spot_img
Homeຂ່າວການພັດທະນາແຂວງວຽງຈັນໄດ້ຈັດພິທີເປີດນໍາໃຊ້ຂົວຂ້າມນໍ້າພະນາຍ 3 ແລະ ສາມາດນໍາໃຊ້ໄດ້ແລ້ວ

ແຂວງວຽງຈັນໄດ້ຈັດພິທີເປີດນໍາໃຊ້ຂົວຂ້າມນໍ້າພະນາຍ 3 ແລະ ສາມາດນໍາໃຊ້ໄດ້ແລ້ວ

Published on

ໃນວັນທີ 3 ພະຈິກ 2021 ນີ້, ອົງການປົກຄອງເມືອງທຸລະຄົມ ແຂວງວຽງຈັນໄດ້ຈັດພິທີເປີດນໍາໃຊ້ຂົວຂ້າມນໍ້າພະນາຍ 3, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຈັນທະບູນ ໂພສາລາດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ, ທັງເປັນຜູ້ຊີ້ນໍາວຽກງານຮອບ ດ້ານປະຈໍາເມືອງທຸລະຄົມ ແລະ ທ່ານ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງທຸລະຄົມ, ມີທ່ານຮອງເຈົ້າເມືອງ, ພ້ອມບັນດາການນໍາຂອງເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງ, ນັກທຸລະກິດ, ບໍລິສັດ ຟ້າໃສ ການຊ່າງ, ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ, ອົງການຈັດຕັ້ງບ້ານເຂດເທດສະບານເມືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຈໍານວນໜຶ່ງ.

ໃນບົດຄໍາເຫັນກ່າວເປີດນໍາໃຊ້ຂົວ ຂອງ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ ກ່າວວ່າ: ພິທີ ເປີດການນໍາໃຊ້ຂົວນໍ້າພະນາຍ 3 ທີ່ບ້ານເກິນກາງ ເມືອງທຸລະຄົມ, ໄດ້ເລີ່ມລົງມືກໍ່ສ້າງໄລຍະທ້າຍເດືອນກັນຍາ ແລະ ສໍາເລັດໃນທ້າຍເດືອນຕຸລາ 2021 ລວມໄລຍະເວລາກໍ່ສ້າງ 1 ເດືອນ, ຮັບເໝົາໂດຍບໍລິສັດ ຟ້າໃສ ການຊ່າງ, ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ ໃນມູນຄ່າ 120.000.000 ກີບ, ຂະໜາດຂອງຂົວ ຄວາມຍາວ 33 ແມັດ, ກວ້າງ 4 ແມັດ, ອະນຸຍາດນໍາໃຊ້ສະເພາະລົດເບົາ ຮັບນໍ້າໜັກບໍ່ເກີນ 8 ໂຕ່ນ, ຈໍາກັດລວງສູງທີ່ເໝາະສົມ, ດ້ວຍຮາວເຫຼັກກັ້ນ 3 ຈຸດ, ມີຮາວເຫຼັກຂອບຂົວທັງສອງຟາກ ກໍ່ສ້າງຕາມແລວຂົວເກົ່າທີ່ເຄີຍມີມາໃນແຕ່ກ່ອນ.

ຂົວນໍ້າພະນາຍ 3 ກໍ່ສ້າງສໍາເລັດ ແລະ ເປີດນໍາໃຊ້ແລ້ວ ແຕ່ສິ່ງທີ່ຂ້າພະເຈົ້າມີຄວາມເປັນຫ່ວງທີ່ສຸດກໍ່ຄືການປົກປັກຮັກສາ ແລະ ການຄຸ້ມຄອງນໍາໃຊ້ ເພື່ອໃຫ້ຂົວແຫ່ງນີ້ເກີດຜົນປະໂຫຍດແກ່ທຸກທ່ານ, ມີອາຍຸການໃຊ້ງານໄດ້ຍາວນານ ແລະ ເປັນຂົວອະນຸລັກຄູ່ບ້ານເມືອງຕາມການເວລາ, ຈຶ່ງຂໍຮຽກຮ້ອງໃຫ້ຂະແໜງການກ່ຽວຂ້ອງ, ປະຊາຊົນທຸກຊັ້ນຄົນ ຈົ່ງມີສ່ວນຮ່ວມໃນການຊົມໃຊ້, ການບູລະນະສ້ອມແປງຖ້າຫາກມີການເປ່ເພໃນອະນາຄົດ, ໂດຍບໍ່ໃຫ້ເປັນຄວາມຮັບຜິດຊອບຂອງພາກສ່ວນໃດໜຶ່ງ ເພື່ອຜົນປະໂຫຍດສ່ວນລວມຂອງທຸກໆຄົນ.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...