Homeຂ່າວພາຍ​ໃນລາຍງານຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 13 ພະຈິກ 2021

ລາຍງານຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 13 ພະຈິກ 2021

Published on

ໃນມື້ວານນີ້ ວັນທີ 12 ພະຈິກ 2021 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 7,432 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 1,032 ຄົນ ( ຕິດເຊື້ອພາຍໃນປະເທດ = 1,018 ຄົນ,ເດີນທາງຈາກຕ່າງປະເທດ 14 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 53.207 ຄົນ, ເສຍຊີວິດສະສົມ 96 (ໃຫມ່ ໐2), ປິ່ນປົວຫາຍດີໃນມື້ວານນີ້ 571 ຄົນ

ຈໍານວນຜູ້ທີ່ຍັງປິ່ນປົວ ແມ່ນ 10.447 ເຊິ່ງຫມາຍຄວາມວ່າ ມາຮອດມື້ນີ້ ຍັງມີຜູ້ທີ່ ຕິດເຊື້ອພະຍາດໂຄວິດ-19 ແມ່ນ19,6 % ຂອງຈໍານວນຜູ້ຕິດເຊື້ອສະສົມທັງ ຫມົດ ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 80,4% ຂອງຈໍານວນຜູ້ຕິດເຊື້ອສະສົມທັງ ຫມົດ  ຈໍານວນແຂວງທີ່ມີລາຍງານການຕິດເຊື້ອ ມື້ນີ້ ແມ່ນ ນະຄອນຫຼວງວຽງຈັນ

ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃຫມ່ 1.032 ຄົນ ມີດັ່ງນີ້ ໐ ສໍາລັບການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 14 ຄົນ ຄື: ບໍ່ແກ້ວ 2 ຄົນ,ນະຄອນຫຼວງ 1 ຄົນ, ບໍລິຄໍາໄຊ 1 ຄົນ ແລະ ສະຫວັນນະເຂດ 10 ຄົນ ນັ້ນ ແມ່ນໄດ້ມີການເກັບຕົວຢ່າງເລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິ ເວນ ຂອງ ແຕລະແຂວງແຕ່ມື້ເດີນທາງ ເຂົ້າມາສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ທີ່ ແຂວງກໍານົດໄວ້.

ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 1.018 ຄົນ ຄື:

  1. ນະຄອນຫຼວງ 409 ຄົນ: ມາຈາກ 166 ບ້ານ, ໃນ 8 ເມືອງ

ເມືອງຈັນທະບູລີ ມີ 15 ບ້ານ (48 ຄົນ)

ເມືອງສີໂຄດຕະບອງ ມີ 33 ບ້ານ (78 ຄົນ)

ເມືອງໄຊເສດຖາ ມີ 31 ບ້ານ (99 ຄົນ)

ເມືອງສີສັດຕະນາກມີ 15 ບ້ານ (26 ຄົນ)

ເມືອງ ນາຊາຍທອງ ມີ 08 ບ້ານ (15 ຄົນ)

ເມືອງໄຊທານີ ມີ 33 ບ້ານ (76 ຄົນ)

ເມືອງຫາດຊາຍຟອງ ມີ 27 ບ້ານ (58 ຄົນ)

ເມືອງປາກງື່ມ ມີ 04 ບ້ານ ( 07 ຄົນ)

ຕ່າງແຂວງ (02 ຄົນ)

