Homeຂ່າວຕ່າງປະເທດຈີນສັ່ງປິດເມືອງຫຼານໂຈ ເຫດກວດພົບຜູ້ຕິດເຊື້ອໂຄວິດລາຍໃໝ່ 6 ຄົນ

ຈີນສັ່ງປິດເມືອງຫຼານໂຈ ເຫດກວດພົບຜູ້ຕິດເຊື້ອໂຄວິດລາຍໃໝ່ 6 ຄົນ

Published on

ປັກກິ່ງລາຍງານ: ທາງການຈີນສັ່ງປິດເມືອງຫຼານໂຈ ໂດຍຫ້າມປະຊາຊົນຈຳນວນ 4 ລ້ານຄົນພາຍໃນເມືອງອອກຈາກທີ່ພັກອາໄສ ຍົກເວັ້ນກໍລະນີສຸກເສີນ ທັງທີ່ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ພາຍໃນເມືອງດັ່ງກ່າວພຽງ 6 ຄົນ ຂະນະທີ່ມີລາຍງານຜູ້ຕິດເຊື້ອໃໝ່ທົ່ວປະເທດ 29 ຄົນ.

ເມືອງຫຼານໂຈ ເລີ່ມເຂົ້າສູ່ການລັອກດາວ ໃນວັນທີ 26 ຕຸລາ ເຊິ່ງປະຊາຊົນແມ່ນຖືກຫ້າມອອກຈາກບ້ານເຮືອນຂອງຕົນເດັດຂາດ ຍົກເວັ້ນກໍລະນີສຸກເສີນ ຂະນະທີ່ສາຍການບິນ ລວມທັງບັນດາລົດຂົນສົ່ງໂດຍສານຕ່າງໆກໍຢຸດດຳເນີນການຊົ່ວຄາວ ທັງນີ້ກໍເພື່ອພະຍາຍາມສະກັດກັ້ນ ແລະປ້ອງກັນບໍ່ໃຫ້ມີການແຜ່ລະບາດຂອງໄວຣັສເປັນວົງກວ້າງ.

ເຖິງແມ່ນຫຼາຍປະເທດຕ່າງກໍວາງແຜນເປີດຊາຍແດນພ້ອມກຽມຈະຢູ່ກັບໄວຣັສສາຍພັນໃໝ່ນີ້ ແຕ່ຈີນກໍຍັງຮັກສາວິທີທາງທີ່ປັດສາຈາກເຊື້ອໂຄວິດ ເຊິ່ງເຫັນໄດ້ຈາກມາດຕະການລັອກດາວທີ່ເຄັ່ງຄັດໃນທ້ອງຖິ່ນ ທັງທີ່ຈຳນວນຜູ້ຕິດເຊື້ອບໍ່ຮອດ 50 ກໍລະນີ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...