Homeຂ່າວພາຍ​ໃນມາຮູ້ຈັກ! ນະໂຍບາຍການສັກວັກຊີນໃຫ້ແກ່ເດັກນ້ອຍຂອງຫຼາຍປະເທດ

ມາຮູ້ຈັກ! ນະໂຍບາຍການສັກວັກຊີນໃຫ້ແກ່ເດັກນ້ອຍຂອງຫຼາຍປະເທດ

Published on

ປັດຈຸບັນ, ບາງປະເທດເລີ່ມສັກວັກຊີນໃຫ້ເດັກນ້ອຍຫຼາຍຂຶ້ນ.

ເມື່ອບໍ່ດົນມານີ້, ໜ່ວຍງານດ້ານຢາ ຂອງສະຫາລັດອອກມາແນະນຳໃຫ້ສັກວັກຊີນໄຟເຊີ້ 1 ໂດສ ກັບເດັກນ້ອຍອາຍຸ 5-11 ປີ ຂະນະທີ່ອົງການອະນາໄມໂລກລະບຸວ່າ: ວັກຊີນໄຟເຊີ້ເໝາະກັບເດັກນ້ອຍອາຍຸຕັ້ງແຕ່ 12 ປີ ຂຶ້ນໄປ.

ດັ່ງນັ້ນ, ເຮົາມາເບິ່ງກັນວ່າ ແຕ່ລະປະເທດມີນະໂຍບາຍການສັກວັກຊີນໃຫ້ແກ່ເດັກນ້ອຍແນວໃດ?

-ສະຫະລັດອາເມລິກາ, ໃນອາທິດນີ້ ອົງການອາານ ແລະ ຢາສະຫະລັດ (FDA) ຫາກໍແຈ້ງບົດລາຍງານວ່າ ວັກຊີນໄຟເຊີ້ ມີປະສິດທິພາບສູງໃນການປ້ອງກັນໂຄວິດ-19 ເຖິງ 95% ໃນເດັກອາຍຸ 5-11 ປີ. ໃນອາເມລິກາ ເລີ່ມສັກວັກຊີນໃຫ້ເດັກຕັ້ງແຕ່ເດືອນ ມິຖຸນາ ແລ້ວ ຫຼັງຈາກໄດ້ຮັບອະນຸຍາດເມືອເດືອນພຶດສະພາ.

-ອົງການອາຫານ ແລະຢາ ສະຫະລັດບອກວ່າ ຜົນດີຂອງການສັກວັກຊີນມີນໍ້າໜັກຫຼາຍກວ່າຄວາມສ່ຽງເຊັ່ນ ພາວະກ້າມໃນຫົວໃຈອັກເສບ ເຊີ່ງເປັນຜົນຂ້າງຄຽງທີ່ພົບໄດ້ໜ້ອຍສຸດ.

-ເມືອວັນທີ 25 ຕຸລາ ທີ່ຜ່ານມາ ບໍລິສັດໂມເດີນາລາຍງານວ່າພົບພູມຄຸມກັນທີ່ແຂງແຮງ ໃນກຸ່ມເດັກນ້ອຍອາຍຸ 6-11 ປີ ທີ່ໄດ້ຮັບວັກຊີນໂມເດີນາ.

-ຈີນ, ປັດຈຸບັນທາງການໄດ້ອະນຸມັດໃຫ້ເດັກນ້ອຍບາງຈຳນວນທີ່ຢູ່ໃນລະວ່າງ 3-17 ປີ ສັກວັກຊີນຊີໂນແວກ ໂດຍຈີນຕັ້ງເປົ້າຄ່າວໆວ່າ ຈະສັກວັກຊີນໃຫ້ໄດ້ 80% ຂອງປະຊາກອນ 1.4 ລ້ານຄົນໃນທ້າຍປີນີ້.

-ບັນດາປະເທດຢູ່ເອີຣົບ, ເມື່ອເດືອນພຶດສະພາທີ່ຜ່ານມາ ກົມການແພດຂອງເອີຣົບ (EMA) ອະນຸມັດໃຫ້ໃຊ້ໄຟເຊີກັບເດັກອາຍຸ 12-15 ປີ ໄດ້ ແລະ ຫຼັງຈາກນັ້ນ ປະເທດສະມາຊິກສະຫະພາບເອີຣົບກໍເລີ່ມສັກວັກຊີນໃຫ້ເດັກນ້ອຍ.

