spot_img
Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 23 ພະຈິກ 2021

ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 23 ພະຈິກ 2021

Published on

ວັນທີ 22 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 7,007 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,323 ຄົນ (ຕິດເຊື້ອພາຍໃນ ມີ 1,325 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).  ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃນໃໝ່ ທັງໝົດ1,318 ຄົນ ຈາກ 17 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 592 ຄົນ ໃນ 197 ບ້ານ ແລະ 9 ເມືອງ

ເມືອງຈັນທະບູລີ 77 ຄົນ ຈາກ 21 ບ້ານ

ເມືອງສີໂຄດຕະບອງ 89 ຄົນ ຈາກ 32 ບ້ານ

ເມືອງໄຊເສດຖາ 145​ ຄົນ ຈາກ 41 ບ້ານ

ເມືອງສີສັດຕະນາກ 75 ຄົນ ຈາກ 23​ ບ້ານ

ເມືອງນາຊາຍທອງ 19​ ຄົນ ຈາກ 10 ບ້ານ

ເມືອງໄຊທານີ 119 ຄົນ ຈາກ 42 ບ້ານ

ເມືອງຫາດຊາຍຟອງ 42 ຄົນ ຈາກ 25 ບ້ານ

ເມືອງປາກງື່ມ 2 ຄົນ ຈາກ 2 ບ້ານ

ເມືອງສັງທອງ 1 ຄົນ ຈາກ 1 ບ້ານ

ຕ່າງແຂວງ  6 ຄົນ

ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ

  1. ຫຼວງພະບາງ ມີ 199 ຄົນ ໃນ 47 ບ້ານ ແລະ 10 ເມືອງ
  2. ບໍລິຄຳໄຊ ມີ 116 ຄົນ ໃນ 41 ບ້ານ ແລະ 6 ເມືອງ
  3. ແຂວງວຽງຈັນ ມີ 108 ຄົນ ໃນ 35 ບ້ານ ແລະ 8 ເມືອງ
  4. ຜົ້ງສາລີ ມີ 55 ຄົນ ໃນ 8 ບ້ານ ແລະ 2 ເມືອງ
  5. ອຸດົມໄຊ ມີ 47 ຄົນ ໃນ 12 ບ້ານ ແລະ 1 ເມືອງ
  6. ຈຳປາສັກ ມີ 50 ຄົນ ໃນ 28 ບ້ານ ແລະ 6 ເມືອງ
  7. ໄຊຍະບູລີ ມີ 41 ຄົນ ໃນ 10 ບ້ານ ແລະ 1 ເມືອງ
  8. ບໍ່ແກ້ວ ມີ 39 ຄົນ ໃນ 12 ບ້ານ ແລະ 2 ເມືອງ
  • ສະຫວັນນະເຂດ ມີ 38 ຄົນ ໃນ 19 ບ້ານ ແລະ 4 ເມືອງ
  • ສາລະວັນ ມີ 8 ຄົນ ໃນ 7 ບ້ານ ແລະ 3 ເມືອງ
  • ຫຼວງນ້ຳທາ ມີ 6 ຄົນ, ໃນ 4 ບ້ານ ແລະ 2 ເມືອງ
  • ຄຳມ່ວນ ມີ 6 ຄົນ ໃນ 5 ບ້ານ ແລະ 2 ເມືອງ
  • ອັດຕະປື 4 ຄົນ ໃນ 4 ບ້ານ ແລະ 1 ເມືອງ
  • ຫົວພັນ ມີ 4 ຄົນ ໃນ 4 ບ້ານ ແລະ 2 ເມືອງ
  • ເຊກອງ ມີ 4 ຄົນ ໃນ 3 ບ້ານ ແລະ 2 ເມືອງ
  • ຊຽງຂວາງ ມີ 01 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ ຈາກ ສະຫວັນນະເຂດ 1 ຄົນ ແລະ ແຂວງຈໍາປາສັກ 4 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ມາຮອດວັນທີ 23 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 64,482 ຄົນ, ເສຍຊີວິດສະສົມ 137 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 795 ຄົນ, ກໍາລັງປິ່ນປົວ 11,239 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:

ຜູ້ທີ 1. ເພດຍິງ, ອາຍຸ 72 ປີ,  ບ້ານເກົ້າຍອດ, ເມືອງສີສັດຕະນາກ, ນະຄອນຫລວງ.

  • ພະຍາດຜ່ານມາ: ເບົາຫວານ,ຄວາມດັນ,ໄຂ່ຫລັງ ກິນຢາປະຈຳ
  • ຍັງບໍ່ໄດ້ສັກວັກຊີນ
  • ວັນທີ່ 19 ພະຈິກ 2021: ຄົນເຈັບມີໄອ, ໄຂ້, ຂີ້ມູກຍ້ອຍ
  • ວັນທີ່ 21 ພະຈິກ 2021: ມີອາການຫນັກຂື້ນ, ໄອ, ອິດເມື່ອຍ, ຫາຍໃຈຝືດ, ກະວົນກະວາຍ, ບໍ່ໄດ້ສະຕິ, O2 ຕໍ່າລົງ ແລະ ມາຮອດສຸກເສີນ ຂອງໂຮງໝໍມິດຕະພາບ ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ດ້ວຍ Gene x-pert ແລະ ຜົນກວດພົບເຊື້້ອ
  • ເວລາ 05:30 ໂມງຂອງວັນທີ 22 ພະຈິກ 2021: ຄົນເຈັບເອົາອາການຊີວິດ (V/S) ບໍ່ໄດ້
  • ເນື່ອງຈາກຄົນເຈັບComaໄດ້ແຍ່ທໍ່ຊ່ວຍຫາຍໃຈ
  • ມາຮອດເວລາ 06:00 ຂອງວັນທີ 22 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 2. ເພດຊາຍ, ອາຍຸ 25 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນ: ບ້ານປ່າປົວະ, ເມືອງນໍ້າທາ, ແຂວງຫຼວງນໍ້າທາ

