Homeຂ່າວການຊ່ວຍເຫຼືອລາວ ໄດຮັບຊຸດກວດ COVID-19 ແບບໄວ ຈາກ FAO ແລະ USAID ຈຳນວນ 12,000 ຊຸດ

ລາວ ໄດຮັບຊຸດກວດ COVID-19 ແບບໄວ ຈາກ FAO ແລະ USAID ຈຳນວນ 12,000 ຊຸດ

Published on

ໃນວັນທີ 4 ພະຈິກ 2021, FAO ແລະ USAID ມອບ 12,000 ຊຸດກວດພະຍາດ COVID-19 ແບບໄວ ໃຫ້ແກ່ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ –  ສປປ ລາວ ສຶບຕໍ່ຄວາມພະຍາຍາມເພື່ອກວດຫາ ແລະ ຫຼຸດຜ່ອນພະຍາດ COVID-19 ຈາກການຊ່ວຍເຫຼືອຂອງຄູ່ຮ່ວມງານສາກົນ.

ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID)  ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ສົ່ງມອບຊຸດກວດແບບໄວ Panbio COVID-19 rapid test kits ແລະ ນໍ້າຢາ AgPath-ID™ One-Step RT-PCR Reagents ເພື່ອກວດຫາເຊື້ອພະຍາດ COVID-19 ໃຫ້ແກ່ກະຊວງສາທາລະນະສຸກ.

ພາຍໄຕ້ “ ການຊ່ວຍເຫຼືອສຸກເສີນເພື່ອເສີມສ້າງຄວາມສາມາດໃນການກວດຫາພະຍາດ COVID-19 ໃນ ສປປ ລາວ” ດ້ວຍທືນທີ່ຜ່ານມາທັງໝົດ 300,000 USD ຈາກອົງການ USAID, ອົງການ FAO ໄດ້ສະໜອງອຸປະກອນຫຼາຍຢ່າງໃຫ້ແກ່ສູນວິເຄາະ ແລະ ລະບາດວິທະຍາຂອງກົມຄວບຄຸມພະຍາດຕິດຕໍ່ເພື່ອສະໜັບສະໜູນຄວາມສາມາດໃນການກວດຫາເຊັ່ນວ່າ: ຕູ້ເກັບຕົວຢ່າງ, ນໍ້າຢາກວດຫາເຊື້ອ ແລະ ອຸປະກອນອື່ນໆ ສຳລັບກວດຫາພະຍາດ COVID-19.

ຊຸດກວດແບບໄວເຫຼົ່ານີ້ແມ່ນໄດ້ຮັບທຶນສະໜັບສະໜູນຈາກອົງການ USAID ເພື່ອເສີມສ້າງຄວາມສາມາດຂອງລັດຖະບານລາວໃນການຄົ້ນຫາ ແລະ ຕອບໂຕ້ພະຍາດ COVID-19 ທີ່ກຳລັງລະບາດຢູ່ໃນຂະນະນີ້.

ໃນພິທີມອບ-ຮັບເຂົ້າຮ່ວມໂດຍທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ; ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສ.ປ.ປ.ລາວ ທ່ານ ດຣ ປີເຕີ ເຮມ໋ອນ ແລະ ທ່ານ ນາຊາຣ໌ ຮາຢັດ, ຜູ້ຕ່າງໜ້າອົງການ FAO ປະຈຳລາວ.

ກ່າວໃນພິທີ, ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ສະແດງຄວາມຂອບໃຈໃນການສະໜັບສະໜູນເພື່ອຊ່ວຍເຫຼືອລັດຖະບານລາວຕໍ່ສູ້ກັບພະຍາດ COVID-19 ທີ່ກຳລັງລະບາດ. “ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈຕໍ່ອົງການ USAID ແລະ ອົງການ FAO ແລະ ທີມງານໃນການສະໜັບສະໜູນອັນມີຄ່າ ແລະ ຄຳໝັ້ນສັນຍາໃນການສືບຕໍ່ສະໜັບສະໜູນ ແລະ ເຮັດວຽກຢ່າງໄກ້ຊິດກັບກະຊວງສາທາລະນະສຸກເພື່ອຕອບໂຕ້ການລະບາດຂອງພະຍາດ COVID-19 ໃນ ສປປ ລາວ”.

“ການມອບ-ຮັບໃນມື້ນີ້ ຢືນຢັນຄືນຄວາມມຸ່ງໝັ້ນຂອງພວກເຮົາໃນການສະໜັບສະໜູນ ສປປ ລາວ ໃນການຢຸດຕິການແຜ່ລະບາດ. ພວກເຮົາພາກພູມໃຈໃນການຮ່ວມມືກັບລັດຖະບານ ສປປ ລາວ ແລະ ອົງການ FAO ໃນວຽກງານທີ່ສຳຄັນນີ້,” ທ່ານເອກະອັກຄະລັດຖະທູດ ເຮມ໋ອນ ກ່າວ.“

