Homeຂ່າວຕ່າງປະເທດ6 ບໍລິສັດຜະລິດລົດຊື່ດັງຈະຢຸດຜະລິດລົດທີ່ໃຊ້ນໍ້າມັນໃນອີກ 19 ປີຂ້າງໜ້າ

6 ບໍລິສັດຜະລິດລົດຊື່ດັງຈະຢຸດຜະລິດລົດທີ່ໃຊ້ນໍ້າມັນໃນອີກ 19 ປີຂ້າງໜ້າ

Published on

ບໍລິສັດຜະລິດລົດຊັ້ນນຳທີ່ຢູ່ແຖວໜ້າອັນດັບໂລກຕົກລົງຈະຢຸດຕິການຜະລິດລົດທີ່ແລ່ນດ້ວຍນໍ້າມັນພາຍໃນປີ 2040 ຫຼື ອີກ 19 ປີຂ້າງໜ້ານີ້ ເພື່ອຊ່ວຍຫຼຸດ​ຜ່ອນ ການ​ປ່ອຍ​ອາຍ​ພິດ​ກາກ​ບອນ​ໃນ​ຊັ້ນບັນຍາກາດ​ໂລກ.

ບໍລິສັດ​ຜະລິດ​ລົດແຖວ​ໜ້າ​ຂອງ​ໂລກ ລວມມີ ບໍລິສັດ Volvo , Ford Motor , GM,​ MercedesBenz, ບໍລິສັດ BYD ຂອງຈີນ ແລະ ບໍລິສັດ Jaguar Land Rover ​ໄດ້ລົງ​ນາມ​ໃນ​ຂໍ້​ຕົກ​ລົງຮ່ວມ​ກັນ ​ເພື່ອ​ຢຸດ​ການ​ຜະລິດ​ລົດທີ່ໃຊ້​ນ້ຳມັນ ພາຍ​ໃນ​ປີ​ 2040 ​ເປັນ​ສ່ວນ​ໜຶ່ງໃນ​ຄວາມ​ພະຍາຍາມຫຼຸດ​ຜ່ອນການ​ປ່ອຍ​ອາຍ​ພິດ​ກາກ​ບອນ​ ໃນ​ຊັ້ນບັນຍາກາດ​ໂລກ ພາຍຫຼັງມີການລາຍງານຂໍ້​ມູນ​ຈາກ ອົງການ​ພະລັງງານ​ສາກົນ​ (IEA) ​​ໃນ​ວັນ​ທີ​ 10​ ພະຈິກ​ 2021​ ວ່າ: ລົດ​ບັນທຸກ,​ ລົດ​ໂດຍສານ ທົ່ວ​ໄປ, ​ເຮືອ ​ແລະ​​ເຮືອບິນ ມີ​ອັດຕາ​ສ່ວນການ​ປ່ອຍ​ອາຍ​ພິດກາກ​ບອນ ປະມານ 1​ ໃນ​ 4 ​ແລະປະລິມານ​ອາຍ​ພິດ​ກາກ​ບອນ​ສ່ວນ​ໃຫຍ່ມາ​ຈາກ​ລົດ​ທີ່​ແລ່ນ​ຢູ່ເທິງ​ຖະໜົນ.

ຢ່າງໃດກໍຕາມ, ທາງບໍລິສັດ ​Volvo ກໍຍັງໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ຜະລິດ​ລົດຍົນທີ່ແລ່ນດ້ວຍ​ໄຟຟ້າທົດແທນຢ່າງ​ເຕັມ​ຮູບ​ແບບພາຍ​ໃນ​ປີ 2030.

ຂໍ້ມູນຈາກ: Lao Youth Radio

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...