Homeຂ່າວການພັດທະນາລັດຖະບານ ເລັ່ງຟື້ນຟູການທ່ອງທ່ຽວໃນປະເທດລາວ ທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19

ລັດຖະບານ ເລັ່ງຟື້ນຟູການທ່ອງທ່ຽວໃນປະເທດລາວ ທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19

Published on

ໃນວັນທີ 21 ຕຸລາ 2021 ທີ່ນະຄອນຫລວງວຽງຈັນ, ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ນຳສະເໜີແນວທາງການຟື້ນຟູການທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ສຳລັບປີ 2021-2025 ຜ່ານລະບົບທາງໄກ ເພື່ອເລັ່ງຟື້ນຟູຂະແໜງການທ່ອງທ່ຽວ ທີ່ໄດ້ຮັບຜົນກະ ທົບຈາກພະຍາດດັ່ງກ່າວ, ໂດຍໄດ້ສຸມໃສ່ກໍານົດແນວທາງການຟື້ນຟູ ຂະແໜງການການທ່ອງທ່ຽວ ໃນ ສ ປປ ລາວ ໃຫ້ສາມາດກັບຄືນເຂົ້າສູ່ສະພາບປົກກະຕິແບບໃໝ່ໃຫ້ໄດ້ໄວທີ່ສຸດ, ເພື່ອວາງມາດຕະການໃນການແກ້ໄຂບັນຫາທາງຍຸດທະສາດ ເພື່ອແນໃສ່ປັບປຸງ ແລະ ພັດທະນາ ຂະແໜງການທ່ອງທ່ຽວໃຫ້ມີຄວາມຍືນຍົງອີກດ້ວຍ.


ໂອກາດນີ້, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖວທ ກ່າວວ່າ: ຂະແໜງການ ທ່ອງທ່ຽວ ແມ່ນຂະແໜງການໜຶ່ງທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດ ຈາກການແຜ່ລະບາດພະຍາດໂຄວິດ-19 ແລະ ເປັນຂະແໜງພື້ນຖານ ທີ່ໄດ້ປະກອບສ່ວນຊ່ວຍປັບປຸງຊີວິດຂອງປະຊາຊົນລາວໃຫ້ດີຂຶ້ນ. ໃນປີ 2020 ຜ່ານມາ ຈໍານວນນັກທ່ອງທ່ຽວໄດ້ຫລຸດລົງເຖິງ 75% ແລະ ສົ່ງຜົນກະທົບໃຫ້ມີການສູນເສຍລາຍຮັບ ຈາກການທ່ອງທ່ຽວທັງໝົດເຖິງ 80%, ເຖິງວ່າ ສປປ ລາວ ຈະສາມາດຈຳກັດການແຜ່ລະບາດ ຂອງພະຍາດດັ່ງກ່າວໃຫ້ຢູ່ໃນວົງແຄບກໍຕາມ, ແຕ່ປັດໄຈເຫລົ່ານີ້ໄດ້ສົ່ງຜົນກະທົບທາງລົບຕໍ່ເສດຖະກິດ ກໍຄືຕໍ່ຊີວິດການເປັນຢູ່ຂອງປະຊາຊົນພາຍໃນຢ່າງຫລວງຫລາຍ.
ທ່ານ ອຸ່ນທວງ ຂາວພັນ ກ່າວຕື່ມວ່າ: ແນວທາງການຟື້ນຟູການທ່ອງທ່ຽວສະບັບນີ້, ແມ່ນໝາກຜົນຂອງຄວາມພະຍາຍາມຮ່ວມກັນ ລະຫວ່າງລັດຖະບານ, ພາກເອກະຊົນ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ກວມເອົາສາມນະໂຍບາຍຫລັກ ຄື: ການສະໜັບສະໜູນ ແລະ ສົ່ງເສີມການທ່ອງທ່ຽວພາຍໃນ, ການ ທ່ອງທ່ຽວໃນຮູບແບບ Travel bubble ກັບປະເທດທີ່ມີຄວາມສ່ຽງຕໍ່າ ແລະ ການທ່ອງທ່ຽວສີຂຽວເປັນມິດກັບສິ່ງແວດລ້ອມ ເພື່ອການຟື້ນຕົວໄລຍະຍາວທີ່ດີກວ່າ. ແນວທາງການຟື້ນຟູການທ່ອງທ່ຽວດັ່ງກ່າວ, ໄດ້ເນັ້ນໃສ່ການປົກປ້ອງວຽກເຮັດງານທໍາ ແລະ ການຊ່ວຍເຫລືອ ເພື່ອຟື້ນຟູຂະແໜງການທ່ອງທ່ຽວ; ສ້າງຄວາມເຊື່ອໝັ້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ຂະແໜງການ; ປັບປຸງ, ຜັນຂະຫຍາຍເພີ່ມຄວາມຫລາກຫລາຍຂອງຜະລິດຕະພັນ, ການບໍລິການ ແລະ ຕະຫລາດການທ່ອງທ່ຽວ. ພ້ອມນີ້, ແຜນແນວ ທາງການຟື້ນຟູການທ່ອງທ່ຽວ ມີຄວາມສຳຄັນຫລາຍຕໍ່ກັບການຟື້ນຕົວຂອງຂະແໜງການທ່ອງທ່ຽວ ໃນ ສປປ ລາວ ເພື່ອບັນລຸຈຸດປະສົງທີ່ວາງໄວ້ໃນແຜນ, ລັດຖະບານລາວ ຈະສືບຕໍ່ປະຕິບັດໜ້າທີ່ຢ່າງໃກ້ຊິດກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອລະດົມແຫລ່ງທຶນ ແລະ ການສະໜັບສະໜູນທາງດ້ານວິຊາການຈາກທຸກພາກສ່ວນ ເພື່ອຜັນຂະຫຍາຍໃຫ້ເປັນວຽກລະອຽດໃນໄລຍະໃກ້ໆນີ້ ແລະ ຊຸມປີຕໍ່ໜ້າ. ນອກຈາກນີ້, ຜົນສໍາເລັດຂອງການສ້າງທາງລົດໄຟລາວ-ຈີນ ສະແດງໃຫ້ເຫັນທ່າແຮງທາງດ້ານການຄ້າ ແລະ ອຸດສາ ຫະກໍາການທ່ອງທ່ຽວ, ເຊິ່ງຄາດວ່າເສັ້ນທາງລົດໄຟສາຍນີ້ ຈະເຮັດໃຫ້ມີນັກທ່ອງທ່ຽວຫລາຍເພີ່ມຂຶ້ນ ທັງພາຍໃນພາກພື້ນ ແລະ ສາກົນ ເນື່ອງຈາກຫລຸດຜ່ອນເວລາທີ່ໃຊ້ໃນການເດີນທາງລົງຢ່າງຫລວງຫລາຍ.


