spot_img
Homeຂ່າວພາຍ​ໃນລາຍລະອຽດການຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 18 ພະຈິກ 2021

ລາຍລະອຽດການຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 18 ພະຈິກ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນທີ 17 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,948 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,401 ຄົນ (ຕິດເຊື້ອພາຍໃນ ມີ 1,391 ຄົນ ແລະ ຕິດເຊື້ອນໍາເຂົ້າ 10 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,391 ຄົນ ຈາກ 17 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 574 ຄົນ: ມາຈາກ 198 ບ້ານ ໃນ 9 ເມືອງ
  • ເມືອງຈັນທະບູລີ ມີ 20 ບ້ານ (62 ຄົນ)
  • ເມືອງສີໂຄດຕະບອງ ມີ 50 ບ້ານ (93 ຄົນ)
  • ເມືອງໄຊເສດຖາ ມີ 35 ບ້ານ (162 ຄົນ)
  • ເມືອງສີສັດຕະນາກມີ 21 ບ້ານ (46 ຄົນ)
  • ເມືອງ ນາຊາຍທອງ ມີ 13 ບ້ານ (38 ຄົນ)
  • ເມືອງໄຊທານີ ມີ 32 ບ້ານ (103 ຄົນ)
  • ເມືອງຫາດຊາຍຟອງ ມີ 22 ບ້ານ (37 ຄົນ)
  • ເມືອງ. ສັງທອງ ມີ 01 ບ້ານ (01 ຄົນ)
  • ເມືອງປາກງື່ມ ມີ 03 ບ້ານ ( 12 ຄົນ)
  • ຕ່າງແຂວງ ມີ 05 ຄົນ
  • ຍັງສືບຕໍ່ເອົາຂໍ້ມູນ 17 ຄົນ
  1. ຫຼວງພະບາງ ມີ 151 ຄົນ ໃນ 35 ບ້ານ ແລະ 8 ເມືອງ
  2. ແຂວງວຽງຈັນ ມີ 136 ຄົນ ໃນ 40 ບ້ານ ແລະ 8 ເມືອງ
  3. ຫຼວງນ້ຳທາ ມີ 17 ຄົນ ໃນ 10 ບ້ານ ແລະ 3 ເມືອງ
  4. ຜົ້ງສາລີ ມີ 146 ຄົນ ໃນ 38 ບ້ານ ແລະ 4 ເມືອງ
  5. ຈຳປາສັກ ມີ 63 ຄົນ ໃນ 29 ບ້ານ ແລະ 6 ເມືອງ
  6. ອຸດົມໄຊ ມີ 23 ຄົນ ໃນ 10 ບ້ານ ແລະ 1 ເມືອງ
  7. ເຊກອງ ມີ 14 ຄົນ ໃນ 7 ບ້ານ ແລະ 3 ເມືອງ
  8. ບໍລິຄຳໄຊ ມີ 14 ຄົນ ໃນ 10 ບ້ານ ແລະ 3 ເມືອງ
  9. ສະຫວັນນະເຂດ ມີ 21 ຄົນ ໃນ 13 ບ້ານ ແລະ 2 ເມືອງ
  10. ບໍ່ແກ້ວ ມີ 118 ຄົນ ໃນ 21 ບ້ານ ແລະ 2 ເມືອງ
  11. ສາລະວັນ ມີ 10 ຄົນ ໃນ 5 ບ້ານ ແລະ 2 ເມືອງ
  12. ຫົວພັນ ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ
  13. ອັດຕະປື ມີ 5 ຄົນ
  14. ໄຊຍະບູລີ ມີ 86 ຄົນ ໃນ 7 ບ້ານ ແລະ 1 ເມືອງ
  15. ຊຽງຂວາງ ມີ 3 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  16. ໄຊສົມບູນ ມີ 8 ຄົນ ໃນ 3 ບ້ານ ແລະ 3 ເມືອງ

 ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 10 ຄົນ ຈາກ ນະຄອນຫຼວງ 2 ​ຄົນ ແລະ ໄຊຍະບູລີ 8 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

