Homeຂ່າວຕ່າງປະເທດບົດວິໄຈໃໝ່ ປາໝຶກ, ປູ ແລະ ກຸ້ງລັອບເຕີ ສາມາດຮັບຮູ້ເຖິງຄວາມເຈັບປວດໄດ້ ແລະ ມັນຈະຈື່ທຸກຢ່າງທີ່ມະນຸດເຮັດກັບມັນ

ບົດວິໄຈໃໝ່ ປາໝຶກ, ປູ ແລະ ກຸ້ງລັອບເຕີ ສາມາດຮັບຮູ້ເຖິງຄວາມເຈັບປວດໄດ້ ແລະ ມັນຈະຈື່ທຸກຢ່າງທີ່ມະນຸດເຮັດກັບມັນ

Published on

ປາໝຶກ, ປູ ແລະ ກຸ້ງລັອບເຕີ ສາມາດຮັບຮູ້ເຖິງຄວາມເຈັບປວດໄດ້ ແລະ ມັນຈະຈື່ທຸກຢ່າງທີ່ມະນຸດເຮັດກັບມັນ. ການວິໄຈໃນຄັ້ງນີ້ໄດ້ຖືກສົ່ງໄປເຖິງລັດຖະບານຂອງປະເທດອັງກິດເພື່ອທົບທວນເຖິງກົດໝາຍຄຸ້ມຄອງພວກມັນ ໂດຍການເພີ່ມລາຍຊື່ສິ່ງທີ່ມີຊີວິດທີ່ຈະໄດ້ຮັບການຄຸ້ມຄອງຕາມກົດໝາຍສະວັດດີພາບສັດສະບັບໃໝ່.

ຜົນການສຶກສາມາຈາກຜູ້ຊ່ຽວຊານຈາກ London School of Economics ໂດຍການສຶກສາຂໍ້ມູນຫຼັກຖານທງວິທະຍາສາດ 300 ກວ່າຢ່າງ ເພື່ອປະເມີນ ແລະ ພິສູດຄວາມຮູ້ສຶກຂອງສັດເຫຼົ່ານີ້ວ່າເປັນແນວໃດ ແລະ ໄດ້ຂໍ້ສະຫຼຸບວ່າ ສັດໃນຕະກູນປາໝຶກ, ສັດໃນຕະກູນກຸ້ງ ຄວນໄດ້ຮັບການປະຕິບັດເຊັ່ນດຽວກັນກັບສັດຈໍາພວກອື່ນໆທີ່ມີການຄຸ້ມຄອງ.

ທັງນີ້ເພື່ອການທົບທວນທີ່ສົມບູນຂຶ້ນທາງ London School of Economics ຍັງສະເໜີເພີ່ມຕື່ມໃນເລື່ອງການຕໍ່ຕ້ານແນວທາງການທາລຸນສັດ ເຊິ່ງປັດຈຸບັນສັດຈໍານວນຫຼາຍຖືກຂ້າຕາຍດ້ວຍວິທີທີ່ທໍລະມານ ເຊັ່ນການຖືກຕົ້ນໃສ່ໝໍ້ໃນຂະນະທີ່ຍັງມີຊີວິດຢູ່.

ແຫຼ່ງຂ່າວ: Springnews

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...