spot_img
Homeຂ່າວຕ່າງປະເທດຜົນກອງປະຊຸມສຸດຍອດອາຊຽນ ພ້ອມມອບຕໍ່ກຳປູເຈຍເປັນປະທານອາຊຽນປີໜ້າ

ຜົນກອງປະຊຸມສຸດຍອດອາຊຽນ ພ້ອມມອບຕໍ່ກຳປູເຈຍເປັນປະທານອາຊຽນປີໜ້າ

Published on

ວັນທີ 28 ຕຸລາ 2021, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດ ກັບ ບັນດາຄູ່ຮ່ວມເຈລະຈາມື້ສຸດທ້າຍ ເຊິ່ງປະກອບມີ: ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 18 ແລະກອງປະຊຸມສຸດຍອດອາຊຽນ-ຣັດເຊຍ ຄັ້ງທີ 4 ແບບທາງໄກ.

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 18 ໂດຍການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ແລະ ທ່ານ ນາເຣັນດຣາ ໂມດີ, ນາຍົກລັດຖະມົນຕີ ອິນເດຍ, ເຊິ່ງກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອິນເດຍ ໄລຍະປີ 2021-2025 ແລະ ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 17 ແບບທາງໄກ ໃນປີ 2020, ໂດຍສະເພາະ ຄວາມພະຍາຍາມຂອງອາຊຽນ ແລະອິນເດຍ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາກພື້ນ.

ກອງປະຊຸມໄດ້ປຶກສາຫາລື ແລະເປັນເອກະພາບກັນຕໍ່ທິດທາງແຜນການຮ່ວມມື ອາຊຽນ-ອິນເດຍ ໃນຕໍ່ໜ້າ ໂດຍສະເພາະແມ່ນການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງການແກ້ໄຂຜົນກະທົບທາງດ້ານເສດຖະກິດ ແລະການຟື້ນຟູເສດຖະກິດຮອບດ້ານ; ການຫັນໄປສູ່ເສດຖະກິດດີຈີຕອນ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະການສຶກສາ.

ນອກນັ້ນ, ກອງປະຊຸມ ຍັງເຫັນວ່າ ອາຊຽນ ແລະ ອິນເດຍ ຄວນສືບຕໍ່ຂະຫຍາຍການຮ່ວມມືດ້ານການເຊື່ອມຈອດດ້ານໂຄງລ່າງພື້ນຖານ ແນໃສ່ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການໄປ ມາຫາສູ່ ລະຫວ່າງ ປະຊາຊົນ ໃຫ້ນັບມື້ນັບເພີ່ມຂຶ້ນໃນອະນາຄົດ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ເຮັດໃຫ້ໂຄງການກໍ່ສ້າງທາງດ່ວນ 3 ຝ່າຍ: ອິນເດຍ-ມຽນມາ-ໄທ ແລະ ເຊື່ອມຕໍ່​ໄປຍັງ ລາວ-ກໍາປູເຈຍ-ຫວຽດນາມ ໃຫ້ສໍາເລັດໂດຍໄວ.

ສຳລັບກອງປະຊຸມສຸດຍອດ ອາຊຽນ-ຣັດເຊຍ ຄັ້ງທີ 4 ກໍໄດ້ຊຸກຍູ້ໃຫ້ອາຊຽນ ແລະຣັດເຊຍ ສືບຕໍ່ຮ່ວມມື ເພື່ອຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ກໍຄືການພັດທະນາເສດຖະກິດ, ໂດຍສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານການຄ້າ ແລະການລົງທຶນ, ໂດຍຜ່ານການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ (MoU) ລະຫວ່າງ ອາຊຽນ ແລະ ອົງການຮ່ວມມື ຢູເຣເຊຍ ໃຫ້ເປັນຮູບປະທໍາ ພ້ອມເຫັນດີຮັບຮອງເອົາແຜນປະຕິບັດງານອາຊຽນ-ຣັດເຊຍສະບັບໃໝ່ ສໍາລັບໄລຍະປີ 2021-2025 ແລະກິດຈະກໍາການສະເຫຼີມສະຫຼອງໂອກາດຄົບຮອບ 30 ປີ ແຫ່ງການພົວພັນຮ່ວມມືອາຊຽນ-ຣັດເຊຍ ແລະໄດ້ຮັບຮອງເອົາຖະແຫຼງການຮ່ວມອາຊຽນ-ຣັດເຊຍ ວ່າດ້ວຍການສ້າງພາກພື້ນທີ່ມີຄວາມໝັ້ນຄົງ ແລະຍືນຍົງຮ່ວມກັນ ແລະຖະແຫຼງການອາຊຽນ-ຣັດເຊຍ ວ່າດ້ວຍການຮ່ວມມືກັນໃນການຕ້ານການຄ້າຢາເສບຕິດ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະພິທີ ມອບ-ຮັບ ການເປັນປະທານອາຊຽນໃຫ້ແກ່ ຣາຊະອານາຈັກ ກຳປູເຈຍ ສໍາລັບປີ 2022, ພາຍໃຕ້ຄໍາຂວັນ: “ອາຊຽນ: ແກ້ໄຂສິ່ງທ້າທາຍຮ່ວມກັນ” (ASEAN ACT: Addressing Challenges Together).

ຂໍ້ມູນຈາກ: ສື່ເພື່ອສັງຄົມ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...