spot_img
Homeຂ່າວການຊ່ວຍເຫຼືອລາວໄດ້ຮັບວັກຊີນຊີໂນຟາມ ຈາກຈີນ ເພີ່ມ 1,9 ລ້ານໂດສ

ລາວໄດ້ຮັບວັກຊີນຊີໂນຟາມ ຈາກຈີນ ເພີ່ມ 1,9 ລ້ານໂດສ

Published on

ສປປ ລາວໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ເພີ່ມອີກ 1,900,000​ ໂດສ ຈາກການຊ່ວຍເຫຼືອຈາກ ສປ ຈີນ.

ໃນ​ຕອນແລງ ເວລາ 16:00 ​ຂອງວັນທີ​ 17​ ພະຈິກ​ 2021​ ນີ້​ ທີ່​ສະໜາມບິນ​ສາກົນ​ວັດ​ໄຕ, ນະຄອນຫຼວງວຽງຈັນ​ ໄດ້ມີພິທີຕ້ອນຮັບວັກຊີນຊ່ວຍເຫຼືອລ້າຮອບໃຫມ່ຈາກ ສປ​ ຈີນ​ ມອບ​ໃຫ້ແກ່​ ສປປ​ ລາວ​ ຍີ່ຫຍໍ້ຊີໂນຟາມ ຈຳນວນ​ 1,900,000​ ໂດສ.

ວັກຊີນທີ່ໄດ້ມາເພີ່ມແມ່ນຈະສົມທົບກັບວັກຊີນທີ່ມີຢູ່ ເພື່ອຈະຊ່ວຍໃຫ້ລາວບັນລຸຄາດໝາຍການສັກວັກຊີນໃຫ້ປະຊາກອນທົ່ວປະເທດ ໃຫ້ໄດ້ 50 ສ່ວນຮ້ອຍຂຶ້ນໄປໃນປີ 2021.

ພ້ອມນັ້ນການສັກວັກຊີນຍັງເປັນພື້ນຖານສຳຄັນໃນການເປີດປະເທດ ໃນເງື່ອນໄຂຮັບປະກັນໄດ້ຊີວິດຂອງປະຊາຊົນ ບໍ່ໃຫ້ມີການສູນເສຍກັບການກະຕຸ້ນເສດຖະກິດ ຂອງປະເທດໃຫ້ມີການຟື້ນຕົວ ແລະ ພັດທະນາໃສ່ຕໍ່ໜ້າ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...