Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ເສຍຊີວິດໃໝ່ ວັນທີ 17 ພະຈິກ 2021

ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ເສຍຊີວິດໃໝ່ ວັນທີ 17 ພະຈິກ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນທີ 16 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,461 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,073 ຄົນ (ຕິດເຊື້ອພາຍໃນ ມີ 1,072 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,072 ຄົນ ຈາກ 18 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 534 ຄົນ: ມາຈາກ 191 ບ້ານ ໃນ 9 ເມືອງ
  • ເມືອງຈັນທະບູລີ ມີ 16 ບ້ານ (44 ຄົນ )
  • ເມືອງສີໂຄດຕະບອງ ມີ 28 ບ້ານ (72 ຄົນ )
  • ເມືອງໄຊເສດຖາ ມີ 38 ບ້ານ (108 ຄົນ )
  • ເມືອງສີສັດຕະນາກມີ 20 ບ້ານ (61 ຄົນ )
  • ເມືອງ ນາຊາຍທອງ ມີ 16 ບ້ານ (40 ຄົນ )
  • ເມືອງໄຊທານີ ມີ 32 ບ້ານ (97 ຄົນ )
  • ເມືອງຫາດຊາຍຟອງ ມີ 27 ບ້ານ (64 ຄົນ )
  • ເມືອງ ສັງທອງ ມີ 04 ບ້ານ (08 ຄົນ )
  • ເມືອງປາກງື່ມ ມີ 08 ບ້ານ ( 37 ຄົນ )
  • ຍັງສືບຕໍ່ເອົາຂໍ້ມູນ 03 ຄົນ
  1. ຫຼວງພະບາງ ມີ 112 ຄົນ ໃນ 36 ບ້ານ ແລະ 9 ເມືອງ
  2. ແຂວງວຽງຈັນ ມີ 106 ຄົນ ໃນ 31 ບ້ານ ແລະ 7 ເມືອງ
  3. ຫຼວງນ້ຳທາ ມີ 4 ຄົນ ໃນ 3 ບ້ານ ແລະ 1 ເມືອງ
  4. ຜົ້ງສາລີ ມີ 38 ຄົນ ໃນ 9 ບ້ານ ແລະ 2 ເມືອງ
  5. ຈຳປາສັກ ມີ 71 ຄົນ ໃນ 32 ບ້ານ ແລະ 8 ເມືອງ
  6. ອຸດົມໄຊ ມີ 41 ຄົນ ໃນ 2 ບ້ານ ແລະ 1 ເມືອງ
  7. ເຊກອງ ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  8. ບໍລິຄຳໄຊ ມີ 20 ຄົນ ໃນ 9 ບ້ານ ແລະ 3 ເມືອງ
  9. ຄຳມ່ວນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  10. ສະຫວັນນະເຂດ ມີ 8 ຄົນ ໃນ 7 ບ້ານ ແລະ 1 ເມືອງ
  11. ບໍ່ແກ້ວ ມີ 66 ຄົນ ໃນ 20 ບ້ານ ແລະ 2 ເມືອງ
  12. ສາລະວັນ ມີ 11 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  13. ຫົວພັນ ມີ 6 ຄົນ ໃນ 3 ບ້ານ ແລະ 2 ເມືອງ
  14. ອັດຕະປື ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  15. ໄຊຍະບູລີ ມີ 37 ຄົນ ໃນ 15 ບ້ານ ແລະ 1 ເມືອງ
  16. ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  17. ໄຊສົມບູນ ມີ 5 ຄົນ ໃນ 3 ບ້ານ ແລະ 2 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 1 ຄົນ ຈາກ ສະຫວັນນະເຂດ ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

  • ມາຮອດວັນທີ 17 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 57,397 ຄົນ, ເສຍຊີວິດສະສົມ 112 ຄົນ (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 717 ຄົນ, ກໍາລັງປິ່ນປົວ 10,691 ຄົນ.
  • ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຍິງ, ອາຍຸ 40 ປີ, ບ້ານໂພນຄໍ້, ເມືອງໄຊທານີ, ນະຄອນຫລວງ

– ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ

– ຜ່ານມາຍັງບໍ່ໄດ້ສັກວັກຊີນກັນໂຄວິດ-19

– ວັນທີ 11 ພະຈິກ 2021: ມາຮອດໂຮງໝໍດ້ວຍອາການອິດເມື່ອຍ, ຫາຍໃຈຝືດ ແລະ ນອນພຽງບໍ່ໄດ້, ໄດ້ເກັບ

ຕົວຢ່າງກວດຊອກຫາພະຍາດໂຄວິດ-19 ຢູ່ໂຮງໝໍມິດຕະພາບ ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ເຂົ້ານອນປິ່ນປົວຢູ່

ໂຮງຫມໍມິດຕະພາບ

– ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 11-16 ພະຈິກ 2021, ເປັນເວລາ 06 ວັນ

– ຮອດເວລາ 07:25 ໂມງ ຂອງວັນທີ 16 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2: ເພດຊາຍ, ອາຍຸ 25 ປີ, ບ້ານເມືອງນ້ອຍ, ເມືອງໄຊເສດຖາ, ນະຄອນຫລວງ

– ຜູ້ກ່ຽວເປັນຄົນຕຸ້ຍ ນໍ້າໜັກ 110 ກິໂລ

– ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19

– ວັນທີ 07 ພະຈິກ 2021: ຢັ້ງຢືນພົບເຊື້ອພະຍາດໂຄວິດ-19 ແລ້ວ ໄດ້ເຂົ້າປິ່ນປົວຢູ່ສູນ ມຊ ດົງໂດກ

– ວັນທີ 15 ພະຈິກ 2021: ໄດ້ຍ້າຍຈາກສູນ ມຊ ດົງໂດກ ເຂົ້າມາປີ່ນປົວຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄອ

ແລະ ຫາຍໃຈຝຶດ

– ມາຮອດເວລາ 13:45 ໂມງ ຂອງວັນທີ 16 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

 

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...