Homeຂ່າວພາຍ​ໃນລາວມີແຜນຈົດທະບຽນຜະລິດຕະພັນພືດ 3 ຊະນິດເປັນຢາພື້ນເມືອງປິ່ນປົວໂຄວິດ

ລາວມີແຜນຈົດທະບຽນຜະລິດຕະພັນພືດ 3 ຊະນິດເປັນຢາພື້ນເມືອງປິ່ນປົວໂຄວິດ

Published on

ຜະລິດຕະພັນພືດ 3 ຊະນິດ ໄດ້ແກ່ ລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ ຈະໄດ້ຮັບການຈົດທະບຽນໃນນາມຢາພື້ນເມືອງທີ່ໃຫ້ຜົນທາງການທົດລອງດ້ານວິທະຍາສາດ ແລະ ນໍາໃຊ້ປິ່ນປົວຜູ້ຕິດເຊື້ອໂຄວິດທີ່ມີປະສິດທິພາບ, ຄຸນນະພາບ, ແລະມີຄວາມປອດໄພ ໂດຍຊ່ວຍໃຫ້ຜູ້ຕິດເຊື້ອໂຄວິດຫາຍດີ 80-100%.

ທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 4 ພະຈິກ 2021 ວ່າ: ສະຖາບັນການແພດ- ການຢາພື້ນເມືອງ ໄດ້ຮັບມອບໝາຍໃນການຄົ້ນຄວ້າໃນ ຫ້ອງທົດລອງກວດຫາສານເຄມີສໍາຄັນຂອງພືດແຕ່ລະຊະນິດ ແລະ ຜ່ານການທົດລອງສາມາດພົບສານເຄມີສໍາຄັນຕົ້ນຕໍ ຄື: ມີສານ Andrographolide ຢູ່ໃນລາຊາບີ, ມີສານ Hyperoside ແລະ Quercetrin ຢູ່ໃນຜັກຄາວທອງ ແລະ ມີສານ Pinostrobin ແລະ Panduratin A ຢູ່ໃນກະຊາຍຂາວ ພ້ອມທັງໄດ້ເຮັດທົດລອງຜະລິດຕະພັນ 3 ຊະນິດໃສ່ກັບສັດ ເພື່ອກວດກາປະສິດທິພາບ ແລະຄວາມປອດໄພ.

“ການນໍາໃຊ້ຜະລິດຕະພັນ 3 ຊະນິດເຂົ້າໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ແຂວງສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ ໃນສູນກັກບໍລິເວນຈໍານວນ 425 ກໍລະນີ ເຊິ່ງຜົນການປິ່ນປົວໃນກໍລະນີເບົາບາງ ແລະປານກາງ ແມ່ນມີອາການດີຂຶ້ນ 86-100% ສໍາລັບ ລາຊາບີ ແລະຜັກຄາວທອງ ແລະກະຊາຍຂາວ ມີປະສິດທິພາບເຖິງ 93-100%. ສ່ວນກໍລະນີທົດລອງນະຄອນຫຼວງວຽງຈັນໃນຈໍານວນ 450 ກໍລະນີ ພວມຢູ່ໃນຂັ້ນຕອນເກັບກໍາຂໍ້ມູນຕື່ມອີກ.” ລັດຖະມົນຕີ ກະຊວງສາທາລະນະສຸກກ່າວ.

ສຳລັບຄຸນປະໂຫຍດຂອງພືດ 3 ຊະນິດນີ້ ແມ່ນຊ່ວຍເສີມສ້າງພູມຄຸ້ມກັນຂອງຮ່າງກາຍ ແລະຊ່ວຍຫຼຸດຜ່ອນອາການໄອ, ໄຂ້ຫວັດໃຫຍ່, ແກ້ໄອ, ເຈັບຄໍ, ເຈັບອາມິດານ ແລະຊ່ວຍກະຕຸ້ນເຮັດໃຫ້ກິນເຂົ້າແຊບ. ສ່ວນຂໍ້ມູນທີ່ຊັດເຈນ ແມ່ນກໍາລັງດໍາເນີນການວິເຄາະຕາມຫຼັກວິຊາການຂອງສະຖາບັນສາທາລະນະສຸກສາດ ແລະ ພະຍາດເຂດຮ້ອນ, ຖ້າຜົນການສຶກສາ ສາມາດຮັບປະກັນໄດ້ດ້ານຄຸນນະພາບ, ຄວາມປອດໄພ ແລະ ມີປະສິດທິຜົນດີ ກໍຈະຈົດທະບຽນຜະລິດຕະພັນທັນທີ, ພ້ອມທັງສົມທົບກັບພາກສ່ວນກ່ຽວຂ້ອງເລັ່ງສະໜັບສະໜູນໃຫ້ແກ່ການປູກ ແລະການຜະລິດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບການສຸກເສີນໃນປັດຈຸບັນ.

ຂໍ້ມູນຈາກ: ໜັງສືພິມ ປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...