Homeຂ່າວຕ່າງປະເທດໜີຄະດີດົນເຖິງ 52 ປີ ແລະ ຖືກຂຶ້ນບັນຊີເປັນບຸກຄົນທີ່ທາງການອາເມລິກາຕ້ອງການໂຕທີ່ສຸດ

ໜີຄະດີດົນເຖິງ 52 ປີ ແລະ ຖືກຂຶ້ນບັນຊີເປັນບຸກຄົນທີ່ທາງການອາເມລິກາຕ້ອງການໂຕທີ່ສຸດ

Published on

ສໍານັກ ຂ່າວຕ່າງປະເທດ ໄດ້ລາຍງານວ່າ ໂຈນປຸ້ນທະນາຄານທີ່ໜີຄະດີ ທີ່ທາງການຂອງສະຫະລັດອາເມລິກາຕ້ອງການໂຕຫຼາຍທີ່ສຸດ ໂດຍໃຊ້ເວລາໃນການສືບຄົ້ນດົນເຖິງ 52 ປີ ໃນຄະດີປຸ້ນເງິນຈາກທະນາຄານເປັນຈໍານວນເງິນ 215,000 ດອລລ້າ.

ໂຈນຄົນດັ່ງກ່າວມີຊື່ວ່າ ທີໂອດໍ ຈອນ ຄອນຣາດ ເປັນຊາຍໜຸ່ມອາຍຸ 20 ປີ ທີ່ເຮັດວຽກເປັນພະນັກງານປະຈໍາໜ້າເຄົາເຕີຂອງທະນາຄານໂຊໄຊຕີ ເນເຊິ່ນນໍ ແບັງ ທີ່ເມືອງ ຄລິຟແລນ ໂດຍການລັກເອົາເງິນສົດໃສ່ຖົງກະເຈ້ຍແລ້ວຫາຍໂຕໄປ ເຊິ່ງເຫດການດັ່ງກ່າວເກີດຂຶ້ນໃນປີ 1968.

ຈາກການສືບສວນຂອງເຈົ້າໜ້າທີ່ໜ່ວຍງານ US Marshals Service ພົບວ່າ ໂຈນຄົນດັ່ງກ່າວນັ້ນຍ້າຍໄປຢູ່ເມືອງບອສຕັນ ຕັ້ງແຕ່ປີ 1970 ໂດຍປ່ຽນຊື່ໃໝ່ເປັນ ໂທມັສ ແຣນເດເລ. ການສືບສວນເຫັນວ່າ ໂຈນຄົນນີ້ໄດ້ກໍ່ເຫດໃນວັນສຸກ ໂດຍທີ່ທະນາຄານບໍ່ຮູ້ເລີຍວ່າເງິນເສຍຈາກຕູ້ນິລະໄພ ຈົນຮອດວັນຈັນ ຜູ້ກໍ່ເຫດບໍ່ໄດ້ມາເຮັດວຽກ ແລະ ຄະດີດັ່ງກ່າວກໍງຽບຫາຍໄປ.

ເຈົ້າໜ້າທີ່ໃຊ້ເວລາຫຼາຍທົດສະວັດໃນການຕິດຕາມ ແລະ ຄົ້ນຫາໂຈນຄົນດັ່ງກ່າວ ຈົນເຮັດໃຫ້ຄະດີນີ້ກາຍເປັນຄະດີປິດສະໜາ ແລະ ໂຈນຄົນນີ້ກໍຖືກຂຶ້ນບັນຊີເປັນບຸກຄົນທີ່ທາງການຕ້ອງການໂຕຫຼາຍທີ່ສຸດໃນອາເມລິກາ.

ເວລາຜ່ານໄປຫຼາຍສິບປີ ທາງເຈົ້າໜ້າທີ່ໄດ້ເດີນທາງໄປຍັງລັດແມສຊາຊູເລຕ ແລະ ໄດ້ເຫັນວ່າໂຈນທີ່ທາງການຕ້ອງການໂຕໄດ້ໜີມາໃຊ້ຊີວິດແບບລຽບງ່າຍ ຢູ່ພາຍໃຕ້ຊື່ປອມທີ່ເມືອງບອສຕັນ ແລະ ເສຍຊີວິດໄປໃນເດືອນພຶດສະພາທີ່ຜ່ານມາ ດ້ວຍພະຍາດມະເຮັງປອດ ລວມອາຍຸໄດ້ 71 ປີ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...