Homeຂ່າວພາຍ​ໃນມາສໍາພັດ ລົດຕູ້ (Mercedes-benz vans)ທີ່ທ່ານຮັກ ໃນຮູບແບບໃໝ່

ມາສໍາພັດ ລົດຕູ້ (Mercedes-benz vans)ທີ່ທ່ານຮັກ ໃນຮູບແບບໃໝ່

Published on

ໃນຍຸກທີ່ໂລກກຳລັງດຳເນີນພາຍໃຕ້ ເງື່ອນໄຂ ວິຖີຊີວິດປົກກະຕິໃນຮູບແບບໃໝ່ ‘new normal’  Mercedes-Benz ຂໍແນະນໍາປະສົບການແບບໃໝ່ໃນການສໍາພັດລົດຕູ້ໃຫ້ສະດວກຍິ່ງຂຶ້ນ. ໂດຍການປະສົມປະສານລະຫວ່າງດີຈິຕອນ ແລະ ການສຳພັດທາງດ້ານກາຍະພາບເຂົ້າດ້ວຍກັນ ເພື່ອໃຫ້ລູກຄ້າໄດ້ຮັບປະສົບການສະເໝືອນຈິງຫຼາຍທີ່ສຸດ.

ໃນຖານະທີ່ເປັນບໍລິສັດຜູ້ນຳທາງດ້ານຍານຍົນທີ່ນຳສະເໜີເຕັກໂນໂລຊີ virtual showroom ແຫ່ງແລກໃນ ສປປ ລາວ ປະຈຸບັນພວກເຮົາໄດ້ໃຫ້ທາງເລືອກແກ່ລູກຄ້າໃນການເລືອກຊື້ ແລະ ປັບແຕ່ງ ລົດຕູ້ V-class ດ້ວຍຄວາມສະດວກສະບາຍຈາກທາງບ້ານ ພຽງການຄິກໜຶ່ງຄັ້ງເທົ່ານັ້ນ. ທາງ Mercedes-Benz Laos ມີຄວາມເຂົ້າໃຈໃນແນວໂນ້ມຂອງທິດທາງດິຈິຕອນທີ່ກຳລັງພັດທະນາກ້າວໄປຂ້າງໜ້າ ພວກເຮົາຈຶ່ງຂໍນຳສະເໜີໃຫ້ລູກຄ້າຜູ້ທີ່ສົນໃຈໃນລົດຕູ້ຂອງພວກເຮົາທຸກຄົນເຂົ້າຢ້ຽມຊົມໂຊຣູມແບບດິຈິຕອນເພື່ອເປີດປະສົບການໃໝ່.

ດ້ວຍໂຊຣູມ Vans Virtual ແບບໃໝ່ ລູກຄ້າສາມາດປັບແຕ່ງ ແລະ ທົດລອງໃຊ້ການອອກແບບຕ່າງໆກັບລົດຕູ້ V-class ໃນຝັນຂອງທຸກຄົນໄດ້ຢ່າງອິດສະຫຼະ ໂດຍໃຫ້ໝັ້ນໃຈວ່າລູກຄ້າຈະໄດ້ຮັບປະສົບການທີ່ເພິ່ງພໍໃຈ. ໃນການນຳໃຊ້ແພັດຟອມດັ່ງກ່າວຈະຊ່ວຍໃຫ້ລູກຄ້າເຂົ້າເຖິງການສຳຫຼວດທັງພາຍໃນ ແລະ ພາຍນອກຂອງລົດຕູ້ ດ້ວຍມຸມມອງ 360 ອົງສາ. ຫຼັງຈາກທີ່ໄດ້ຮັບປະສົບການທາງ Online ລູກຄ້າສາມາດຂໍຂໍ້ມູນເພີ່ມເຕີມຈາກໂຊຣູມ Mercedes-Benz ໃນຂົງເຂດຂອງທ່ານ.

ປັບແຕ່ງລົດ V-class ໃນຝັນຂອງທ່ານໂດຍການສະແກນ QR code ຫຼື ຄິກທີ່ link ດ້ານລຸ່ມ.

https://showroom-mb-vans.com/sea/?media=V-Class

ສຳລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່ຕົວແທນຈຳໜ່າຍ Mercedes-Benz: ເບີໂທຕິດຕໍ່: 021 244 472, Whatsapp: wa.me/8562054636926, LINE: https://lin.ee/NfU4jNE, Website: www.mercedes-benz.la, Facebook/Instagram: Mercedes-Benz Laos

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...