຫ່ງຊາດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...