Homeຂ່າວພາຍ​ໃນຜູ້ຖືກຫວຍທຸກປະເພດ ຖືກລາງວັນ 60,000 ກີບຂຶ້ນໄປ ຕ້ອງເສຍອາກອນລາຍໄດ້ 5%

ຜູ້ຖືກຫວຍທຸກປະເພດ ຖືກລາງວັນ 60,000 ກີບຂຶ້ນໄປ ຕ້ອງເສຍອາກອນລາຍໄດ້ 5%

Published on

ແຈ້ງການຈາກຕົວແທນຈຳໜ່າຍຫວຍພັດທະນາທາງໂທລະສັບ ເຖິງ ທ່ານ ຫົວຫນ້າຫນ່ວຍ, ຫົວຫນ້າຈຸ, ຜູ້ຂາຍຫວຍ ແລະ ລູກຄ້າ ສາຂາພະຍານາກ ທົ່ວປະເທດ. ເລື່ອງ: ການປະຕິບັດອາກອນລາຍໄດ້ຈາກການຖືກລາງວັນຫວຍພັດທະນາທຸກປະເພດ.

ເພື່ອປະຕິບັດຕາມກົດຫມາຍແລະຄໍາສັ່ງແນະນໍາ ຕົວແທນຈໍາຫນ່າຍຫວຍພັດທະນາທາງໂທລະສັບມືຖື ຂໍ ແຈ້ງມາຍັງຫົວຫນ້າຫນ່ວຍ, ຫົວຫນ້າຈຸ, ຜູ້ຂາຍ ແລະ ລູກຄ້າທຸກທ່ານຊາບວ່າ: ໃນງວດທີ່ 90 ກົງກັບວັນທີ 08/11/2021 ເປັນຕົ້ນໄປແມ່ນຈະໄດ້ເລີ່ມຈັດຕັ້ງປະຕິບັດການເກັບອາກອນລາຍໄດ້ຈາກຜູ້ຖືກລາງວັນຫວຍ ພັດທະນາທຸກປະເພດ ໂດຍເອົາມູນຄ່າຖືກລາງວັນ 60,000ກີບຂຶ້ນໄປ ຄູນໃຫ້ອັດຕາອາກອນ 5% ຕາມຂໍ້ກໍານົດ ຂອງກົດຫມາຍ ເພື່ອແຈ້ງມອບຕໍ່ຂະແຫນງສ່ວຍສາອາກອນ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...