Homeຂ່າວພາຍ​ໃນແຈ້ງ! ທາດຫຼວງປີນີ້ຫ້າມການຄ້າ-ຂາຍ ເດັດຂາດ

ແຈ້ງ! ທາດຫຼວງປີນີ້ຫ້າມການຄ້າ-ຂາຍ ເດັດຂາດ

Published on

ເພື່ອເປັນການປ້ອງກັນການລະບາດຂອງພະຍາດໂຄວິດ-19 ແລະ ຮັກສາໄດ້ມາດຕະການປ້ອງກັນຢ່າງເຂັ້ມງວດ.

ແຈ້ງການ! ບຸນທາດຫຼວງປີນີ້ ຫ້າມທຸກການຄ້າ-ຂາຍ, ຖ້າລະເມີດຈະຖືກປັບໃໝ່ ພ້ອມຍືດສິນຄ້າໃນວັນທີ 16 ພະຈິກ 2021 ພະແນກອຸດສາຫະກໍາ ແລະ ການຄ້າ, ນະຄອນຫຼວງວຽງຈັນ ອອກແຈ້ງການ ເລື່ອງຂໍຄວາມຮ່ວມມືບໍ່ໃຫ້ມີການຊື້-ຂາຍ ດອກໄມ້, ທູບທຽນ, ເຂົ້າຫຼາມປີ້ງໄກ່ ຫຼື ສິນຄ້າອື່ນໆ ໃນຂອບເຂດອ້ອມຮອບໃນສະໜາມຫຼວງ ແລະ ເດີ່ນພຣະທາດຫຼວງ ໃນໄລຍະການຈັດງານປະເພນີ ນັບແຕ່ວັນທີ 17 ຫາ 19 ພະຈິກ 2021 ນີ້ເນື່ອງຈາກວ່າສະພາບການລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນ ໄດ້ແຜ່ລາມໄປໃນຫຼາຍພື້ນທີ່ ແລະ ມີທ່າອ່ຽງຂະຫຍາຍເປັນວົງກ້ວາງ ແລະ ສືບຕໍ່ມີກໍລະນີຜູ້ຕິດເຊື້ອເພີ່ມຂຶ້ນໃນຊຸມຊົນ, ບາງສຳນັກງານ, ລັດວິສາຫະກິດ ແລະ ບໍລິສັດເອກະຊົນຕ່າງໆ.

ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ຈຶ່ງອອກແຈ້ງການ ດັ່ງນີ້:

1. ໃນງານປະເພນີບຸນນະມັດສະການ ພຣະທາດຫຼວງ ປະຈຳປີ ຄສ 2021 ແມ່ນຈະບໍ່ໄດ້ມີການຄົບງັນ ແລະ ຈັດງານວາງສະແດງ ແລະ ຂາຍສິນຄ້າ ຄືທຸກປີທີ່ຜ່ານມາ.

2. ຫ້າມບຸກຄົນ, ນິຕິບຸກຄົນ ວາງຂາຍເຄື່ອງຊະຊາຍ ໃນບໍລິເວນອ້ອມຮອບ, ໃນສະໜາມຫຼວງ ແລະ ເດີ່ນພຣະທາດຫຼວງ ເດັດຂາດ, ຫ້າມທຸກການຄ້າຂາຍເຊັ່ນ: ດອກໄມ້, ທູບທຽນ, ເຂົ້າຫຼາມປີ້ງໄກ່, ສິນຄ້າອື່ນໆ, ລວມໄປເຖິງການຫີ້ວເຄື່ອງຂາຍ ແລະ ລໍ້ຍູ້ຂາຍເຄື່ອງຕ່າງໆ; ຍົກເວັ້ນ: ຮ້ານທີ່ບໍລິການປົກກະຕິຢູ່ພາຍໃນ, ຮ້ານທີ່ໄດ້ຮັບອະນຸຍາດຈາກຄະນະຮັບຜິດຊອບຈັດງານປະເພນີບຸນນະມັດສະການ ພຣະທາດຫຼວງ ປະຈຳປີ ຄສ 2021.

3. ຖ້າບຸກຄົນ, ນິຕິບຸກຄົນ ຫາກລະເມີດ ແມ່ນຈະໄດ້ປະຕິບັດມາດຕະການຕາມແຕ່ລະກໍລະນີໜັກ ຫຼື ເບົາ ດັ່ງນີ້:

  • ຄັ້ງທີ 1: ປັບໃໝ 500.000 ຫາ 5.000.000 ກີບ/ຄັ້ງ ແລະ
  • ຄັ້ງທີ 2: ຍຶດສິນຄ້າ, ເຄື່ອງຂອງ ແລະ ອຸປະກອນ, ຖອນໃບອະນຸຍາດດໍາເນີນທຸລະກິດ ຫຼື ດຳເນີນຄະດີຕາມລະບຽບກົດໝາຍ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...