ທ່ານ ນາງ ຣີຄາດາ ຣີເກີ ຜູ້ຕາງໜ້າ ອົງການ UNDP ປະຈຳ ສປປ ລາວ ໄດ້ກ່າວວ່າ: ການທ່ອງທ່ຽວແບບສີຂຽວ ແລະ ຍືນຍົງ ມີທ່າແຮງອັນໃຫຍ່ຫລວງສຳລັບ ສປປ ລາວ ໃນການຟື້ນຟູພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19. ການຮ່ວມມື ແລະ ລົງມືປະຕິບັດຮ່ວມກັນ ໂດຍລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ເພື່ອຊ່ວຍໃຫ້ປະເທດສາມາດຟື້ນຟູ ແລະ ສ້າງສາຂະແໜງການທ່ອງທ່ຽວໃຫ້ມີຄວາມເຂັ້ມແຂງ ຢູ່ສປປ ລາວ ດ້ວຍການມີຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນທີ່ອຸດົມສົມບູນ, ສປປ ລາວ ສາມາດນຳສະເໜີໂອກາດ ໃນການສົ່ງເສີມການທ່ອງທ່ຽວແບບ ທໍາມະຊາດ ເພື່ອການເຕີບໂຕແບບຍືນຍົງ ເຊິ່ງຈະນໍາໄປສູ່ການສ້າງວຽກງານແບບສີຂຽວ ແລະ ໂອກາດການດໍາລົງຊີວິດ, ການຟື້ນຕົວແບບສີຂຽວ, ດ້ວຍການເຕີບໂຕແບບສີຂຽວ ເພື່ອປະກອບເຂົ້າເປັນສ່ວນໜຶ່ງ ຂອງແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ໄດ້. ພ້ອມນີ້, ພາກລັດ ແລະ ເອກະຊົນ ຄວນມີການພິຈາລະນາເປັນພິເສດ ຖ້າຫາກຈະມີການເປີດການເດີນທາງໃນຮູບແບບ Travel bubble ໃນອະນາຄົດອັນໃກ້ນີ້, ເນື່ອງຈາກສະຖານະການທີ່ຕ້ອງຕໍ່ສູ້ກັບພະຍາດໂຄວິດ-19 ປະຈໍາວັນທີ່ຂ້ອນຂ້າງສູງ, ຄວາມປອດໄພດ້ານສຸຂະພາບສໍາລັບທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍນັກທ່ອງທ່ຽວແມ່ນມີຄວາມຈໍາເປັນຫລາຍ.

ແຫຼ່ງຂ່າວ: UNDP

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...