ກຸ່ມນັກເຄື່ອນໄຫວທາງດ້ານສະພາບພູມອາກາດອອກມາປະທ້ວງຜູ້ນໍາປະເທດໃນດ້ານການແກ້ໄຂບັນຫາພູມອາກາດໃນກອງປະຊຸມ COP26

ການປະຊຸມ COP26 ທີ່ຖືກຈັດຂຶ້ນທີ່ຜ່ານມາ ຖືໄດ້ວ່າບັນດາຜູ້ນໍາໃນຫຼາຍປະເທດໄດ້ມີການປຶກສາຫາລືໃນການແກ້ໄຂບັນຫາກ່ຽວກັບສະພາບພູມອາກາດ ຫຼື ການປ່ຽນແປງຂອງສະພາບອາກາດຂອງໂລກໃນອະນາຄົດ ແຕ່ກໍຍັງມີບາງກຸ່ມທີ່ອອກມາປະທ້ວງ ແລະ ຕໍ່ຕ້ານການປະຊຸມດັ່ງກ່າວ ເນື່ອງຈາກວ່າເປັນການປະຊຸມທີ່ປຶກສາຫາລືກັນ ແຕ່ບໍ່ອາດສາມາດແກ້ໄຂບັນຫາສະພາບອາກາດຂອງໂລກໄດ້ຢ່າງແທ້ຈິງ.

ນອກຈາກນັ້ນ, ຍັງມີບັນດານັກເຄື່ອນໄຫວທາງດ້ານການປ່ຽນແປງສະພາບພູມອາກາດໄດ້ຖິ້ມມູນຂອງມ້າ ຫຼື ຂີ້ມ້າ ໄວ້ດ້ານໜ້າຂອງສໍານັກງານ ຂອງທ່ານ ໄຊມ່ອນ ເບີມິງແຮມ ເອດິເລດ ໜຶ່ງໃນຜູ້ນໍາຂອງປະເທດອົດສະຕຣາລີ ເພາະບັນດານັກເຄື່ອນໄຫວໄດ້ກ່າວວ່າ ການມີສ່ວນຮ່ວມຂອງປະເທດອົດສະຕຣາລີໃນການປະຊຸມສຸດຍອດດ້ານສະພາບອາກາດ COP26 ເປັນສິ່ງທີ່ໂຫດຮ້າຍທີ່ສຸດ.

ຜູ້ປະທ້ວງໃນກຸ່ມດັ່ງກ່າວໄດ້ໃຊ້ສື່ອອນລາຍເພື່ອສື່ໃຫ້ເຫັນວ່າທ່ານນາຍົກລັດຖະມົນຕີ ສະກັອຕ ມໍດີສັນ ໃຊ້ແຜນທີ່ອ່ອນແອ ແລະ ບໍ່ມີຜົນທີ່ໃຊ້ຜູກພັນ ໂດຍບໍ່ມີນະໂຍບາຍ ຫຼື ຄໍາສັ່ງໃໝ່ໃນການປະຊຸມສຸດຍອດ COP26.

ແຫຼ່ງຂ່າວ: news