Homeຂ່າວພາຍ​ໃນລາວວາງແຜນພິຈາລະນາເປີດໃຫ້ນັກທ່ອງທ່ຽວເກົາຫຼີໃຕ້ເຂົ້າມາຫຼິ້ນກັອຟຢູ່ ນວ ທ້າຍປີນີ້

ລາວວາງແຜນພິຈາລະນາເປີດໃຫ້ນັກທ່ອງທ່ຽວເກົາຫຼີໃຕ້ເຂົ້າມາຫຼິ້ນກັອຟຢູ່ ນວ ທ້າຍປີນີ້

Published on

ຈຸດເລີ່ມຕົ້ນທີ່ໜ້າສົນໃຈສຳລັບການຟື້ນຟູການທ່ອງທ່ຽວລາວກໍຄື ແຜນການຂອງລັດຖະບານໃນການອະນຸຍາດໃຫ້ນັກທ່ອງທ່ຽວຊາວເກົາຫຼີໃຕ້ຜູ້ທີ່ໄດ້ຮັບວັກຊິນຄົບຖ້ວນສາມາດເດີນທາງເຂົ້າປະເທດລາວ ພາຍໃຕ້ແພັກເກັດທົວກັອຟ.

ອີງຕາມການລາຍງານຂ່າວຈາກໜັງສືພິມວຽງຈັນທາຍ, ທາງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວກຳລັງຍື່ນຄຳຂໍໃຫ້ທາງລັດຖະບານພິຈາລະນາອະນຸຍາດໃຫ້ຊາວເກົາຫຼີໃຕ້ຜູ້ທີ່ສັກວັກຊິນຄົບຖ້ວນສາມາດເດີນທາງເຂົ້າມາຫຼິ້ນກັອຟໃນນະຄອນຫຼວງວຽງຈັນໄດ້ໃນທ້າຍປີນີ້.

“ພວກເຮົາກຳລັງເຮັດວຽກຮ່ວມກັບພາກສ່ວນກ່ຽວຂ້ອງເພື່ອກຳນົດກົດລະບຽບ ແລະກຽມຄວາມພ້ອມສຳລັບນັກທ່ຽວຊາວເກົາຫຼີໃຕ້ທີ່ຈະເດີນທາງເຂົ້າມາລາວ ໂດຍສະເພາະກໍແມ່ນຜູ້ທີ່ສັກວັກຊິນຄົບ,” ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖວທ ກ່າວ.

ນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາລາວດັ່ງກ່າວຈະຕ້ອງໄດ້ກັກຕົວໃຫ້ຄົບກຳນົດກ່ອນຈະເຂົ້າຫຼິ້ນກັອຟໄດ້ໃນສະໜາມກັອຟສອງແຫ່ງໃນນະຄອນຫຼວງວຽງຈັນ ໂດຍມີການຈັດສົ່ງດ້ວຍລົດບັສສ່ວນຕົວ ພາຍໃຕ້ການດູແລຂອງພະນັກງານນຳທ່ຽວຄົນລາວ 1 ຄົນ ແລະເກົາຫຼີໃຕ້ 1 ຄົນ. ຢ່າງໃດກໍຕາມ, ກ່ອນທີ່ນັກທ່ອງທ່ຽວກຸ່ມດັ່ງກ່າວຈະເດີນທາງເຂົ້າມາລາວກໍຕ້ອງມີໜັງສືຢັ້ງຢືນການກວດໂຄວິດ 72 ຊົ່ວໂມງ ໂດຍຈະໃຊ້ບໍລິການຖ້ຽວບິນເຊົ່າເໝົາລຳໃນການເດີນທາງໄປກັບຈາກເກົາຫຼີໃຕ້ມາລາວ ຜ່ານສາຍການບິນ Lao Airlines, Air Asia, T’way Air, ແລະ Jeju Air.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...