Homeຂ່າວພາຍ​ໃນລາວກຽມສົ່ງພືດຕະກຸນໝາກກ້ຽງອອກເຈາະຕະຫຼາດຈີນຄັ້ງທຳອິດ

ລາວກຽມສົ່ງພືດຕະກຸນໝາກກ້ຽງອອກເຈາະຕະຫຼາດຈີນຄັ້ງທຳອິດ

Published on

ພາກສ່ວນກ່ຽວຂ້ອງຈະເລີ່ມສົ່ງອອກພືດຕະກຸນໝາກກ້ຽງທີ່ປູກຢູ່ປະເທດລາວໄດ້ແກ່ ໝາກກ້ຽງເປືອກໜາ, ໝາກພຸກ ແລະໝາກນາວເຫຼືອງ ເພື່ອເຈາະຕະຫຼາດ ສປ ຈີນ ເປັນຄັ້ງທຳອິດ ຄາດວ່າຈະມີການດຳເນີນການຈັດສົ່ງໃນຕົ້ນປີໜ້າ.

ເບື້ອງຕົ້ນຄາດວ່າຈະມີການຈັດສົ່ງພືດຊະນິດດັ່ງກ່າວປະມານ 50 ພັນກວ່າໂຕນ, ມູນຄ່າ 50 ລ້ານໂດລາສະຫະລັດ ພາຍຫຼັງມີການເຊັນອານຸສັນຍາທາງໄກ ເຊິ່ງຈັດຂຶ້ນໃນທ້າຍອາທິດຜ່ານມາ ກ່ຽວກັບຂໍ້ກຳນົດດ້ານສຸຂະອະນາໄມພືດສຳລັບການສົ່ງອອກພືດຕະກຸນໝາກກ້ຽງ ລະຫວ່າງ ທ່ານ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ທ່ານ ນີ ຢິວເຟິ່ງ, ລັດຖະມົນຕີອົງການບໍລິຫານພາສີ ແຫ່ງ ສປ ຈີນ.

ພືດຕະກຸນໝາກກ້ຽງໄດ້ດຳເນີນການປູກໃນພື້ນທີ່ 3,6 ພັນກວ່າເຮັກຕາ ໃນ 9 ແຂວງ ເຊັ່ນ ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ, ວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາສັກ ແລະອັດຕະປື  ໂດຍມີ 9 ບໍລິສັດໄດ້ຊຸກຍູ້ ແລະລົງທຶນໃນຮູບແບບ 2 ບວກ 3 ແລະເຊົ່າດິນນຳປະຊາຊົນ ຂະນະທີ່ 70% ຂອງຜົນຜະລິດແມ່ນຈະມີການສົ່ງອອກ ເຊິ່ງຈະເລີ່ມດຳເນີນການໃນປີ 2022 ເປັນຕົ້ນໄປ.

ຂໍ້ມູນຈາກ: ໜັງສືພິມ ເສດຖະກິດ-ສັງຄົມ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...