  1. ຫຼວງພະບາງ ມີ 137 ຄົນ ໃນ 26 ບ້ານ ແລະ 8 ເມືອງ
  2. ຜົ້ງສາລີ ມີ 97 ຄົນ ໃນ 20 ບ້ານ ແລະ 4 ເມືອງ
  3. ວຽງຈັນ ມີ 74 ຄົນ
  4. ຄໍາມ່ວນ ມີ 53 ຄົນ ໃນ 4 ບ້ານ ແລະ 1 ເມືອງ
  5. ຈໍາປາສັກ ມີ 51 ຄົນ ໃນ 23 ບ້ານ ແລະ 4 ເມືອງ
  6. ໄຊຍະບູລີ ມີ 47 ຄົນ ໃນ 17 ບ້ານ ແລະ 1 ເມືອງ
  7. ອຸດົມໄຊ ມີ 41 ຄົນ ໃນ 23 ບ້ານ ແລະ 5 ເມືອງ
  8. ບໍ່ແກ້ວ ມີ 41 ຄົນ ໃນ 13 ບ້ານ ແລະ 2 ເມືອງ
  9. ບໍລິຄໍາໄຊ ມີ 27 ຄົນ ໃນ 11 ບ້ານ ແລະ 3 ເມືອງ
  10. ເຊກອງ ມີ 17 ຄົນ ໃນ 10 ບ້ານ ແລະ 2 ເມືອງ
  11. ຫຼວງນ້ໍາທາ ມີ 12 ຄົນ ໃນ 9 ບ້ານ ແລະ 2 ເມືອງ
  12. ສະຫວັນນະເຂດ ມີ 03 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  13. ຊຽງຂວາງ ມີ 3 ຄົນ ໃນ 2 ບ້ານ ແລະ 2 ເມືອງ
  14. ອັດຕະປື ມີ 3 ຄົນ
  15. ສາລະວັນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
  16. ຫົວພັນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ (ເດີນທາງມາແຕ່ຕ່າງແຂວງກວດພົບໃນໄລຍະກັກໂຕຢູ່ສູນ)

ລາຍລະອຽດຂອງຜູ້ເສຍຊີວິດ 2 ຄົນໃນນະຄອນຫຼວງວຽງຈັນ

ຜູ້ທີ 1, ເພດຍີງ, ອາຍຸ 55 ປີ, ບ້ານແກ້ງຍາງ, ເມືອງຫາດຊາຍຟອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ພະຍາດເບົາຫວານ
  • ໄດ້ສັກຢາວັກຊີນ Pfizer ຄົບ 02 ເຂັ້ມ
  • ເວລາ 16:00 ໂມງ ຂອງວັນທີ 11 ພະຈິກ 2021: ຜູ້ກ່ຽວເຂົ້າໂຮງຫມໍດ້ວຍ ອາການງ່ວງຊຶມ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂດ ວິດ-19 ແລະ ຜົນກວດ ແມ່ນພົບເຊື້ອ
  • ເວລາ 03:15 ໂມງ ຂອງວັນທີ 12 ພະຈິກ 2011: ຜູ້ກ່ຽວ ໄດ້ເສຍຊີວິດ … ສາຍເຫດຂອງການເສຍຊີວິດ ແມ່ນຊຸດໂຊມລະບົບຫາຍໃຈ+COVID-19

ຜູ້ທີ 2. ເພດຊາຍ, ອາຍຸ 88 ປີ, ບ້ານຂຸນຕາທາ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
  • ໄດ້ສັກຢາວັກຊີນ J&J
  • ເວລາ 18:50 ໂມງ ຂອງວັນທີ 06 ພະຈິກ 2011: ຄົນເຈັບເຂົ້າໂຮງຫມໍດ້ວຍອາການ ງ້ວງຊືມ ແລະ ບໍ່ໄດ້ສະຕິ, ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດ ແມ່ນພົບເຊື້ອ
  • ໄລຍະເວລານອນປິ່ນປົວ ຢູ່ໂຮງຫມໍດັ່ງກ່າວ ແຕ່ວັນທີ 06-12 ພະຈິກ 2011, ເປັນ ເວລາ 07 ວັນ ອາການບໍ່ດີຂຶ້ນ ແພດຊ່ວບສຸດຄວາມສາມາດ
  • ເວລາ 05:57 ໂມງ ຂອງວັນທີ 12 ພະຈິກ 2011: ຜູ້ກ່ຽວ ໄດ້ເສຍຊີວິດ
  • ສາຍເຫດຂອງການເສຍຊີວິດ ແມ່ນຊຸດໂຊມລະບົບຫາຍໃຈ +COVID-19

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...