  • ມາຮອດວັນທີ 18 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 58,798 ຄົນ, ເສຍຊີວິດສະສົມ 116 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 533 ຄົນ, ກໍາລັງປິ່ນປົວ 11,159 ຄົນ.
  • ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຍິງ, ອາຍຸ 40 ປີ, ອາຊີບ: ແມ່ເຮືອນ, ບ້ານໂພສີ, ນະຄອນຫລວງພະບາງ, ແຂວງຫລວງພະບາງ

– ພະຍາດປະຈໍາຕົວ: ໄຂ່ຫລັງຊຸດໂຊມ, ຄວາມດັນເລຶອດສູງ, ເບົາຫວານ ແລະ ພະຍາດອັກເສບຕັບ

– ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19

– ເວລາ 10:00 ໂມງຂອງວັນທີ 14 ພະຈິກ 2021: ເຂົ້າມາກວດ ຢູ່ໂຮງໝໍແຂວງ ຍ້ອນອິດເມື່ອຍຫລາຍ

, ໄອ, ຫາຍໃຈຝຶດ, ນອນພຽງບໍ່ໄດ້ ຈຶ່ງໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິກ-19 ແລະ ຜົນກວດ ແມ່ນພົບເຊື້ອ

– ມາຮອດເວລາ 08:00 ໂມງ ຂອງວັນທີ 15 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 2: ເພດຍິງ, ອາຍຸ 55 ປີ, ອາຊິບ: ແມ່ເຮືອນ ຢູ່ບ້ານດົງນາໂຊກ, ເມືອງສິໂຄດຕະບອງ, ນະຄອນຫລວງ

– ຜູ້ກ່ຽວ ນໍ້າໜັກ 95 ກິໂລ

– ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ປະດົງ

– ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19

– ວັນທີ 9 ພະຈິກ 2021: ມີອາການໄຂ້, ໄອ ແລະ ອິດເມື່ອຍ.

– ວັນທີ 11 ພະຈິກ 2021: ໄປກວດຢູ່ໂຮງໝໍ 103 ຜົນກວດພົບເຊື້ອ

– ວັນທີ 12 ພະຈິກ 2021: ຍ້າຍເຂົ້າມານອນປິ່ນປົວຢູ່ໂຮງໝໍເຊດຖາທິຣາດ

– ແຕ່ວັນທີ 12-16 ພະຈິກ 2021: ຄົນເຈັບອິດເມື່ອຍ, ຫາຍໃຈຫອບ, ມີປ່ານຊໍ້າຕາມຕົນໂຕ

– ຮອດເວລາ 21:14 ໂມງ ຂອງວັນທີ 17 ພະຈິກ 2021: ຄົນເຈັບ ໄດ້ເສັຍຊີວິດ

 ຜູ້ທີ 3: ເພດຊາຍ, ອາຍຸ 82 ປີ, ອາຊີບ ພະນັກງານບຳນານ, ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫລວງ.

– ພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ປະດົງຄໍ່

– ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ

– ວັນທີ 15 ພະຈິກ 2021:  ມີໄຂ້, ໄອ, ຫາຍໃຈຝືດ, ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງມາກວດ

ຊອກຫາພະຍາດໂຄວິດ-19, ຜົນກວດພົບເຊື້ອ ແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ

– ໄລຍະນອນປິ່ນປົວ 15-17 ພະຈິກ 2021: ເປັນເວລາ 03 ມື້

– ຮອດເວລາ 21:15 ໂມງ ຂອງວັນທີ 17 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 4: ເພດຊາຍ, ອາຍຸ 78 ປີ, ບ້ານທົ່ງສາງນາງ, ເມືອງຈັນທະບູລີ

– ຍ້າຍມາແຕ່ສູນ ມຊ ດົງໂດກ.

– ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19

– ວັນທີ 4 ພະຈິກ 2021:     ເຂົ້ານອນປິ່ນປົວຢູ່ໂຮງໝໍເຊດຖາທິຣາດ

– ເວລາ 02:00 ໂມງ ຂອງວັນທີ 18 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...