  • ປະຫວັດຜູ້ກ່ຽວ ເຄີຍເປັນພະຍາດເລືອດຈາງ, ປ້າງກີນເລືອດ , ເຄີຍຜ້າຕັດປ້າງ ໄດ້10 ປີ ມາແລ້ວ ,ໄດ້ໃສ່ເລືອດປະຈໍາ ແລະ ຂາດການໃສ່ເລືອດປະມານ 2 ເດືອນ
  • ຜູ້ກ່ຽວຍັງບໍ່ໄດ້ຮັບການສັກຢາວັກຊີນເທື່ອ
  • ເວລາ 9:00 ໂມງເຊົ້າຂອງວັນທີ 21 ພະຈິກ 2021: ຄົນເຈັບ ໄດ້ໄປປີ່ນປົວຢູ່ໂຮງໝໍທະຫານ ປະມານ 2 ຄັ້ງ ໄດ້ໃສ່ຢາຈໍານວນໜື່ງ ແຕ່ອາການບໍ່ດີຂື້ນ
  • ມື້ດຽວກັນນັ້ນ ເວລາປະມານ 23:30 ນາທີ ໄດ້ໄປເຂົ້າໂຮງໝໍແຂວງ ດ້ວຍອາການອິດເມື່ອຍ,ຈື ດມ້ານ, ວີນຫົວ, ຕາລາຍ, ປັ້ນທອ້ງ, ຮາກ, ຕັບໃຫ່ຍ, ຫາຍໃຈຍາກ, ຫົວໃຈຊຸດໂຊມ.
  • ໃນເວລາ 1:00 ໂມງເຊົ້າ ຂອງວັນທີ 22 ພະຈິກ 2021: ທາງໂຮງໝໍແຂວງ ໄດ້ເກັບຕົວຢ່າງເພື່ອກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ມາຮອດເວລາ 15:00-15:20 ນາທີ: ຄົນເຈັບອິດເມື່ອຍ, ຄວາມດັນເລືອດຕໍ່າ, ຫາຍໃຈບໍ່ອີ່ມ ແລະ ຕົນໂຕເຢັນ
  • ມາຮອດເວລາ 17: 20 ນາທີ ຂອງມື້ດຽວກັນນັ້ນ ຄົນເຈັບໄດ້ເສຍຊີວິດ
  1. ເພດຊາຍ, ອາຍຸ 70 ປີ, ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫລວງ
  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແຕ່ບໍ່ໄດ້ກິນຢາປົກກະຕິ ແລະ Gout
  • ບໍ່ໄດ້ສັກຢາວັກຊີນ
  • ມີອາການໄຂ້ມາຕະຫລອດ ໄດ້ປະມານ 01 ອາທິດ
  • ມາຮອດວັນທີ 18 ພະຈິກ 2021: ໄດ້ມາເກັບຕົວຢ່າງເພື່ອຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ແລ້ວມານອນປີ່ນປົວ ຢູ່ສູນຫ້ວຍຫົງ
  • ເວລາ 17:05 ນາທີ ຂອງວັນທີ 20 ພະຈິກ 2021: ຄົນເຈັບມີອາການເມື່ອຍ, ຄວາມດັນເລືອດຕໍ່າ, ອົກຊີໃນເລືອດຕໍ່າ ໄດ້ຍ້າຍຄົນມາປີ່ນປົວ ຢູ່ໂຮງໝໍເສດຖາທິລາດ ດ້ວຍອາການຄົນເຈັບສະຕີບໍ່ດີ, ອິດເມື່ອຍ, ອົກຊີໃນເລືອດຕໍ່າ
  • ມາຮອດເວລາ 21:00 ໂມງ ຂອງວັນທີ 22 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
  • ບົ່ງມະຕິການເສຍຊີວິດ: ຊຸດໂຊມທາງລະບົບຫາຍໃຈ
  1. ເພດຊາຍ, ອາຍຸ 76 ປີ, ບ້ານໂຄກຊາຍ, ເມືອງຫາດຊາຍຟອງ, ນະຄອນຫລວງ
  • ພະຍາດປະຈໍາຕົວ: ຮູດຫຶດ
  • ໄດ້ສັກຢາວັກຊີນຄົບ J&J
  • ວັນທີ 22 ພະຈິກ 2021: ໄດ້ມາເກັບຕົວຢ່າງເພື່ອຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ເວລາ 05:00 ໂມງເຊົ້າ ຂອງວັນທີ 23 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

 

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...