spot_img
Homeຂ່າວພາຍ​ໃນເລີ່ມຜະລິດຢາເມັດ “ໂມນນູພິຣາເວຍ” ປິ່ນປົວໂຄວິດ-19 ໃນເດືອນທັນວາ 2021

ເລີ່ມຜະລິດຢາເມັດ “ໂມນນູພິຣາເວຍ” ປິ່ນປົວໂຄວິດ-19 ໃນເດືອນທັນວາ 2021

Published on

ອີງຕາມການລາຍງານຂອງ​ ໜັງສືພິມ Vientiane Times​ ວ່າ: ກະຊວງສາທາລະນະສຸກ ອະນຸມັດໃຫ້ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ຜະລິດຢາໂມນນູພິຣາເວຍ (Molnupiravir) ເຊິ່ງເປັນຢາເມັດ ເພື່ອໃຊ້ປິ່ນປົວພະຍາດໂຄວິດ-19.

ທ່ານ ພູໂຂງ ໂຈມມາລາ ຮອງຜູ້ນຳນວຍການລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ໃຫ້ສຳພາດກັບ Vientiane Times ເມື່ອວັນທີ່ 18 ພະຈິກ 2021​ ທີ່ຜ່ານມາວ່າ: ໂຮງງານຈະເລີ່ມຜະລິດຢາໃນເດືອນທັນວາ 2021 ນີ້ ຕາມຄຳແນະນຳຂອ​ງ​ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

ທ່ານ ພູໂຄງ ໂຈມມາລາ​ ຍັງກ່າວຕື່ມວ່າ: ພວກເຮົາຄາດຫວັງວ່າ ຈະສາມາດສະໜອງຢາຊະນິດນີ້ໃນເບື້ອງຕົ້ນ ໃຫ້ກັບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1,000 ຄົນ ພາຍໃຕ້ໂຄງການເລີ່ມຕົ້ນຜະລິດ ເຊິ່ງໂຄງການດັ່ງກ່າວຈະໄດ້ຮັບການກວດສອບ ໂດຍອົງການອະນາໄມໂລກ.

ການໃຊ້ຢາໃໝ່ໃນການປິ່ນປົ່ວພະຍາດໂຄວິດ-19 ເປັນສ່ວນໜຶ່ງ ຂອງຄວາມພະຍາຍາມຂອງລັດຖະບານ ໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19, ໂຄງການເລີ່ມຕົ້ນຜະລິດຢານີ້ ໄດ້ກຳນົດເອົາຜູ້ຕິດເຊື້ອທີ່ມີອາຍຸລະຫວ່າງ 18-65 ປີ ເປັນກຸ່ມເປົ້າໝາຍ ເປັນຜູ້ທີ່ມີອາການເບົາບາງ ຫາ ປານກາງ ແລະ ຢູ່ໃນໄລຍະເລີ່ມຕົ້ນຂອງການຕິດເຊື້ອ, ຜູ້ທີ່ຈະກິນຢານີ້ໃນການປິ່ນປົວ ຕ້ອງບໍ່ມີອາການປອດບວມ ຫຼື ຂາດອົກຊີແຊນ ໂດຍຈະໄດ້ກິນຢາເປັນເວລາ 5 ວັນ.

ຢາໂມນນູພິຣາເວຍ (Molnupiravir)  ເປັນຢາເມັດຊະນິດກິນ ມີຜົນໃນການອອກລິດຕ້ານໄວຣັສ ພັດທະນາຂຶ້ນເພື່ອໃຊ້ປິ່ນປົວໄຂ້ຫວັດໃຫຍ່ ໂດຍເກີດຈາກການຮ່ວມມືໃນການພັດທະນາ ຂອງບໍລິວັດ Ridgebback Biothera peuthisc ປະເທດ ສ.ອາເມຣິກາ ແລະ ບໍລິສັດ Merck ປະເທດເຢຍລະມັນ ມີລິດຕໍ່ຕ້ານໄວຣັສໂຄໂຣນາຫຼາຍຊະນິດເຊັ່ນ: SARS, MERS ແລະ ໂຄວິດ-19.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...