“ນອກ​ຈາກ​ການ​ແກ້​ໄຂ​ຜົນ​ກະ​ທົບ​ດ້ານ​ສຸ​ຂະ​ພາບ​ຈາກ​ພະ​ຍາດ​ໂຄວິດ-19, ສະຫະລັດອາ​ເມ​ລິ​ກາກຳລັງ​ສະ​ຫນັບ​ສະ​ຫນູນ​ລັດ​ຖະ​ບານ​ໃນ​ການ​ແກ້​ໄຂ​ຜົນ​ກະ​ທົບທາງດ້ານວຽກງານ​ເສດ​ຖະ​ກິດ, ວຽກງານລະ​ບົບ​ການ​ສຶກ​ສາ ​ແລະ ວຽກງານດ້ານ​ກົດ​ຫມາຍ​ຂອງ​ລາວ. ປີນີ້ແມ່ນສະເຫຼີມສະຫຼອງຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງສະຫະລັດອາເມລິກາ- ສປປ ລາວ, ແລະ ພວກເຮົາພູມໃຈທີ່ໄດ້ຊ່ວຍເຫຼືອ ສປປ ລາວ ໃຫ້ມີການພັດທະນາດີຂຶ້ນ ແລະ ກ້າວໄປໄກກວ່າພະຍາດໂຄວິດ-19. ”

ຜູ້ຕ່າງໜ້າອົງການ FAO ປະຈຳ ລາວ ທ່ານ ນາຊາຣ໌ ຮາຢັດໄດ້ກ່າວວ່າພະຍາດ COVID-19 ສົ່ງ​ຜົນ​ກະ​ທົບ​ຮ້າຍ​ແຮງ​​ບໍ່​ພຽງ​ແຕ່​ຕໍ່​ສຸ​ຂະ​ພາບ​ຂອງ​ຄົນ​, ແຕ່​ຍັງກະທົບຕໍ່​ລະ​ບົບ​ສະ​ບຽງ​ອາ​ຫານ​, ຄວາມ​ໝັ້ນຄົງທາງດ້ານສະບຽງ​ອາ​ຫານ​ ແລະ ​ໂພ​ຊະ​ນາ​ການ​. ຄ້ຳປະກັນຜົນກະທົບທາງດ້ານການດຳລົງຊີວິດ ແລະ ລາຍຮັບໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບທີ່ເປັນກຸ່ມຄົນທຸກຍາກ ແລະ ກຸ່ມທີ່ມິຄວາມຕ້ານທານຕ່ຳຫລາຍໃນ ສປປລາວ

“ມີພຽງແຕ່ການຮ່ວມມື ແລະ ການມີສ່ວນຮ່ວມເທົ່ານັ້ນ, ພວກເຮົາຈື່ງຈະສາມາຕໍ່ສູ້ກັບການລະບາດໃຫ້ໄດ້ຢ່າງມີປະສິດຕິພາບ, ການຮັກສາຊີວິດ ແລະ ຄ່ອຍໆຟື້ນຟູສະພາບພາຍໃຕ້ການໃຊ້ຊີວິດແບບໃໝ່. “ ທ່ານ ໄດ້ກ່າວ.

ທ່ານ ນາຊາຣ໌ ໄດ້ກ່າວວ່າອົງການ FAO ຢືນຢັນຄຳໝັ້ນສັນຍາໃນການສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອດ້ານວິຊາການແກ່ລັດຖະບານໃນການຈັດການກັບການແຜ່ລະບາດຂອງພະຍາດ COVID-19, ທ່ານໄດ້ສະແດງຄວາມຂອບໃຈເປັນພິເສດຕໍ່ການປະກອບສ່ວນຂອງອົງການ USAID ໃນການເປັນຄູ່ຮ່ວມງານ ແລະ ໃຫ້ການສະໜັບສະໜູນລັດຖະບານລາວໃນການຕໍ່ສູ້ກັບການລະບາດຂອງພະຍາດ COVID-19.

ໂຄງການໄດ້ຝຶກອົບຮົມເຈົ້າໜ້າທີ່ປະຈຳດ່ານຊາຍແດນໃນບັນດາແຂວງພາກເໜືອ, ພາກກາງ, ແລະ ພາກໃຕ້ໃນການການເຝົ້າລະວັງ, ການຄົ້ນຫາພະຍາດ, ການເກັບຕົວຢ່າງ, ການປ້ອງກັນການຕິດເຊື້ອ, ການຄວບຄຸມ ແລະ ການປະຕິບັດອະນາໄມຂ້າເຊື້ອພະຍາດ COVID-19.

ຈັດກອງປະຊຸມຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການກ່ຽວກັບການປ້ອງກັນ ແລະ ໂຕ້ຕອບພະຍາດ COVID-19. ນັກສຳມະນາກອນທີ່ເຂົ້າຮ່ວມມີພະນັກງານສາທາລະນະສຸກ, ສັດຕະວະແພດ, ແລະ ຕຳຫຼວດກວດຄົນເຂົ້າ-ອອກເມືອງ. ນອກຈາກນັ້ນ, ຍັງໄດ້ໃຫ້ການສະໜັບສະໜູນການຢັ້ງຢືນ ແລະ ກວດສອບຄວາມຖືກຕ້ອງຂອງຕູ້ຄວາມປອດໄພທາງດ້ານຊີວະວິທະຍາ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...