spot_img
Homeຂ່າວການພັດທະນາລັດວາງນະໂຍບາຍເພື່ອເລັ່ງຟື້ນຟູເສດຖະກິດໃນຊ່ວງການແຜ່ລະບາດໂຄວິດ -19

ລັດວາງນະໂຍບາຍເພື່ອເລັ່ງຟື້ນຟູເສດຖະກິດໃນຊ່ວງການແຜ່ລະບາດໂຄວິດ -19

Published on

ລັດຖະບານໄດ້ກຳນົດນະໂຍບາຍບາງປະການເພື່ອເລັ່ງຟື້ນຟູເສດຖະກິດໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະກໍແມ່ນ ນະໂຍບາຍຜ່ອນຜັນດ້ານການເງິນ, ນະໂຍບາຍດ້ານເງິນຕາ, ນະໂຍບາຍ ແລະມາດຕະການຄຸ້ມຄອງລາຄາສິນຄ້າ, ນະໂຍບາຍສົ່ງເສີມການຜະລິດ ແລະ ການທ່ອງທ່ຽວ ລວມທັງນະໂຍບາຍຕໍ່ພາກສັງຄົມ ແລະປະຊາຊົນ ແລະອື່ນໆ.

ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ຕໍ່ກັບບັນຫາການຟື້ນຟູເສດຖະກິດ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ວ່າ: ລັດຖະບານໄດ້ມອບໃຫ້ຄະນະສະເພາະກິດໂຄວິດ-19 ດ້ານເສດຖະກິດຄົ້ນຄວ້າ ແລະກຳນົດນະໂຍບາຍຟື້ນຟູເສດຖະກິດ ແລະແກ້ໄຂຜົນກະທົບໃນດ້ານຕ່າງໆ ເປັນຕົ້ນແມ່ນ ນະໂຍບາຍຜ່ອນຜັນດ້ານການເງິນ ກໍໄດ້ຄົ້ນຄວ້າ, ຕິດຕາມກ່ຽວກັບການຍົກເວັ້ນພາສີ-ອາກອນ ການນຳເຂົ້າສິນຄ້າທີ່ຈຳເປັນ; ນະໂຍບາຍດ້ານເງິນຕາ ແມ່ນໄດ້ຄົ້ນຄ້ວານະໂຍບາຍການຜ່ອນຈ່າຍຊຳລະໜີ້ຂອງທະນາຄານທຸລະກິດ, ສະຖາບັນການເງິນ ແລະບັນດາໜີ້ເສັຍຂອງທະນາຄານທຸລະກິດ; ນະໂຍບາຍ ແລະມາດຕະການຄຸ້ມຄອງລາຄາ, ການສະໜອງ ແລະຈໍລະຈອນສິນຄ້າ ຕິດຕາມການເໜັງຕີງຂອງລາຄາສິນຄ້າ ແລະຫ້າມບໍ່ໃຫ້ກັກຕູນສິນຄ້າ; ນະໂຍບາຍສົ່ງເສີມການຜະລິດ ແລະການທ່ອງທ່ຽວ ສົ່ງເສີມການຜະລິດພາຍໃນໃຫ້ຫຼາຍຂຶ້ນ ເພື່ອສະໜອງຕໍ່ຄວາມຕ້ອງການພາຍໃນ ແລະສົ່ງອອກສິນຄ້າທີ່ມີສັນຍາແລ້ວ; ສຳລັບການທ່ອງທ່ຽວ ຈັດແຜນທົດລອງຮັບນັກທ່ອງທ່ຽວຕ່າງປະເທດ (ເກົາຫຼີໃຕ້) ທີ່ຮັບວັກຊິນແລ້ວເພື່ອມາພັກຜ່ອນຫຼິ້ນກິລາກັອບ; ນະໂຍບາຍຕໍ່ພາກສັງຄົມ ແລະປະຊາຊົນ: ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ, ຫຼຸດຄ່າໄຟຟ້າ, ນ້ຳປະປາ, ອິນເຕິເນັດ.

ທ່ານນາຍົກລັດຖະມົນຕີ ຍັງກ່າວອີກວ່າ: ລັດຖະບານຈະໄດ້ສຸມໃສ່ສົ່ງເສີມການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະຕ່າງປະເທດ ເຂົ້າໃນການພັດທະນາເຂດແຄວ້ນຕາມແລວທາງລົດໄຟ, ເຂດເສດຖະກິດພິເສດ, ເຂດໂລຈິສຕິກ, ທ່ອງທ່ຽວ, ການຜະລິດກະສິກຳເປັນສິນຄ້າຢ່າງມີຈຸດສຸມໃຫ້ຫຼາຍຂຶ້ນ ໂດຍມີໂຄງການລະດັບຊາດ, ລະດັບທ້ອງຖິ່ນ, SME ແລະກຸ່ມການຜະລິດຂອງປະຊາຊົນຮ່ວມສຳພັນກັນ.

ຂໍ້ມູນຈາກ: ປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...