Homeຂ່າວທ້ອງຖິ່ນເມືອງນໍ້າບາກ ຫຼວງພະບາງ ມີຜູ້ປ່ວຍໂຄວິດ-19 ຫາຍດີຕື່ມ 332 ຄົນ!

ເມືອງນໍ້າບາກ ຫຼວງພະບາງ ມີຜູ້ປ່ວຍໂຄວິດ-19 ຫາຍດີຕື່ມ 332 ຄົນ!

Published on

ດີໃຈນຳ! ເມືອງນ້ຳບາກ ປິ່ນປົວຫາຍດີອີກ 332 ຄົນ

ຄະນະສະເພາະກິດເພື່ອປ້ອງກກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນກັນຍາມາຮອດຕົ້ນເດືອນພະຈິກ 2021 ນີ້ ເມືອງນໍ້າບາກ ມີຜູ້ທີ່ຕິດເຊື້ອສະສົມທັງໝົດ 396 ຄົນ, ໃນນັ້ນໄດ້ປີ່ນປົວຫາຍດີແລ້ວ 332 ຄົນ.

ໂດຍໄດ້ແບ່ງອອກເປັນ 2 ຊຸດຄື: ຊຸດທີ1 ແມ່ນໄດ້ອອກໃນວັນທີ 18 ຕຸລາ 2021 ປິ່ນປົວດີ ຈຳນວນ 140 ຄົນ ແລະ ຊຸດທີ 2 ອອກວັນທີ 1 ພະຈິກ 2021 ປິ່ນປົວຫາຍດີ 192 ຄົນ ແລະ ຍັງສືບຕໍ່ປີ່ນປົວ 64 ຄົນ, ບໍ່ມີກໍລະນີເສຍຊີວິດ.

ພ້ອມນັ້ນເພີ່ນຍັງແນະນຳໃຫ້ຜູ້ທີ່ອອກຈາກໂຮງໝໍພາກສະໜາມແລ້ວ ແຕ່ຕ້ອງສືບຕໍ່ໃຊ້ຊີວິດແບບໃໝ່, ກໍ່ຄືຕ້ອງໃສ່ຜ້າອັດປາກ-ອັດດັງ ໃນເວລາອອກຈາກເຮືອນເມື່ອມີຄວາມຈຳເປັນ, ຮັກສາໄລຍະຫ່າງຈາກຄົນອື່ນ 2 ແມັດ, ໝັ່ນລ້າງມືໃສ່ສະບູ, ນ້ຳສະອາດ ຫຼື ເຈວລ້າງມືທີ່ມີສວ່ນປະສົມຂອງເຫຼົ້າ 70% – 90 % ເວລາຈັບສິ່ງຂອງຕ່າງໆ ພ້ອມທັງພັກຜ່ອນໃຫ້ພຽງພໍ ແລະ ກິນອາຫານໃຫ້ຄົບ 5 ໝູ່.

ຂ່າວ: ຂ່າວສານຫລວງພະບາງ Luangprabang News

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...