-ເດນມາກ (12-15 ປີ) ແລະ ແອັດສະປາຍໂຍນ (12-19) ລ້ວນແລ້ວແຕ່ສັກວັກຊີນໃຫ້ເດັກໃນໄວລຸ້ນ ໃນປະເທດເກືອບໝົດແລ້ວໂດຍສັກໃຫ້ຄົນລະໜຶ່ງໂດສ.

-ຝຣັ່ງເສດ ກໍສັກວັກຊີນໃຫ້ເດັກນ້ອຍ ໂດຍ 72% ແມ່ນອາຍຸ 12-17 ປີ ໄດ້ຮັບວັກຊີນແລ້ວ 1 ໂດສ ຮອດເດືອນກັນຍາ ມີ 64 % ທີ່ໄດ້ຮັບວັກຊີນຄົບໂດສແລ້ວມີຂໍ້ບັງຄັບໃຫ້ຄົນທີ່ອາຍຸຕໍ່າກວ່າ 18 ປີ ຕ້ອງສະແດງໃບກວດສຸຂະພາບ.

-ເຢຍລະມັນ ທຳອິດສັກວັກຊີນໃຫ້ເດັກອາຍຸ 12-15 ປີ ທີ່ມີໂລກປະຈຳໂຕ ແຕ່ເນື່ອງຈາການລະບາດຂອງໂຄວິດ-19 ຍັງຕໍ່ເນື່ອງ ທາງການຈິ່ງປ່ຽນໃຫ້ສັກວັກຊີນໃຫ້ທຸກຄົນທີ່ມີອາຍຸ 12 ປີ ຂຶ້ນໄປ.

-ສະວີເດັນ, ເດັກອາຍຸ 12-15 ປີ ສາມາດຂໍສັກວັກຊີນໄດ້ຫາກພວກເຂົາເປັນໂຣກກ່ຽວກັບປອດ ເປັນຫອບຫືດ ແລະ ພາວະສ່ຽງອື່ນໆ

-ນໍເວ ບໍ່ແມ່ນ 1 ໃນສະຫະພາບເອີຣົບ ແຕ່ຕອນນີ້ແມ່ນໄດ້ສັກວັກຊີນໃຫ້ເດັກນ້ອຍອາຍຸ 12-15 ປີ ແລ້ວ ແຕ່ໃຫ້ກ່ອນໜຶ່ງໂດສ ສ່ວນໂດສ  2 ຍັງພິຈາລະນາຢູ່.

-ສຳລັບເດັກນ້ອຍ 3 ປີ ຂຶ້ນໄປ

-ອາເມລິກາ ໃຊ້ວັດຊີນຊີໂນຟາມສັກໃຫ້ເດັກນ້ອຍອາຍຸແຕ່ 3 ປີ ຂຶ້ນໄປ ຕັ້ງແຕ່ເດືອນສິງຫາທີ່ຜ່າມມາ ແລະ ອາເຈນຕິນາກໍໃຊ້ນະໂຍບາຍນີ້ເຊັ່ນກັນ. ປະເທດຊິລີເລີ່ມໃຊ້ວັກຊີນຊີໂນແວັກສັກໃຫ້ເດັກນ້ອຍອາຍຸ 6-11 ປີ ໃນເດືອນນີ້, ຄິວບາ ສັກວັກຊີນໃຫ້ເດັກອາຍຸ 2 ປີ ຂຶ້ນໄປ ດ້ວຍວັກຊີນໂຊເບີຮານາ 0.2 ເຊິ່ງຜະລິດເອງໃນປະທດ

ສຳລັບ ໄທ, ອິນໂດເນເຊຍ, ເກົາຫຼີໃຕ້, ມາເລເຊຍ ແລະ ຟີລິບປິນ ເປັນສ່ວນໜຶ່ງຂອງຫຼາຍປະເທດ ທີ່ອະນຸຍາດໃຫ້ເດັກທີ່ອາຍຸຫຼາຍກວ່າ 12 ປີ ຮັບວັກຊີນ. ອິນເດຍ ເລີ່ມເດືອນສິງຫາ ຜ່ານມາ ໜ່ວຍງານດ້ານຢາອະນຸມັດໃຫ້ໃຊ້ວັກຊີນທີ່ຜະລິດຂຶ້ນມາເອງ ເປັນພາວະສຸກເສີນກັບເດັກນ້ອຍອາຍຸ 12 ປີ ຂຶ້ນໄປ. ຕຸລະກີ ເລີ່ມສັກວັກຊີນໃຫ້ເດັກນ້ອຍອາຍຸ 12 ປີ ຂຶ້ນໄປ ເພື່ອຕ້ອນຮັບເປີດສົກຮຽນ.

ຂໍ້ມູນ: BBC NEWS Thai

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...