Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 4 ພະຈິກ 2021

ປະຫວັດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 4 ພະຈິກ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 03 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,179 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,170 ຄົນ (ຕິດເຊື້ອພາຍໃນ ມີ 1.165 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,165 ຄົນ ຈາກ 13 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 589 ຄົນ: ມາຈາກ 194 ບ້ານ, ໃນ 9 ເມືອງ
1). ເມືອງຈັນທະບູລີ ມີ 59 ຄົນ 26 ບ້ານ

2). ເມືອງສີໂຄດ ມີ 124 ຄົນ 41 ບ້ານ

3). ເມືອງໄຊເສດຖາ ມີ 115 ຄົນ 33 ບ້ານ

4). ສີສັດຕະນາກ ມີ 80 ຄົນ 19 ບ້ານ

5). ເມືອງນາຊາຍທອງ ມີ 28 ຄົນ 13 ບ້ານ

6). ເມືອງໄຊາທານີ ມີ 135 ຄົນ 45 ບ້ານ

7). ເມືອງຫາດຊາຍຟອງ ມີ 42 ຄົນ 16 ບ້ານ

8). ເມືອງປາກງື່ມ ມີ 5 ຄົນ 2 ບ້ານ

9). ເມືອງສັງທອງ ມີ 1 ຄົນ 1 ບ້ານ

– ຕ່າງແຂວງ 2 ຄົນ

– ລາຍລະອຽດຂອງແຕ່ລະບ້ານໃນນະຄອນຫຼວງວຽງຈັນ ທ່ານສາມາດຕິດຕາມໄດ້ທີ່ ເຟດບຸກ ສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ

2. ຫຼວງພະບາງ: 109 ຄົນ ມາຈາກ 38 ບ້ານ, ໃນ 8 ເມືອງ
3. ບໍ່ແກ້ວ: 18 ຄົນ ມາຈາກ 12 ບ້ານ, ໃນ 2 ເມືອງ
4. ອຸດົມໄຊ: 46 ຄົນ ມາຈາກ 18 ບ້ານ, ໃນ 2 ເມືອງ
5. ຫຼວງນໍ້າທາ: 154 ຄົນ ມາຈາກ 38 ບ້ານ, ໃນ 3 ເມືອງ
6. ແຂວງວຽງຈັນ: 167 ຄົນ ມາຈາກ 43 ບ້ານ, ໃນ 8 ເມືອງ
7. ບໍລິຄຳໄຊ: 2 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ
8. ຜົ້ງສາລີ: 1 ຄົນ (ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ)
9. ໄຊຍະບູລີ 1 ຄົນ ມາຈາກ 1​ບ້ານ, ໃນ 1​ ເມືອງ
10. ໄຊສົມບູນ: 5 ຄົນ ມາຈາກ 1 ບ້ານ, ໃນ 1 ເມືອງ
11. ຄໍາມ່ວນ: 15 ຄົນ ມາຈາກ 7 ບ້ານ, ໃນ 2 ເມືອງ
12. ສາລະວັນ: 7 ຄົນ ມາຈາກ 4 ບ້ານ, ໃນ 2 ເມືອງ
13. ສະຫວັນນະເຂດ 5 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ
14. ຈໍາປາສັກ: 27 ຄົນ ມາຈາກ 16 ບ້ານ, ໃນ 4 ເມືອງ
15. ເຊກອງ: 19 ຄົນ ມາຈາກ 10 ບ້ານ, ໃນ 2 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 05 ຄົນ: ນະຄອນຫຼວງ 2 ຄົນ, ສາລະວັນ 1​ ຄົນ ແລະ ໄຊຍະບູລີ 2 ຄົນ, ທັງໝົດແມ່ນຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

• ມາຮອດວັນທີ 04 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 44.061 ຄົນ, ເສຍຊີວິດສະສົມ 76 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 532 ຄົນ, ກໍາລັງປິ່ນປົວ 7.699 ຄົນ.
❖ ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:
ຜູ້ທີ 1 : ເພດຊາຍ, ອາຍຸ 67 ປີ, ບ້ານໂພນຫີນ, ເມືອງນານ, ແຂວງຫລວງພະບາງ
-​ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມຂັ້ນສຸດທ້າຍ ແລະ ຄວາມດັນເລືອດສູງ
-​ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
-​ວັນທີ 22 ຕຸລາ 2021: ໄດ້ເຂົ້າມາກວດ ຢູ່ໂຮງໝໍແຂວງ ດ້ວຍອາການໄອ, ຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ພ້ອມທັງ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ
-​ໄລຍະນອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 22 ຕຸລາ 2021 – 02 ພະຈິກ 2021, ເປັນເວລາ 12 ວັນ
-​ມາຮອດເວລາ 13:40 ໂມງ ຂອງວັນທີ 02 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 2: ເພດຊາຍ, ອາຍຸ 59 ປີ, ອາຊີບ: ກຳມະກອນ, ບ້ານຫ້ວຍຫົງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ
-​ພະຍາດປະຈຳຕົວ: ປະດົງຄໍ່
-​ຜ່ານມາໄດ້ສັກຢາວັກຊີນຄົບ
– ວັນທີ 14 ຕຸລາ 2021: ກວດຕົວຢ່າງຊອກຫາເຊື້ອພະຍາດໂຄວິດ-19
-​ວັນທີ 15 ຕຸລາ 2021: ຜົນກວດພົບເຊື້ອ ນຳສົ່ງໄປປິ່ນປົວຢູ່ພາກສະຫມາມ ມຊ
-​ວັນທີ 21 ຕຸລາ 2021: ມີອາການເຈັບເອິກ, ໄອຫລາຍ ຈຶ່ງໄດ້ນຳສົ່ງມາປິ່ນປົວຢູ່ໂຮງຫມໍມິດຕະພາບ ໃນມື້ດຽວກັນນັ້ນ
-​ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 21 ຕຸລາ 2021-03 ພະຈິກ 2021.
-​ຮອດເວລາ ~05:30 ໂມງຂອງວັນທີ 03 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.
ຜູ້ທີ 3: ເພດຍິງ, ອາຍຸ 29 ປີ, ອາຊີບ:ກຳມະກອນ, ບ້ານາມົນ, ເມືອງໄຊທານີ, ນະຄອນຫລວງວຽງຈັນ
-​ພະຍາດປະຈຳໂຕ: ເບົາຫວານ
-​ຜ່ານມາໄດ້ສັກຢາວັກຊີນຄົບ
-​ວັນທີ 30 ຕຸລາ 2021: ມີອາການວິນຫົວ, ຫາຍໃຈຝືດ ແລະ ກະວົນກະວາຍ
-​ວັນທີ 02 ພະຈິກ 2021: ກວດຕົວຢ່າງຊອກຫາພະຍາດໂຄວິດ-19 ແລະ ໃນມື້ດຽວກັນ ຜົນກວດ ອອກມາພົບເຊື້ອ ແລະ ໄດ້ເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ
-​ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 2 – 3 ພະຈິກ 2021
-​ຮອດເວລາ 08:40 ຂອງວັນທີ 3 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...