Homeຂ່າວຕ່າງປະເທດນາຍົກອີຣັກລອດຫວຸດຫວິດຈາກເຫດລອບສັງຫານຢູ່ເຮືອນ

ນາຍົກອີຣັກລອດຫວຸດຫວິດຈາກເຫດລອບສັງຫານຢູ່ເຮືອນ

Published on

ເວັບໄຊ NY Post ລາຍງານ: ທ່ານ ມຸສຕາຟາ ອັນ-ຄາເດມີ, ນາຍົກລັດຖະມົນຕີອີຣັກ ລອດຊີວິດຈາກການລອບສັງຫານດ້ວຍໂດຣນຕິດອາວຸດທີ່ເຂົ້າໂຈມຕີເຮືອນພັກທ່ານນາຍົກໃນນະຄອນຫຼວງແບກແດດ ຂະນະທີ່ເຈົ້າໜ້າທີ່ຮັກສາຄວາມປອດໄພໄດ້ຮັບບາດເຈັບ 7 ຄົນ.

ເຫດການໂຈມຕີດັ່ງກ່າວເກີດຂຶ້ນໃນວັນທີ 7 ພະຈິກຜ່ານມາ ເມື່ອກຸ່ມກໍ່ການຮ້າຍໄດ້ໃຊ້ໂດຣນຕິດອາວຸດ 2 ລຳບຸກໂຈມຕີພື້ນທີ່ສີຂຽວຂອງເມືອງແບກແດກ ເຊິ່ງເປັນທີ່ຕັ້ງຂອງສະຖານທູດຕ່າງປະເທດ ແລະສຳນັກງານລັດຖະບານ ລວມທັງເຮືອນພັກຂອງທ່ານນາຍົກລັດຖະມົນຕີອີຣັກ ອັນໄດ້ສ້າງຄວາມແຕກຕື່ນແກ່ປະຊາຊົນທີ່ອາໄສຢູ່ພາຍໃນເມືອງດັ່ງກ່າວພໍສົມຄວນ ໂຊກດີບໍ່ມີລາຍງານຜູ້ເສຍຊີວິດ ແຕ່ມີເຈົ້າໜ້າທີ່ 7 ຄົນໄດ້ຮັບບາດເຈັບ.

ການໂຈມຕີໄດ້ເພີ່ມທະວີຄວາມຕຶງຄຽດຫຼາຍຂຶ້ນລະຫວ່າງລັດຖະບານຂອງທ່ານ ອັນ-ຄາເດມີ ແລະ ກອງກຳລັງຕິດອາວຸດ Shiite ທີ່ໄດ້ຮັບການສະໜັບສະໜູນຈາກອີຫຼ່ານ ເຊິ່ງປະຕິເສດຜົນການເລືອກຕັ້ງລັດຖະບານເມື່ອເດືອນຜ່ານມາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...