Homeຂ່າວພາຍ​ໃນລາຍງານຜູ້ຕິດເຊື້ອ ແລະ ເສຍຊິວິດໃໝ່ ວັນທີ 12 ພະຈິກ 2021

ລາຍງານຜູ້ຕິດເຊື້ອ ແລະ ເສຍຊິວິດໃໝ່ ວັນທີ 12 ພະຈິກ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 11 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,729 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,198 ຄົນ (ຕິດເຊື້ອພາຍໃນ ມີ 1,196 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,196 ຄົນ ຈາກ 17 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 579 ຄົນ: ມາຈາກ 162 ບ້ານ, ໃນ 8 ເມືອງ
• ​ເມືອງຈັນທະບູລີ ມີ 18 ບ້ານ (52 ຄົນ)
• ​ເມືອງສີໂຄດຕະບອງ ມີ 37 ບ້ານ (92 ຄົນ)
• ​ເມືອງໄຊເສດຖາ ມີ 32 ບ້ານ (165 ຄົນ)
• ​ເມືອງສີສັດຕະນາກມີ 14 ບ້ານ (40 ຄົນ)
• ​ເມືອງ ນາຊາຍທອງ ມີ 08 ບ້ານ (17 ຄົນ)
• ​ເມືອງໄຊທານີ ມີ 31 ບ້ານ (116 ຄົນ)
• ​ເມືອງຫາດຊາຍຟອງ ມີ 18 ບ້ານ (55 ຄົນ)
• ​ປາກງື່ມ ມີ 04 ບ້ານ( 24 ຄົນ)
• ​ຕ່າງແຂວງ (03 ຄົນ)
• ​ຍັງສືບຕໍ່ເອົາຂໍ້ມູນ 16 ຄົນ
2. ຫຼວງພະບາງ ມີ 135 ຄົນ ໃນ 27 ບ້ານ ແລະ 7 ເມືອງ
3. ແຂວງວຽງຈັນ ມີ 85 ຄົນ ໃນ 37 ບ້ານ ແລະ 7 ເມືອງ
4. ຫຼວງນ້ຳທາ ມີ 13 ຄົນ ໃນ 9 ບ້ານ ແລະ 2 ເມືອງ
5. ຜົ້ງສາລີ ມີ 168 ຄົນ
6. ໄຊຍະບູລີ ມີ 53 ຄົນ ໃນ 10 ບ້ານ ແລະ 2 ເມືອງ
7. ຈຳປາສັກ ມີ 51 ຄົນ ໃນ 26 ບ້ານ ແລະ 4 ເມືອງ
8. ອຸດົມໄຊ ມີ 16 ຄົນ ໃນ 8 ບ້ານ ແລະ 1 ເມືອງ
9. ເຊກອງ ມີ 30 ຄົນ ໃນ 12 ບ້ານ ແລະ 2 ເມືອງ
10. ບໍລິຄຳໄຊ ມີ 10 ຄົນ ໃນ 5 ບ້ານ ແລະ 3 ເມືອງ
11. ຄຳມ່ວນ ມີ 8 ຄົນ ໃນ 5 ບ້ານ ແລະ 3 ເມືອງ
12. ສະຫວັນນະເຂດ ມີ 5 ຄົນ ໃນ 4 ບ້ານ ແລະ 2 ເມືອງ
13. ບໍ໋ແກ້ວ ມີ 32 ຄົນ ໃນ 10 ບ້ານ ແລະ 2 ເມືອງ
14. ສາລະວັນ ມີ 7 ຄົນ ໃນ 3 ບ້ານ ແລະ 2 ເມືອງ
15. ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
16. ອັດຕະປື ມີ 1​ ຄົນ ໃນ ບ້ານ ແລະ ເມືອງ
17. ຫົວພັນ ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 02 ຄົນ ຈາກ ນະຄອນຫຼວງວຽງຈັນ 1 ຄົນ ແລະ ສາລະວັນ 1 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

• ມາຮອດວັນທີ 11 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 52,175 ຄົນ, ເສຍຊີວິດສະສົມ 94 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 507 ຄົນ, ກໍາລັງປິ່ນປົວ 10,422 ຄົນ.
❖ ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້:
ເພດຊາຍ, ອາຍຸ 79 ປີ, ບ້ານວຽງຄໍາ, ເມືອງສີໂຄດຕະບອງ, ນະຄອນຫລວງ
– ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ, ຫົວໃຈຊຸດໂຊມ ແລະ ເປັນອໍາມະພາດ ລ່ອຍເຄີ່ງ
ຊີກ 4 ປີ
-​ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
-​ວັນທີ 9 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍ 103 ດ້ວຍອາການ ໄຂ້, ໄອ, ຫາຍໃຈຝຶດ ແລະ
ອັກເສບປອດຮຸນແຮງ ພ້ອມທັງເກັບຕົວຢ່າງ ແລະ ຜົນກວດພົບເຊື້ອໂຄວິດ-19
-​ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແມ່ນ 3 ວັນ ແຕ່ວັນທີ 9-11 ພະຈິກ 2021
-​ມາຮອດເວລາ 16:30 ໂມງ ຂອງວັນທີ 11 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...